ອັດຕາເງິນເຟີ້ເດືອນຕຸລາ ເພີ່ມຂຶ້ນ 5,34%

143

ອັດຕາເງິນເຟີ້ເດືອນຕຸລາ 2019 ຢູ່ໃນລະດັບ 5,34% ເພີ່ມຂຶ້ນຈາກ 3,92% ໃນເດືອນກັນຍາ, ເປັນການເພີ່ມຂຶ້ນສູງໃນຮອບ 10 ເດືອນ ຂອງປີ 2019. ປັດໄຈຕົ້ນຕໍແມ່ນມາຈາກໝວດອາຫານ ແລະ ເຄື່ອງດື່ມ ທີ່ເພີ່ມຂຶ້ນສູງເຖິງ 8,83% ( ປີຕໍ່ປີ ), ສ່ວນໝວດສິນຄ້າຕົ້ນຕໍອື່ນໆແມ່ນເພີ່ມຂຶ້ນໃນລະດັບຕໍ່າກວ່າ 5%.

ອີງຕາມບົດລາຍງານຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ສາເຫດທີ່ສົ່ງຜົນໃຫ້ໝວດສະບຽງອາຫານເພີ່ມສູງຂຶ້ນ ແມ່ນຍ້ອນການເພີ່ມຂຶ້ນຂອງລາຄາເຂົ້າສູງເຖິງ 28,25% ຍ້ອນໄດ້ຮັບຜົນກະທົບຈາກໄພພິບັດໃນຊຸມເດືອນຜ່ານມາ ເຮັດໃຫ້ປະຊາຊົນມີຄວາມກັງວົນຕໍ່ການສະໜອງອາດບໍ່ພຽງພໍ; ສ່ວນປະເພດຊີ້ນ ແລະ ປາ ເພີ່ມຂຶ້ນ 2,63%. ນອກນັ້ນ, ປະເພດໝາກໄມ້ສົດ ແລະ ພືດຜັກສົດ ກໍຖືວ່າຍັງຢູ່ໃນເກນປົກກະຕິເຊັ່ນກັນ.

ຂະນະທີ່ ໝວດເຫຼົ້າ ແລະ ຢາສູບ; ໝວດເຄື່ອງນຸ່ງ ແລະ ເກີບ; ໝວດເຄື່ອງໃຊ້ພາຍໃນເຮືອນ; ໝວດບັນເທີງ ແລະ ພັກຜ່ອນ; ໝວດຮ້ານອາຫານ ແລະ ໂຮງແຮມ ດັດຊະນີທຽບປີຕໍ່ປີແມ່ນມີທ່າອ່ຽງເພີ່ມຂຶ້ນເລັກໜ້ອຍຈາກເດືອນຜ່ານມາ ເນື່ອງຈາກໝວດສິນຄ້າດັ່ງກ່າວແມ່ນນໍາເຂົ້າຈາກຕ່າງປະເທດເປັນສ່ວນຫຼາຍ. ສະນັ້ນ, ສະພາບອັດຕາແລກປ່ຽນໃນປັດຈຸບັນແມ່ນມີຜົນຕໍ່ການເພີ່ມຂຶ້ນຂອງລາຄາ ແລະ ດັດຊະນີໃນໝວດສິນຄ້າດັ່ງກ່າວ.

ສໍາລັບການປ່ຽນແປງທີ່ຮອງລົງມາ ແມ່ນໝວດສິນຄ້າ ແລະ ບໍລິການອື່ນໆຢູ່ໃນລະດັບ 4,91% ( ປີຕໍ່ປີ ) ຍ້ອນລາຄາຄຳຮູບປະພັນເພີ່ມຂຶ້ນ, ສ່ວນໝວດຄົມມະນາຄົມ ແລະ ຂົນສົ່ງ ແມ່ນຍັງສືບຕໍ່ຢູ່ໃນລະດັບຕໍ່າຄື 1,63% ຍ້ອນລາຄານໍ້າມັນເຊື້ອໄຟຢູ່ໃນເກນປົກກະຕິ ແລະ ເພີ່ມຂຶ້ນເລັກໜ້ອຍ ຖ້າທຽບກັບ 12 ເດືອນຜ່ານມາ.

