ອີທີແອລ ເປີດໂຕເຄື່ອງໝາຍການຄ້າໃໝ່ ພ້ອມໃຫ້ບໍລິການ 4,5ຈີ

190

ບໍລິສັດ ອີທີແອລ ຈຳກັດ ໄດ້ຈັດງານເປີດໂຕເຄື່ອງໝາຍການຄ້າໃໝ່, ເຄືອຂ່າຍໃໝ່, ບໍລິການໃໝ່ ແລະ ເປີດໃຫ້ບໍລິການ 4,5G ຢ່າງເປັນທາງການ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າທີ່ເພີ່ມຫຼາຍຂຶ້ນ ແລະ ກຽມກ້າວເຂົ້າສູ່ 5G ໃນໄວໆນີ້.

ພິທີເປີດໂຕມີຂຶ້ນໃນວັນທີ 15 ພະຈິກ 2019 ທີ່ໂຮງແຮມແລນມາກ ໂດຍການເຂົ້າຮ່ວມຂອງທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີຄົມມະນາຄົມ ແລະ ການສື່ສານ ( ປທສ ), ທ່ານ ຮວງ ສູຢຸນ ( Huang SHUYUN ) ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ພ້ອມດ້ວຍເຈົ້າໜ້າທີ່ພາກລັດ ແລະ ເອກະຊົນ, ລູກຄ້າ ແລະ ຮ້ານຕົວແທນຈຳໜ່າຍຂອງ ອີທີແອລ ເຂົ້າຮ່ວມ.

ທ່ານ ຮວງ ສູຢຸນ ກ່າວວ່າ: ເຄືອຂ່າຍ ອີທີແອລ ເລີ່ມເປີດໃຫ້ບໍລິການແຕ່ປີ 2000 ເປັນຕົ້ນມາ, ໃນປີ 2001 ໄດ້ເປີດໃຫ້ບໍລິການລະບົບ 2G ແລະ ປີ 2009 ອີທີແອລ ເປີດໃຫ້ບໍລິການ 3G ມີການພັດທະນາເປັນ 3,5G ໃນປີ 2015 ແລະ ມາໃນປີ 2019 ນີ້ ອີທີແອລ ໄດ້ເລີ່ມເປີດໃຫ້ບໍລິການໃນລະບົບ 4,5G ແລ້ວ ຈໍານວນ 1.336 ຈຸດ ທົ່ວປະເທດ. ນອກຈາກນີ້, ອີທີແອລ ຍັງມີແຜນທີ່ຈະສືບຕໍ່ຂະຫຍາຍພື້ນທີ່ໃຫ້ບໍລິການ 4,5G ຕື່ມອີກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າທີ່ເພີ່ມຫຼາຍຂຶ້ນ ແລະ ກຽມກ້າວເຂົ້າສູ່ 5G ໃນໄວໆນີ້.

ສຳລັບ 3 ສິ່ງໃໝ່ ໃນອີທີແອລ ປີ 2019 ໄດ້ແກ່:

1 ປັບປຸງເຄື່ອງໝາຍການຄ້າໃໝ່ ຫຼື ໂລໂກ້ໃໝ່: ເພື່ອໃຫ້ແທດເໝາະກັບສະພາບການໃຫ້ບໍລິການໃໝ່ ໂດຍເນັ້ນໜັກໃສ່ການບໍລິການທີ່ຈະເຮັດໃຫ້ ອີທີແອລ ກາຍເປັນສູນກາງຂອງການສື່ສານໂທລະຄົມມະນາຄົມ ແລະ ຕິດຕໍ່ທາງດ້ານທຸລະກິດ ແລະ ມີການບໍລິການດ້ວຍຮອຍຍິ້ມ ແລະ ຈິງໃຈ ເຊິ່ງສັນຍະລັກໂຕ ແອລ ທີ່ເຮັດຂຶ້ນມາໃໝ່ ປຽບສະເໝືອນພາບຮອຍຍິ້ມ ແລະ ການບໍລິການທີ່ຈິງໃຈຂອງ ອີທີແອລ.

