ສສຊ ຮັບຮອງເອົາຮ່າງມະຕິ ບົດລາຍງານຂອງລັດຖະບານ 3 ສະບັບ

205

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 18 ພະຈິກນີ້ ສສຊ ໄດ້ຮັບຮອງເອົາຮ່າງມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບບົດລາຍງານວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ການແກ້ໄຂສະພາບ ຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ແລະ ແກ້ໄຂຜົນກະທົບຈາກອຸທົກກະໄພ ປີ 2120; ແຜນງົບປະມານຂອງລັດຖະບານ 2020 ແລະ ແຜນການເຄື່ອນໄຫວຂອງອົງການກວດສອບແຫ່ງລັດ 2020 ເຊິ່ງສະມາຊິກສະພາແຫ່ງຊາດ ( ສສຊ ) ໄດ້ລົງຄະແນນສຽງເຫັນດີເປັນສຽງສ່ວນຫຼາຍ.

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 18 ພະຈິກນີ້, ທ່ານ ນາງ ສວນສະຫວັນ     ວິຍະເກດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ສະເໜີຮ່າງມະຕິຂອງສະພາ ວ່າ: ໃນປີ 2019 ລັດຖະບານສາມາດຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມໃນຫຼາຍດ້ານ ໂດຍອັດຕາການເຕີບໂຕຂອງ ຈີດີພີ ບັນລຸ 6,4%, ບັນລຸລາຍໄດ້ແຫ່ງຊາດ 1.996 ໂດລາສະຫະລັດ. ຄຽງຄູ່ກັນນັ້ນ, ເຫັນວ່າຍັງມີຫຼາຍຄາດໝາຍທີ່ບໍ່ສາມາດປະຕິບັດໄດ້ ເຊັ່ນ: ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ ລວມເຖິງອົງປະກອບເສດຖະກິດແຫ່ງຊາດ ແລະ ບັນດາຄາດໝາຍຕ່າງໆໃນຂົງເຂດເສດຖະກິດ, ວັດທະນະທຳ – ສັງຄົມ, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການແກ້ໄຂອຸທົກກະໄພຈາກທຳມະຊາດ ແລະ ອື່ນໆ ຍັງບໍ່ທັນລວມສູນ ແລະ ເປັນເອກະພາບ. ພ້ອມກັນນັ້ນ, ການຈັດຕັ້ງປະຕິບັດກອງທຶນຕ່າງໆຍັງບໍ່ທັນເຂັ້ມແຂງ.

ດັ່ງນັ້ນ, ໃນປີ 2020 ລັດຖະບານຕ້ອງເປັນເຈົ້າການໃນການກຳນົດແຜນ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍ ເປັນຕົ້ນຄາດໝາຍດ້ານເສດຖະກິດມະຫາພາກ ການຜະລິດລວມຍອດຜະລິດຕະພັນພາຍໃນໃຫ້ບໍ່ຫຼຸດ 6,5% ຫຼືປະມານ 177.870 ຕື້ກີບ ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 2.161 ໂດລາສະຫະລັດ, ບັນດາຂະແໜງການຕ່າງໆຕ້ອງເພີ່ມຂຶ້ນ ແຕ່ 2,7% – 7% ເປັນຕົ້ນ ກະສິກຳເພີ່ມຂຶ້ນ 2,7%, ຂະແໜງບໍລິການເພີ່ມຂຶ້ນ 6,9%, ລ້ຽງສັດ ບໍ່ໃຫ້ຫຼຸດ 4% ແລະ ອື່ນໆ ລວມເຖິງມູນຄ່າການສົ່ງອອກໃຫ້ບັນລຸຕາມຄາດໝາຍ. ພ້ອມທັງທົບທວນຄືນ ແລະ ສືບຕໍ່ຈັດຕັ້ງປະຕິບັດ 23 ຂົງເຂດ.