ເວົ້າສະເພາະດັດຊະນີລາຄາຜູ້ບໍລິໂພກ ປະຈໍາເດືອນຕຸລາ 2019 ທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 0,72% ໂດຍມີການປ່ຽນແປງຂອງລາຄາສິນຄ້າ ແລະ ບໍລິການ ດັ່ງນີ້:

ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 1,27% ຍ້ອນການເພີ່ມຂຶ້ນຂອງລາຄາສິນຄ້າປະເພດອາຫານສົດ ເຊັ່ນ: ເຂົ້າສານ, ຊີ້ນ, ສັດປີກ, ປາ, ອາຫານທະເລ, ໝາກໄມ້ສົດ, ຜັກສົດ, ເຄື່ອງປຸງແຕ່ງອາຫານ ແລະ ປະເພດເຄື່ອງດື່ມບໍ່ມີທາດເຫຼົ້າ.

ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 0,31% ຍ້ອນການເພີ່ມຂຶ້ນຂອງລາຄາສິນຄ້າປະເພດເຄື່ອງນຸ່ງຫົ່ມ 0,24%. ໃນນັ້ນ, ເຄື່ອງນຸ່ງຊາຍ ເພີ່ມຂຶ້ນ 0,48% ແລະ ເກີບເພີ່ມຂຶ້ນ 0,91%.

ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 0,23% ຍ້ອນການເພີ່ມຂຶ້ນຂອງລາຄາອຸປະກອນການຂົນສົ່ງ 1,28%. ໃນນັ້ນ, ລາຄານໍ້າມັນເຊື້ອໄຟ ເພີ່ມຂຶ້ນ 0,48%. ຂະນະດຽວກັນ, ປະເພດພາຫະນະຂົນສົ່ງແມ່ນຫຼຸດລົງເລັກໜ້ອຍຍ້ອນອັດຕາແລກປ່ຽນກີບຕໍ່ໂດລາ ທຽບໃສ່ໄລຍະດຽວກັນຂອງເດືອນຜ່ານມາ ເຫັນວ່າເໜັງຕີງຫຼຸດລົງເລັກໜ້ອຍ. ສະນັ້ນ, ຈຶ່ງສົ່ງຜົນໃຫ້ລາຄາປະເພດລົດໃຫຍ່ ຫຼຸດລົງ 0,28%.

ສ່ວນໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 0,14%; ໝວດເຄື່ອງໃຊ້ພາຍໃນເຮືອນ ເພີ່ມຂຶ້ນ 0,36%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 0,24%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 0,57%; ໝວດການສຶກສາ ເພີ່ມຂຶ້ນ 0,24%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 0,25%; ໝວດສິນຄ້າ ແລະ ບໍລິການອື່ນໆ ຫຼຸດລົງ 0,12%.

ເວົ້າສະເພາະອັດຕາເງິນເຟີ້ໃນເດືອນຕຸລາ 2019 ທຽບກັບເດືອນຕຸລາ 2018 ເພີ່ມຂຶ້ນ 5,34% ຍ້ອນການການເໜັງຕີງຂອງລາຄາສິນຄ້າ ແລະ ບໍລິການ ລຸ່ມນີ້:

ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 8,83%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 3,01%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 3,67%; ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 0,83%; ໝວດເຄື່ອງໃຊ້ພາຍໃນເຮືອນ ເພີ່ມຂຶ້ນ 2,92%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 1,82%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 1,63%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 2,90%; ໝວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 3,52%; ໝວດການສຶກສາ ເພີ່ມຂຶ້ນ 1,89%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 2,29%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 4,91%.