ປຸກກີ້ ສາວປັນຈັກສີລັດລາວ ຈະຟ້ອນ 100 ທ່າ ຮ່ວມລຸ້ນຫຼຽນ ໃນຊີເກມ ທີ່ປະເທດຟິລິບປິນ

0
247

ນາງ ປຸກກີ້ ສະເຫຼີມບຸນຕາ ອະດີດສາວວູຊູລາວ ກັບບົດບາດໃໝ່ໃນການເປັນນັກກີລາປັນຈັກສີລັດທີມຊາດລາວ ປະເພດຟ້ອນດ່ຽວຍິງ ຫຼື ລາຍການ tuggalມີຄວາມໝັ້ນໃຈຢ່າງເຕັມຮ້ອຍເປີເຊັນ ຫຼັງໄດ້ຝຶກຊ້ອມໜັກໃນໄລຍະ 1 ເດືອນເຕັມກັບຄູຝຶກທີ່ປະສົບການລະດັບຂັ້ນສູງ ທີ່ສສ ຫວຽດນາມ ພ້ອມຈະນໍາເອົາທ່າຟ້ອນ 100 ທ່າ ລົງຊີງໄຊໃນງານມະຫາກຳກີລາຊີເກມ ຄັ້ງທີ 30ທີ່ປະເທດຟິລິບປິນ ລະຫວ່າງວັນທີ 30 ພະຈິກ ຫາ 12 ທັນວາ 2019.

ສາວ ປຸກກີ້ ສະເຫຼີມບຸນຕາ ນັກກິລາປັນຈັກສີລັດນ້ອງໃໝ່ ທີມຊາດລາວ ທີ່ປັດຈຸບັນກໍາລັງເກັບຕົວຝຶກຊ້ອມຮ່ວມກັບເພື່ອນຮ່ວມຊາດນຳກັນ 10 ກວ່າຄົນ ຢູ່ທີ່ ສສ ຫວຽດນາມ ແລະ ໃນວັນທີ 23 ພະຈິກນີ້ ທຸກຄົນກໍຈະໄດ້ເດີນທາງກັບມາເຖິງນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ເຖິງວ່າກີລານີ້ ຈະເປັນກີລາໃໝ່ທີ່ນ້ອງໄດ້ຫຼິ້ນໃນນາມທີມຊາດລາວ ກໍຕາມ ແຕ່ຍ້ອນປະສົບການ ແລະ ມີພື້ນຖານທີ່ເຄີຍເປັນນັກກີລາວູຊູມາກ່ອນ ກໍບໍ່ແມ່ນເລື່ອງທີ່ຍາກສຳລັບນ້ອງ ເພາະກີລາທັງສອງປະເພດນີ້ມີຄວາມຄ້າຍຄືກັນ ຕ່າງແຕ່ຄວາມແຮງ, ຄວາມທົນ ແລະ ຄວາມໄວ, ເຊິ່ງກໍຕ້ອງໃຊ້ຄວາມພະຍາຍາມຮຽນຮູ້ ແລະ ຄົ້ນຫາປະສົບການ ສ້າງຄວາມເຂົ້າໃຈໃຫ້ຕົນເອງ ຈຶ່ງເຮັດໃຫ້ຮູ້ວ່າການຫຼິ້ນກີລາດັ່ງກ່າວ ມັນງ່າຍຂຶ້ນ.
“ ໃນງານກີລາຊີເກມ ປີນີ້ ສະເພາະນ້ອງແມ່ນໄດ້ລົງແຂ່ງຂັນ 1 ລາຍການ ປະເພດຟ້ອນດ່ຽວຍິງ ຫຼື ລາຍການ tuggalຍິງ ເຊິ່ງມີການຟ້ອນທັງໝົດ 100 ທ່າ ໃນນັ້ນ ມີ ຟ້ອນມືປາວ, ຟ້ອນໃຊ້ມິດ ແລະ ປະກອບດ້ວຍກະບອງ ທັງໝົດນີ້ນ້ອງໄດ້ມີໂອກາດມາເກັບຝຶກຊ້ອມທີ່ ສສ ຫວຽດນາມ ໃນໄລຍະ 1 ເດືອນ ກໍເຫັນວ່າມີການພັດທະນາດີຂຶ້ນຫຼາຍກວ່າເກົ່າ ນັບມາຮອດປັດຈຸບັນນ້ອງມີຄວາມໝັ້ນໃຈ ແລະ ພ້ອມຈະນຳເອົາປະສົບການຟ້ອນ 100 ທ່າທີ່ຮຽນຮູ້ໃນຄັ້ງນີ້ ຈະນໍາໄປສ້າງຜົນງານເພື່ອສ້າງຄວາມປະທັບໃຈໃຫ້ພໍ່ແມ່ປະຊາຊົນຊາວລາວ ກໍຄື ທັບນັກກິລາລາວ ໃນງານມະຫາກຳກິລາຊີເກມ ທີ່ປະເທດຟິລິບປິນ ໃຫ້ມີຄວາມພາກພູມໃຈໃນຕົວນ້ອງໃຫ້ໄດ້ ” ສາວ ປຸກກີ້ ກ່າວ.

ສຳລັບນາງ ປຸກກີ້ ສະເຫຼີມບຸນຕາ ທີ່ຜ່ານມາເຄີຍມີປະສົບການໃນການລົງຫຼິ້ນກີລາວູຊູ ປະເພດຟ້ອນ ເຕົາລູ້ ດ່ຽວຍິງ ໃນງານມະຫາກຳກີລາຊີເກມ ຄັ້ງທີ XXVllປີ 2013 ທີ່ສະຫະພາບມຽນມາ ແລະ ງານກີລາຊີເກມ ຄັ້ງທີ XXlXປີ 2017 ທີ່ນະຄອນກົວລາລໍາເປີ ປະເທດມາເລເຊຍ ທັງສອງງານດັ່ງກ່າວ ບໍ່ສາມາດສ້າງຜົນງານໄດ້ຈັກຫຼຽນ.
(ຂ່າວ: ສົງການ – ຄໍາສອນ)

LEAVE A REPLY

Please enter your comment!
Please enter your name here