ປັດໄຈເຮັດໃຫ້ຂະແໜງສ່ວຍສາອາກອນ ບໍ່ມອບເງິນເຂົ້າງົບປະມານແຫ່ງລັດ

0
248

ປີ 2018 ການຈັດຕັ້ງເກັບລາບຮັບເຂົ້າງົບປະມານແຫ່ງຊາດ ຂອງຂະແໜງສ່ວຍສາອາກອນ, ກະຊວງການເງິນ ບໍ່ບັນລຸຕາມແຜນການ ແມ່ນເນື່ອງມາຈາກ ມີໜີ້ຕ້ອງຮັບຈຳນວນ 1.304,81 ຕື້ກີບ ໃນນັ້ນ: ສູນກາງ 623,83 ຕື້ກີບ ແລະ ທ້ອງຖິ່ນ 680,98 ຕື້ກີບ. ໃນຂະນະທີ່, ສູນກາງ ກໍ່ມີໜີ້ຕ້ອງຮັບທີ່ຕິດພັນກັບລາຍຮັບວິຊາການຂອງ 5 ກະຊວງ ຈໍານວນ 361,45 ຕື້ກີບ.

ເປັນພຽງພາບປະກອບຂ່າວ

ທ່ານ ສົມດີ ດວງດີ ລັດຖະມົນຕີ ກະຊວງການເງິນ ໄດ້ຊີ້ແຈງໃນກອງສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ເມື່ອອາທິດຜ່ານມາວ່າ: ຂະແໜງສ່ວຍສາອາກອນ ຈັດເກັບງົບປະມານ ບໍ່ບັນລຸຕາມແຜນການ ແມ່ນເນື່ອງມາຈາກມີໜີ້ຕ້ອງຮັບຈຳນວນ 1.304,81 ຕື້ກີບ ໃນນັ້ນ: ສູນກາງ 623,83 ຕື້ກີບ ແລະ ທ້ອງຖິ່ນ 680,98 ຕື້ກີບ. ໃນນີ້:ສູນກາງ ມີໜີ້ຕ້ອງຮັບທີ່ຕິດພັນກັບລາຍຮັບວິຊາການຂອງ 5 ກະຊວງ ຈໍານວນ 361,45 ຕື້ກີບ.

ໃນນັ້ນ: ມີຍອດຍົກມາ ຈຳນວນ 238,7 ຕື້ກີບ ເຊິ່ງແມ່ນຍອດເງິນເຫຼືອໃນບັນຊີເງິນຝາກຂອງ ຫົວໜ່ວຍງົບປະມານຂັ້ນສູນກາງທີ່ເປີດໄວ້ຢູ່ຄັງເງິນແຫ່ງຊາດ ໃນວັນທີ 31 ທັນວາ 2017 (ຍອດເຫຼືອໃນບັນຊີ 471200) ແລະ ຍອດເງິນເຫຼືອໃນບັນຊີເງິນຝາກ ປີ 2018 ຈໍານວນ 122,8 ຕື້ກີບ, ທີ່ຍັງບໍ່ທັນໄດ້ມອບເຂົ້າງົບປະມານແຫ່ງລັດ ຕາມມາດຕາ 104 ຂໍ້ 2 ຂອງລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ.

ເປັນພຽງພາບປະກອບຂ່າວ

ພ້ອມດຽວກັນນັ້ນ, ກະຊວງການເງິນໄດ້ເຊີນບັນດາຫົວໜ່ວຍງົບປະມານມາປືກສາຫາລື, ເຊິ່ງບັນດາກະຊວງໃຫ້ເຫດຜົນວ່າ ຈຳນວນເງິນດັ່ງກ່າວບໍ່ສາມາດມອບເຂົ້າງົບປະມານໄດ້, ເນື່ອງຈາກວ່າມີຄວາມຈຳເປັນ ຕ້ອງການນຳໃຊ້ບ້ວງເງິນດັ່ງກ່າວຊຳລະໜີ້ສິນທີ່ຍັງຄ້າງເປັນເອກະສານ ແລະ ລາຍຈ່າຍທີ່ຈະເກີດຂຶ້ນໃນເດືອນ 1-2 ງວດທີ 1 ທີ່ບໍ່ສາມາດເກັບລາຍຮັບໄດ້ພຽງພໍຕອບສະໜອງ ກັບຄວາມຕ້ອງການຈ່າຍໄດ້ ແລະ ອີງຄໍາແນະນໍາ ເລກທີ 0016/ກງ, ລົງວັນທີ 03 ມັງກອນ 2019 ຂໍ້ 7.5 ຍອດເຫຼືອລາຍຮັບວິຊາໃນບັນຊີເງິນຝາກ ຂອງຫົວໜ່ວຍງົບປະມານຂັ້ນຕ່າງໆ ສາມາດຍົກໄປປີຕໍ່ໄປໄດ້ ແຕ່ມີການໄລ່ລຽງ ເພື່ອດັດສະເລ່ຍໃນເວລາດັດແກ້ງົບປະມານ 06 ເດືອນທ້າຍປີ ຫຼື ໃນເວລາສ້າງແຜນງົບປະມານປີຕໍ່ໄປ ຫຼື ອະນຸຍາດໃຫ້ນຳໃຊ້ສ່ວນໃດສ່ວນໜຶ່ງ ແຕ່ຕ້ອງໄດ້ຮັບການ ເຫັນດີຈາກລັດຖະບານ.

