ສະເຫຼີມສະຫຼອງວັນອົງການແຮງງານສາກົນ ຄົບຮອບ 100 ປີ

67

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ອົງການແຮງງານສາກົນ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງອົງການແຮງງານສາກົນ ຄົບຮອບ 100 ປີ ແລະ 55 ປີ ສປປ ລາວ ເປັນສະມາຊິກອົງການແຮງງານສາກົນ ພາຍໃຕ້ຫົວຂໍ້  ” ສັງຄົມທີ່ຍຸຕິທຳ ແລະ ວຽກງານທີ່ມີຄຸນຄ່າ ” ຂຶ້ນທີ່ສວນປະຕູໄຊ ໃນວັນທີ 16 ພະຈິກ 2019 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ  ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍການນໍາຂັ້ນສູງຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ນ້ອງນັກຮຽນ – ນັກສຶກສາເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ໂອກາດດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ກ່າວເປີດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການແຮງງານສາກົນ ຄົບຮອບ 100 ປີ ແລະ 55 ປີ ສປປ ລາວ ເປັນສະມາຊິກອົງການແຮງງານສາກົນ ເຊິ່ງທ່ານໄດ້ເນັ້ນເຖິງຄວາມໝາຍສຳຄັນຂອງການສະເຫຼີມສະຫຼອງວັນດັ່ງກ່າວ ໂດຍຕະຫຼອດໄລຍະເວລາ 55 ປີ ທີ່ໄດ້ເປັນສະມາຊິກຂອງອົງການແຮງງານສາກົນ ສປປ ລາວ ໄດ້ໃຫ້ສັດຕະຍາບັນສົນທິສັນຍາແຮງງານສາກົນ 10 ສະບັບ, ໄດ້ເອົາໃຈໃສ່ແກ້ໄຂບັນຫາກ່ຽວກັບແຮງງານໃນຫຼາຍດ້ານ ເພື່ອເປັນການເພີ່ມທະວີຄວາມຍຸຕິທຳໃນສັງຄົມ, ສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາ, ວຽກເພື່ອອະນາຄົດທີ່ສົດໃສໃຫ້ແກ່ແຮງງານຂອງລາວ.

ຕິດພັນກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສປປ ລາວ ໄດ້ມີກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການປະກັນສັງຄົມ, ມີລະບຽບການຕ່າງໆທີ່ກ່ຽວຂ້ອງກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ລວມເຖິງການສ້າງຄວາມເຂັ້ມແຂງທາງດ້ານລະບົບການປົກປ້ອງສັງຄົມແຫ່ງຊາດ ແລະ ອື່ນໆອີກຈຳນວນໜຶ່ງ ເພື່ອຊຸກຍູ້ເສດຖະກິດໃຫ້ມີການຂະຫຍາຍຕົວ, ສັງຄົມມີ ຄວາມສະຫງົບສຸກ, ມີຄວາມຍຸຕິທຳ ແລະ ປະຊາຊົນມີຄວາມຜາສຸກທຸກທົ່ວໜ້າ.

ທ່ານ ແກຣມ ບັກເລ ຜູ້ອຳນວຍການຫ້ອງການອົງການແຮງງານສາກົນ ຮັບຜິດຊອບປະເທດລາວໄດ້ຍົກໃຫ້ເຫັນເຖິງ ຄວາມສຳຄັນຂອງການຈັດຕັ້ງປະຕິບັດບັນດາຖະແຫຼງການຂອງປະເທດສະມາຊິກທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຂອງອົງການສະຫະປະຊາຊາດ ຄັ້ງທີ 74 ທີ່ຈັດຂຶ້ນໃນເດືອນກັນຍາ 2019 ຢູ່ນະຄອນນິວຢອກ ໂດຍສະເພາະແມ່ນ “ ຖະແຫຼງການຄົບຮອບສະຕະວັດ ວ່າດ້ວຍວຽກໃນອະນາຄົດ ” ທີ່ຮຽກຮ້ອງໃຫ້ບັນດາປະເທດຖືເອົາວາລະການພັດທະນາອີງໃສ່ຄົນເປັນໃຈກາງ ເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ເກີດຈາກການປ່ຽນແປງໃນການເຮັດວຽກ.

ເພື່ອເຮັດໃຫ້ບັນຍາກາດມີເນື້ອໃນເລິກເຊິ່ງຕື່ມ, ຍັງມີກິດຈະກໍາຍ່າງເພື່ອສຸຂະພາບແລ້ວຍັງໄດ້ຈັດກິດຈະກຳ “ ງານສຳມະນາໃຫ້ຄຳປຶກສາດ້ານແຮງງານ ” ເຊິ່ງງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 – 17 ພະຈິກ 2019 ທີ່ສູນການຄ້າວຽງຈັນເຊັນເຕີ, ພ້ອມທັງມີການວາງສະແດງ ລວມທັງໝົດ 46 ຫ້ອງທີ່ມາຈາກພາກລັດຖະບານ ແລະ ພາກເອກະຊົນ ເພື່ອໃຫ້ຜູ້ເຂົ້າຮ່ວມງານໄດ້ຮັບຊົມອີກ.