ອັດຕາການຄ້າງຫ້ອງຊັ້ນປະຖົມ – ການປະລະການຮຽນຊັ້ນມັດທະຍົມສູງກວ່າຄາດໝາຍ

183

ໃນວັນທີ 14 ພະຈິກ 2019 ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ຂຶ້ນກ່າວລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ 40 ຂອງອົງການອຸຍແນສໂກ ( The 40th session of UNESCO’s General Conference ) ທີ່ສຳນັກງານໃຫຍ່ອົງການອຸຍແນສໂກ ນະຄອນຫຼວງປາຣີ ປະເທດຝຣັ່ງ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ສິ່ງທ້າທາຍຕໍ່ການພັດທະນາການສຶກສາຂອງ ສປປ ລາວ ໃນຊຸມປີຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນວິທີທາງໃນການຮັບມືກັບສິ່ງທ້າທາຍຕ່າງໆ ເຫັນວ່າຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກີລາ ໃນສົກຮຽນທີ່ຜ່ານມາຍັງບໍ່ສາມາດບັນລຸໄດ້ລະດັບຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນອັດຕາການຄ້າງຫ້ອງໃນຊັ້ນປະຖົມສຶກສາ ແລະ ການປະລະການຮຽນໃນຊັ້ນມັດທະຍົມຕອນຕົ້ນສູງກວ່າຄາດໝາຍ.

ຄຽງຄູ່ກັນນັ້ນ, ໃນໄລຍະສາມເດືອນທີ່ຜ່ານມານີ້ ມີໂຮງຮຽນຈໍານວນ 741 ແຫ່ງ ໃນ 6 ແຂວງພາກກາງ ແລະ ພາກໃຕ້ຂອງປະເທດລາວໄດ້ຖືກໄພພິບັດນໍ້າຖ້ວມ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊັບສິນຂອງຂະແໜງການສຶກສາ ແລະ ກີລາຢ່າງຫຼວງຫຼາຍ ແລະ ເຮັດໃຫ້ເກີດສິ່ງທ້າທາຍເພີ່ມຕື່ມຕໍ່ການປະຕິບັດເປົ້າໝາຍທີ 4 ຂອງການພັດທະນາແບບຍືນຍົງ.

ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານແຫ່ງ ສປປ ລາວ ໄດ້ອະນຸມັດໂຄງການຍົກສູງຄຸນນະພາບການສຶກສາ ແລະ ກີລາຢູ່ເຂດຫ່າງໄກສອກຫຼີກ ໂດຍສະເພາະທົດລອງຢູ່ 40 ເມືອງຫ່າງໄກສອກຫຼີກ ທີ່ມີຄາດໝາຍຕົວຊີ້ບອກຕໍ່າກວ່າມາດຕະຖານ ໂດຍໄດ້ສົ່ງພະນັກງານຈາກສູນກາງຈໍານວນ 138 ຄົນ ລົງໄປຊ່ວຍກໍ່ສ້າງຮາກຖານ, ສຸມໃສ່ສຶກສາສະພາບບັນຫາ, ຮໍ່າຮຽນນໍາທ້ອງຖິ່ນ, ສຶກສາ ແລະ ວາງແຜນການສຶກສາ ແລະ ຊີ້ນໍາການປະຕິບັດຢູ່ຂັ້ນແຂວງເປັນເວລາສອງປີ ແລະ ຂັ້ນເມືອງເປັນເວລາເກົ້າເດືອນ ໂດຍມີການຈັດຕັ້ງກຸ່ມໂຮງຮຽນເພື່ອນຳໃຊ້ຊັບພະຍາກອນ ແລະ ສິ່ງອຳນວຍຄວາມສະດວກຮ່ວມກັນ ພ້ອມທັງຍັງໄດ້ມີການຝຶກການນຳໃຊ້ເຄື່ອງມືປະເມີນຕົນເອງທາງດ້ານຄວາມປອດໄພຂອງໂຮງຮຽນໃຫ້ແກ່ຄູຝຶກຂັ້ນແຂວງ ເພື່ອເກັບກຳຂໍ້ມູນ ແລະ ວາງແຜນຫຼຸດຜ່ອນ ຄວາມສ່ຽງຈາກໄພພິບັດ ແລະ ຝຶກການນໍາໃຊ້ຄູ່ມືການສອນວິຊາ STEM ໂດຍຄຳນຶງເຖິງບົດບາດຍິງ – ຊາຍ. ພ້ອມກັນນັ້ນ, ກໍຍັງຈະສືບຕໍ່ຍົກລະດັບຄຸນນະພາບຄູ, ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາໃນແຕ່ລະຂັ້ນ ແລະ ສົ່ງເສີມໃຫ້ມີການເຂົ້າຮຽນວິຊາຊີບຫຼາຍຂຶ້ນ ໂດຍການຮັບເອົານັກຮຽນເຂົ້າຮຽນວິຊາທີ່ລັດຖະບານຕ້ອງການສົ່ງເສີມໂດຍບໍ່ຜ່ານການສອບເສັງ ແລະ ສະໜອງເບ້ຍລ້ຽງໃຫ້.

ໃນຂົງເຂດວິທະຍາສາດ: ໄດ້ມີການຮັບຮອງກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ ແລະ ກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ, ໄດ້ສ້າງສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ໄດ້ມີ ຄວາມສຳເລັດໃນການຄົ້ນ ຄວ້າພືດເປັນຢາ 20 ກວ່າຊະນິດ ແລະ ຄົ້ນພົບຊະນິດພັນພືດໃໝ່ຈຳນວນໜຶ່ງ ເປັນຕົ້ນແມ່ນ: ດອກເຜິ້ງ, ເຫັດ, ເຊື້ອຣາແມງໄມ້, ພືດຕະກຸນສົ້ມກຸ້ງ. ນອກນັ້ນ, ຍັງມີການຄົ້ນຄວ້າການນຳໃຊ້ບັນດາໂປຣແກຣມການຄຸ້ມຄອງບໍລິຫານວຽກງານວິທະຍາສາດ ແລະ ເຕັກໂນໂລຊີ.

ໃນຂົງເຂດວັດທະນະທຳ: ໄດ້ສືບຕໍ່ປັບປຸງເອກະສານເພື່ອນຳສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກທາງທຳມະຊາດຮ່ວມຊາຍແດນກັບຟອງຍາແກບັງ ປະເທດຫວຽດນາມ ແລະ ກຽມຂໍ້ມູນເພີ່ມຕື່ມສໍາລັບມໍລະດົກວັດທະນະທຳນາມມະທຳແຫ່ງຊາດ ທີ່ໄດ້ສະເໜີຂໍຂຶ້ນທະບຽນເປັນມໍລະດົກວັດທະນະທຳນາມມະທຳຂອງມະນຸດສະຍາຊາດໄວ້ແລ້ວ ໂດຍສະເພາະແມ່ນລຳວົງລາວ ປັດຈຸບັນປະຊາຊົນລາວຄອງຄອຍຄຳຕອບຈາກອົງການອຸຍແນສໂກ ຢ່າງໃຈຈົດໃຈຈໍ່.

( ຂ່າວ: ແກ້ວ; ຂໍ້ມູນຈາກ: ກະຊວງສຶກສາທິການ ແລະ ກີລາ )