ໂລກຕ້ອງການນໍ້າມັນເພີ່ມຂຶ້ນຢ່າງຕໍ່ເນື່ອງ

159

ໄອອີເອອຸປະສົງນໍ້າມັນທົ່ວໂລກເພີ່ມ1,1ລ້ານບາເຣວຕໍ່ມື້ໃນໄຕມາດ3ພ້ອມທັງຄາດຄະເນວ່າອຸປະສົງນໍ້າມັນທົ່ວໂລກຈະເພີ່ມຂຶ້ນ1,9ລ້ານບາເຣວໃນໄຕມາດ4.

ອົງການພະລັງງານສາກົນຫຼືໄອອີເອລາຍງານວ່າ:ອຸປະສົງນໍ້າມັນທົ່ວໂລກເພີ່ມຂຶ້ນ1,1ລ້ານບາເຣວຕໍ່ມື້ໃນໄຕມາດ3ຫຼາຍກວ່າ4,35ບາເຣວຕໍ່ມື້ໃນໄຕມາດ2.

ໄອອີເອໃຫ້ຮູ້ວ່າ:ຈີນເປັນປະເທດທີ່ມີອຸສົງນໍ້າມັນນໍ້າມັນສູງສຸດໂດຍເພີ່ມຂຶ້ນ6,40ແສນບາເຣວຕໍ່ມື້.

ນອກຈາກນີ້,ໄອອີເອຍັງຄາດຄະເນວ່າ:ອຸປະສົງນໍ້າມັນທົ່ວໂລກຈະເພີ່ມຂຶ້ນ1,9ລ້ານບາເຣວຕໍ່ມື້ໃນໄຕມາດ4.

ຢ່າງໃດກໍຕາມເມື່ອພິຈາລະນາໝົດປີ2019ໄອອີເອຄາດຄະເນວ່າອຸປະສົງນໍ້າມັນໃນປີນີ້ຈະຫຼຸດລົງເປັນຄັ້ງທໍາອິດນັບຕັ້ງແຕ່ປີ2009ໂດຍໄດ້ຮັບຜົນກະທົບຈາກຄວາມຕ້ອງການທີ່ຫຼຸດລົງໃນການກັ່ນນໍ້າມັນຂອງໂຮງກັ່ນຕ່າງໆ.