ເປັນພຽງພາບປະກອບຂ່າວ

ສະນັ້ນ ຍອດເງິນເຫຼືອຂອງປີ 2017 ຈຶ່ງຍົກຍອດໄປສ້າງແຜນລາຍຮັບ-ລາຍຈ່າຍໃນປີ 2018 ແລະຍອດເງິນເຫຼືອທ້າຍປີ 2018 ທີ່ຍັງບໍ່ທັນມອບເຂົ້າງົບປະມານ, ບັນດາກະຊວງໄດ້ນຳມາສ້າງແຜນລາຍຮັບ ແລະແຜນລາຍຈ່າຍໃນປີ 2019.
ຄຽງຄູ່ກັນນີ້, ໜີ້ຕ້ອງຮັບທີ່ຕິດພັນກັບຫົວໜ່ວຍທຸລະກິດ ຈໍານວນ 262,34 ຕື້ກີບ ໃນນັ້ນ, ມີໜີ້ຕ້ອງຮັບຈາກຫົວໜ່ວຍທຸລະກິດທີ່ຕິດພັນໂຄງການລົງທຶນຂອງລັດ ກໍ່ໄດ້ເຊີນບັນດາຫົວ ໜ່ວຍທຸລະກິດມາປະຊຸມປຶກສາຫາລື ແລະສົມທຽບຕົວເລກໜີ້ຄ້າງມອບດັ່ງກ່າວ. ພ້ອມນັ້ນ, ກວດກາ ແຜນລາຍຈ່າຍບ້ວງລົງທຶນຂອງລັດມີໃນແຜນການປະຈຳປີທີ່ສະພາຮັບຮອງ ເພື່ອປົດໜີ້ດັ່ງກ່າວ, ແຕ່ຜ່ານມາການຈັດຕັ້ງປະຕິບັດພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າບັນດາຫົວໜ່ວຍທຸລະກິດບໍ່ມີ ຄວາມຈິງໃຈໃນການແຈ້ງມອບພັນທະຕາມລະບຽບກົດໝາຍ.

ເປັນພຽງພາບປະກອບຂ່າວ

ສຳລັບທ້ອງຖິ່ນ ໜີ້ຕ້ອງຮັບທີ່ຕິດພັນກັບລາຍຮັບວິຊາການ ຈຳນວນ 680,98 ຕື້ກີບ, ໃນນັ້ນ: ຍອດຍົກມາທ້າຍປີ 2017 ຈໍານວນ 583,15 ຕື້ກີບ, ເກີດຂຶ້ນໃນປີ 2018 ຈໍານວນ 97,83 ຕື້ກີບ ດັ່ງນີ້: ໜີ້ຕ້ອງຮັບຈາກໂຄງການລົງທຶນຂອງລັດ ຈໍານວນ 33,04 ຕື້ກີບ, ຈຳນວນໜຶ່ງ ກໍໄດ້ຊໍາລະແລ້ວ, ແຕ່ຍັງບໍ່ທັນໄດ້ຖືກປົດອອກຈາກບັນຊີຕິດຕາມໜີ້ຕ້ອງຮັບ ແລະ ຈຳນວນ ໜຶ່ງລັດຖະບານທ້ອງຖິ່ນ ບໍ່ມີແຜນການລາຍຈ່າຍປະຈຳປີ ເພື່ອຊຳລະໃຫ້ຫົວໜ່ວຍທຸລະກິດ, ຈຶ່ງບໍ່ສາມາດມອບພັນທະອາກອນໄດ້, ການຕິດຕາມຂອງສູນກາງພົບຄວາມຫຍຸ້ງຍາກ, ເນື່ອງຈາກວ່າທ້ອງຖິ່ນບໍ່ໄດ້ສັງລວມຂໍ້ມູນຜົນຂອງການກວດສອບ ລາຍງານໃຫ້ສູນກາງຮັບຊາບ.

ເປັນພຽງພາບປະກອບຂ່າວ

ສ່ວນໜີ້ຕ້ອງຮັບຈາກການກວດກາໄລ່ລຽງຂອງຂະແໜງສ່ວຍສາອາກອນ ຈາກໜ່ວຍງານຕ່າງໆ ຈຳນວນ 647,94 ຕື້ກີບນັ້ນ ກໍ່ໄດ້ມີການແກ້ໄຂ ໂດຍໄດ້ເຊີນບັນດາຫົວໜ່ວຍທຸລະກິດມາປຶກສາ ຈຳນວນໜຶ່ງກໍໄດ້ຊຳລະແລ້ວ, ແຕ່ຍັງບໍ່ທັນປົດຈາກບັນຊີຕິດຕາມໜີ້ຕ້ອງຮັບ ແລະ ຈໍານວນໜຶ່ງກໍໄດ້ເລັ່ງທວງ ພ້ອມປະຕິບັດຕາມມາດຕະການປັບໃໝຕາມຂັ້ນຕອນຂອງ ລະບຽບກົດໝາຍ.

LEAVE A REPLY

Please enter your comment!
Please enter your name here