ໂຄງການຊຸກຍູ້ສຸຂະພາບຊຸມຊົນ ຈະສືບຕໍ່ຈັດຕັ້ງປະຕິບັດຢູ່ເມືອງໂພນທອງ

243

ອາທິດຜ່ານມາ ພະແນກສາທາລະນະສຸກແຂວງຈໍາປາສັກ ໄດ້ຈັດພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ກັບອົງການເວີລ ຄອນເຊີນ ( World concern ) ກ່ຽວກັບການຈັດຕັ້ງປະຕິບັດໂຄງການພັດທະນາແບບປະສົມປະສານ ເພື່ອການຊຸກຍູ້ສຸຂະພາບຊຸມຊົນ ໄລຍະທີ 3 ຢູ່ເມືອງໂພນທອງ.

ຮ່ວມລົງນາມໂດຍ ທ່ານ ດຣ. ສົມກຽດ ວໍລະລາດ ຫົວໜ້າພະແນກສາທາລະນະສຸກແຂວງ, ກັບ ທ່ານ ບັອບ ເຈຄັອບ ( Bob Jacob ) ຫົວໜ້າອົງການ ເວີລ ຄອນເຊີນ ປະຈໍາ ສປປ ລາວ; ມີ ທ່ານ ດຣ. ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ການນໍາຈາກພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນໍາເມືອງໂພນທອງ ພ້ອມດ້ວຍຊ່ຽວຊານ, ພະນັກງານວິຊາການທີ່ກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມ.

ເນື້ອໃນບົດບັນທຶກທີ່ເຊັນກັນໃນຄັ້ງນີ້ ປະກອບມີຫຼາຍກິດຈະກໍາທີ່ໂຄງການດັ່ງກ່າວຈະສຸມໃສ່ຈັດຕັ້ງປະຕິບັດ ຕົ້ນຕໍແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ນັກພັດທະນາຂັ້ນທ້ອງຖິ່ນ, ປະກອບສ່ວນໃນການປັບປຸງລະບົບນໍ້າຂອງຊຸມຊົນ ແລະ ການກໍ່ສ້າງວິດຖ່າຍໃນຄອບຄົວ, ການຊຸກຍູ້ວຽກງານດ້ານສຸຂະພາບແມ່ ແລະ ເດັກ, ວຽກງານດ້ານໂພຊະນາການ, ນໍ້າດື່ມ, ສຸຂາພິບານ, ຫຼັກການອະນາໄມ, ການປ້ອງກັນພະຍາດ ເອຈ໌ໄອວີ – ເອດສ໌ ( HIV/AIDS ) ແລະ ການຝຶກອົບຮົມດ້ານວິຊາຊີບ ເຊັ່ນ: ເຕັກນິກໃນການປູກເຂົ້າ, ການລ້ຽງສັດ, ການປູກພືດຜັກ ແລະ ການຝາກເງິນປະຢັດ ລວມງົບປະມານທັງໝົດ 568.400 ໂດລາສະຫະລັດ ຫຼື ປະມານ 5 ຕື້ກວ່າກີບ.

ເປັນທຶນສົມທົບຈາກອົງການຈັດຕັ້ງການພັດທະນາ ເວີລ ຄອນເຊີນ, ມູນນິທິເອັນທຣັດ, ອົງການອົສຕຣາລີ ສໍາລັບການພັດທະນາສາກົນ ( AusAid ) ແລະ ອົງການ ເທຍ ອົສຕຣາລີ ( TEAR Australia ) ເພື່ອປະກອບສ່ວນໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນບ້ານເປົ້າໝາຍຂອງໂຄງການ ເຊິ່ງຈະຈັດຕັ້ງປະຕິບັດໃນ 8 ບ້ານ ຄື: ບ້ານໂນນກຸງ, ບຸ່ງແກ, ແກ້ງຍາວ, ໄຜ່ລ້ອມ, ບ້ານກ້ວຍ, ໜອງແຕ້ນ້ອຍ, ນາສະຫວ່າງ ແລະ ບ້ານໂພນໃຫຍ່. ທັງນີ້, ກໍເພື່ອຕອບສະໜອງຕາມແຜນພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ – ສັງຄົມ ທີ່ພັກ ແລະ ລັດຖະບານແຫ່ງ ສປປ ລາວ ວາງອອກ.

[ ຂ່າວ – ຮູບ: ທູນທອງໃຈ ]