2 ເຄືອຂ່າຍໃໝ່: ອີທີແອລ ບໍ່ໄດ້ຢຸດຢັ້ງການພັດທະນາ ແລະ ໃນປີ 2019 ນີ້ ໄດ້ເປີດການບໍລິການເຄືອຂ່າຍທາງດ້ານໂທລະສັບມືຖື ບໍ່ວ່າຈະເປັນ 2G, 3G, 4G ແລະ 4,5G ເຊິ່ງໃນປັດຈຸບັນນີ້ເຄືອຂ່າຍຂອງ ອີທີແອລ ສາມາດຄວບຄຸມໄດ້ເຖິງ 89% ຂອງພື້ນທີ່ທົ່ວປະເທດລາວ ໂດຍມີສະຖານີໂທລະສັບມືຖື 3.500 ສະຖານີຄວບຄຸມທົ່ວປະເທດ, ເປີດການບໍລິການ IR ຫຼາຍກວ່າ 42 ປະເທດ ຫຼື 65 ເຄືອຂ່າຍໃນທົ່ວໂລກ ເຊິ່ງອີທີແອລ ຮູບໂສມໃໝ່ນີ້ຈະໄດ້ດຳເນີນການປະຕິຮູບທາງດ້ານລາຄາໃຫ້ຖືກລົງໃຫ້ທຸກຄົນສາມາດເຂົ້າເຖິງໄດ້ ໃນເວລາທີ່ເດີນທາງໄປຕ່າງປະເທດດ້ວຍແພັກເກັດພິເສດ.

3 ການບໍລິການໃໝ່: ໄດ້ສ້າງຜະລິດຕະພັນໃໝ່ບົນພື້ນຖານຂອງຄຳວ່າ ETL ຄື:

ENHANCE ” ຈະເຂົ້າມາຊ່ວຍເສີມສ້າງໃຫ້ທຸລະກິດຂອງທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງແພັກເກັດຕອບສະໜອງກຸ່ມລູກຄ້າອົງກອນຂະໜາດນ້ອຍ, ກາງ ແລະ ໃຫຍ່ ບໍ່ວ່າຈະເປັນແພັກເກັດການໂທ, ແພັກເກັດອິນເຕີເນັດ, ແພັກເກັດທາງດ້ານສາຍເຊົ່າ.

TORCH ” ຊ່ວຍທຸລະກິດຂອງທ່ານສູ່ຜົນສຳເລັດ ເນັ້ນໜັກໃສ່ກຸ່ມທຸລະກິດຂອງຄົນຮຸ່ນໃໝ່ໄຟແຮງ Startup ຕ່າງໆບໍ່ວ່າຈະເປັນເກມທີ່ທັນສະໄໝ, ແອັບພລິເຄຊັນຕ່າງໆໃຫ້ບໍລິການທາງດ້ານພາບສຽງທີ່ເປັນ Streaming ນອກຈາກນີ້, ຍັງຈະມີແພັກເກັດການຮ່ວມມືກັບບັນດາໂຮງຮຽນ ແລະ ສະຖານບັນການສຶກສານຳໃຊ້ລະບົບການສຶກສາອອນລາຍ.

“ LIVELY ” ອີທີແອລ ຈະເຂົ້າມາປ່ຽນແປງຊີວິດຂອງທຸກຄົນໃນສັງຄົມ ສາມາດເຊື່ອມຕໍ່ສື່ສານທາງອິນເຕີເນັດ ໂດຍບໍ່ມີຂີດຈຳກັດ. ນອກຈາກນີ້, ກໍຍັງຈະໄດ້ກຽມພັດທະນາຮູບແບບ Smart Home, Smart Office ແລະ ກ້າວໄປສູ່ການຂະຫຍາຍຕົວ ເຮັດໃຫ້ສັງຄົມລາວເປັນສັງຄົມ Smart ຫຼາຍຂຶ້ນ.

ໂສມໜ້າໃໝ່ຂອງການບໍລິການ ອີທີແອລ 4,5G ເພື່ອຕອບສະໜອງການຊົມໃຊ້ທີ່ປ່ຽນແປງໄປເລື້ອຍໆ ແລະ ກ້າວໄປສູ່ຍຸກຂອງ 5G ໃນອະນາຄົດອັນໃກ້ໆນີ້.

[ ຂ່າວ: ພຸດຕີ້; ຮູບ: ວິລະສັກ ]