ລັດຖະບານເລັ່ງແກ້ໄຂ ການເກັບຄ່າຜ່ານທາງຢູ່ຈຳປາສັກ ເພື່ອຄວາມຍຸຕິທຳຕໍ່ທຸກຝ່າຍ

408

ເນື່ອງຈາກໄລຍະຜ່ານມາ ມີສຽງຫາງສຽງຈົ່ມວ່າຈາກສັງຄົມ ກໍລະນີການເກັບຄ່າທຳນຽມຜ່ານທາງ ຢູ່ແຂວງຈຳປາສັກ ເຊິ່ງບໍລິສັດເອກະຊົນໄດ້ປັບປຸງ ແລະ ຂະຫຍາຍເສັ້ນທາງໃຫ້ກວ້າງຂວາງ ເພື່ອຮອງຮັບການຄົມມະນາຄົມໃຫ້ສະດວກຂຶ້ນຕື່ມ ໂດຍສະເພາະແມ່ນ ການສຳປະທານ ໂຄງການກໍ່ສ້າງເສັ້ນທາງເລກທີ 16 A (ແຕ່ຂົວປາກເຊ-ຊາຍແດນວັງເຕົ່າ). ສະນັ້ນ, ຕໍ່ກັບບັນຫາດັ່ງກ່າວ ລັດຖະບານ ກໍ່ໄດ້ຮີບຮ້ອນໃຫ້ບັນດາກະຊວງທີ່ຮັບຜິດຊອບເລັ່ງແກ້ໄຂ ເພື່ອຄວາມຍຸຕິທຳແກ່ທຸກຝ່າຍ.

ເປັນພຽງພາບປະກອບຂ່າວ

ດັ່ງນັ້ນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຈ້ງການ ສະບັບເລກທີ 1932 /ຫສນຍ ລົງວັນທີ 12 ພະຈິກ 2019 ເຖິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ເຈົ້າແຂວງໆຈຳປາສັກ ຈົ່ງໃຫ້ທິດຊີ້ນໍາກ່ຽວກັບຜົນການກວດກາໂຄງການກໍ່ສ້າງເສັ້ນທາງເລກທີ 16 A (ແຕ່ຂົວປາກເຊ-ຊາຍແດນວັງເຕົ່າ) ແລະ (ແຕ່ສາມແຍກສາລາຂຽວຫຼັກ 9 – ທາງແຍກເລກທີ 16 A ຢູ່ເມືອງປາກຊ່ອງ, ແຂວງ ຈໍາປາສັກ).
ໂດຍອີງຕາມເອກະສານລາຍງານ ສະບັບເລກທີ 2015/ກຜທ. ລທ 5, ລົງວັນທີ 6 ກັນຍາ 2010 ຂອງກະຊວງແຜນການ ແລະ ການລົງທຶນ ແລະ ອີງຕາມການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 6 ພະຈິກ 2019. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງກອງ ປະຊຸມນາຍົກ-ຮອງນາຍົກລັດຖະມົນມາຍັງທ່ານ ຊາບດັ່ງນີ້:

ເປັນພຽງພາບປະກອບຂ່າວ

ເຫັນດີຮັບຮອງດ້ານຫຼັກການ ເອົາຜົນການເຈລະຈາກ່ຽວກັບການເກັບຄ່າຜ່ານທາງ ແລະ ອາຍຸສໍາປະທານ ໂຄງການກໍ່ສ້າງເສັ້ນທາງເລກທີ 16 A (ແຕ່ຂົວປາກເຊ-ຊາຍແດນວັງເຕົ່າ) ຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນ ເພີ່ມອາຍຸສໍາປະທານໂຄງການດັ່ງກ່າວຕື່ມອີກ 8 ປີ ລວມອາຍຸສໍາປະທານເປັນ 50 ປີ ແລະ ໃຫ້ເກັບຄ່າບໍລິການຜ່ານທາງຫຼຸດລົງ 25% ຂອງລາຄາປີ້ຜ່ານທາງ ຂອງລົດແຕ່ລະປະເພດ ທີ່ກໍາລັງເກັບໃນປັດຈຸບັນ.

ເປັນພຽງພາບປະກອບຂ່າວ

ພ້ອມກັນນັ້ນ, ກໍໃຫ້ກະຊວງແຜນການ ແລະ ການລົງທຶນ ປຶກສາຫາລື ແລະ ເຈລະຈາກັບບໍລິສັດ ຕື່ມກ່ຽວກັບການໃຫ້ນະໂຍບາຍການເກັບຄ່າຜ່ານທາງຕໍ່ປະຊາຊົນທີ່ອາໄສຢູ່ລຽບຕາມສາຍທາງ ແລະ ໃຫ້ຄົ້ນຄວ້າກ່ຽວກັບການຕິດຕັ້ງຈຸດເກັບເງິນ ເພີ່ມຕື່ມອີກຈຸດໜຶ່ງໃສ່ລະຫວ່າງກາງຂອງເສັ້ນທາງດັ່ງກ່າວ ຕື່ມ ເພື່ອເຮັດໃຫ້ມີຄວາມຍຸຕິທໍາ ແລະ ຫຼຸດຜ່ອນຫາງສຽງຈົ່ມວ່າຈາກປະຊາຊົນ.

ເປັນພຽງພາບປະກອບຂ່າວ

ສໍາລັບເສັ້ນທາງເລກທີ 16 ແຕ່ ສາມແຍກສາລາຂຽວຫຼັກ 9 ຫາ ທາງແຍກ ຫຼັກ 21 ເມືອງບາຈຽງຈະເລີນສຸກ ຂອງບໍລິສັດ ດວງດີ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວນັ້ນ, ດ້ານຫຼັກການເຫັນດີໃຫ້ຢຸດຕິການກໍ່ສ້າງ ແລະ ໃຫ້ໄລ່ລຽງມູນຄ່າ ທີ່ບໍລິສັດ ໄດ້ກໍ່ສ້າງສໍາເລັດແລ້ວຜ່ານມາ ໃຫ້ເປັນເອກະພາບ ແລະ ມີຄວາມຊັດເຈນຕາມຫນ້າວຽກທີ່ໄດ້ ກໍ່ສ້າງສໍາເລັດຕົວຈິງ. ຈາກນັ້ນ, ໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຈລະຈາກ່ຽວກັບຮູບການຊໍາລະຄືນໃຫ້ບໍລິສັດ, ແລ້ວລາຍງານຜົນການເຈລະຈາໃຫ້ລັດຖະບານພິຈາລະນາ.

ເປັນພຽງພາບປະກອບຂ່າວ

ສໍາລັບໂຄງການກໍ່ສ້າງເສັ້ນທາງ ແຕ່ສາມແຍກ ຫຼັກ 21 ເມ່ືອງບາຈຽງຈະເລີນສຸກ ຫາ ທາງແຍກ 16 A ເມືອງປາກຊ່ອງ, ແຂວງຈໍາປາສັກ ຂອງກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈໍາກັດ, ໃຫ້ກະຊວງແຜນການ ແລະ ການ ລົງທຶນ ໃນນາມຄູ່ສັນຍາ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ເຈລະຈາກັບບໍລິສັດ ຕາມທິດໃຫ້ສືບຕໍ່ເຮັດແບບ BOT, ແຕ່ໃຫ້ເກັບຄ່າບໍລິການຜ່ານທາງຫຼຸດລົງໃນລະດັບໃດໜຶ່ງ (ຢ່າງໜ້ອຍກໍ່ໃຫ້ຫຼຸດລົງເທົ່າກັນກັບຄ່າຜ່ານທາງຂອງເສັ້ນທາງແຕ່ຂົວປາກເຊ-ຊາຍແດນວັງເຕົ່າ) ແລະ ລັດອາດເພີ່ມອາຍຸສໍາປະທານໃຫ້ບໍລິສັດຕື່ມ ຕາມຄວາມເຫມາະສົມ.

ພ້ອມກັນນັ້ນ, ກໍ່ໃຫ້ເຈລະຈາກ່ຽວກັບການໃຫ້ນະໂຍບາຍການເກັບຄ່າຜ່ານທາງຕໍ່ປະຊາຊົນຊົນທີ່ອາໄສຢູ່ຕາມສາຍທາງ ຈະຄວນແນວໃດ, ລວມທັງໃຫ້ຄົ້ນຄວ້າກ່ຽວກັບການຕິດຕັ້ງຈຸດເກັບເງິນ ໃຫ້ລະອຽດ ເພື່ອຮັບປະກັນໃຫ້ມີຄວາມຍຸຕິທໍາ ແລະ ຫຼຸດຜ່ອນຫາງສຽງຈົ່ມວ່າຈາກປະຊາຊົນ. ພາຍຫຼັງເຈລະຈາລະອຽດ ແລະ ສໍາເລັດແລ້ວ, ໃຫ້ກະຊວງແຜນການ ແລະ ການລົງທຶນ ລາຍງານຜົນການ ເຈລະຈາ ໃຫ້ລັດຖະບານ ພິຈາລະນາ. ຈາກນັ້ນ, ຈະໄດ້ລາຍງານຂໍການຊີ້ນໍາຈາກກົມການເມືອງສູນກາງພັກຕື່ມ.