ການຈັດຕັ້ງປະຕິບັດການສະຫຼຸບຂາດຕົວງົບປະມານ ໃນ 9 ເດືອນ ປະຈໍາປີ 2019 ເຫັນວ່າດ້ານລາຍຮັບປະຕິບັດ ໄດ້ 17.261 ຕື້ກີບ ເທົ່າກັບ 65,62% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນ 16.440 ຕື້ກີບ ເທົ່າກັບ 67,82% ຂອງແຜນການ ແລະ ຄາດວ່າໝົດປີຈະສາມາດປະຕິບັດໄດ້ 25.744 ຕື້ກີບ ເທົ່າກັບ 97,1% ຂອງແຜນການ. ໃນນັ້ນ, ລາຍຮັບພາຍໃນ 23.482 ຕື້ກີບ ເທົ່າກັບ 96,87%. ລາຍຈ່າຍ 9 ເດືອນ 18.820 ຕື້ກີບ 56,36% ແລະ ຄາດວ່າໝົດປີຈະສາມາດປະຕິບັດໄດ້ບໍ່ເກີນ 33.291 ຕື້ກີບ ເທົ່າກັບ 98,7% ແລະ ອາດຂາດດຸນງົບປະມານ 7.953 ຕື້ກີບ ເທົ່າກັບ 4,6% ຂອງ GDP. ສຳລັບປີ 2020 ໃຫ້ສາມາດເກັບລາຍຮັບທັງໝົດ 28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP.

ໃນນັ້ນ, ລາຍຮັບຈາກພາສີອາກອນ 22.133 ຕື້ກີບ, ບໍ່ແມ່ນພາສີ 4.576 ຕື້ກີບ ແລະ ລາຍຮັບຊ່ວຍເຫຼືອລ້າ 2.287 ຕື້ກີບ ແລະ ລາຍຈ່າຍ 35.693 ຕື້ກີບ ເທົ່າກັບ 20,08% ຂອງ GDP.

ສຳລັບແຜນການເຄື່ອນໄຫວຂອງອົງການກວດສອບແຫ່ງລັດ ປະຈໍາປີ 2020 ແລະ ແຜນການເຄື່ອນໄຫວວິຊາສະເພາະການກວດສອບ ໃນຈໍານວນ 166 ເປົ້າໝາຍ. ໃນນັ້ນ, 111 ເປົ້າໝາຍຕົ້ນຕໍ ໂດຍຕ້ອງປະຕິບັດຕາມແຜນລາຍຮັບ – ລາຍຈ່າຍ ແລະ ກວດຄືນແຜນຈັດຕັ້ງປະຕິບັດວຽກງານກວດສອບຢ່າງເຂັ້ມງວດ ເປັນຕົ້ນບັນດາໂຄງການນອກແຜນ ພ້ອມທັງຍົກສູງຄວາມສາມາດຂອງນັກກວດສອບໃຫ້ມີຄວາມຮູ້ ແລະ ມີຈັນຍາບັນຂອງການກວດສອບ ພ້ອມທັງຄົ້ນຄວ້ານິຕິກຳກັບຕຸລາການໃນການດຳເນີນຄະດີ ແລະ ສ້າງປຶ້ມຄູ່ມືການກວດສອບ ແລະ ອື່ນໆ.

ທ່ານ ວິໄລວົງ ບຸດດາຄໍາ ປະທານກຳມາທິການແຜນການເງິນ ແລະ ການກວດສອບສະພາແຫ່ງຊາດ ໄດ້ເນັ້ນວ່າ: ຮ່າງມະຕິແຜນພັດທະນາເສດຖະກິດ – ສັງຄົມ ໄດ້ກຳນົດແຈ້ງແຫຼ່ງທຶນການພັດທະນາ ໂດຍສະເພາະແມ່ນງົບປະມານແຫຼ່ງທຶນພາຍໃນກຳນົດຈະແຈ້ງລາຍຮັບ – ລາຍຈ່າຍພາຍໃນ ໂດຍລັດຖະບານຕ້ອງມີຕາຕະລາງລະອຽດ ໂດຍສະເພາະໂຄງການຍຸດທະສາດຂະໜາດໃຫຍ່ ແລະ ໂຄງການນ້ອຍ ແລະ ມູນຄ່າຫຼາຍກວ່າ 20 ຕື້ກີບ ເພື່ອໃຫ້ສະດວກໃນການຈັດຕັ້ງປະຕິບັດ, ແຕ່ເຫັນວ່າການກຳນົດມູນຄ່າໂຄງການລົງທຶນທ້ອງຖິ່ນຍັງບໍ່ທັນຈະແຈ້ງ; ແຜນງົບປະມານແຫ່ງລັດຂອງມະຕິຊຸດນີ້ ແມ່ນໄດ້ກຳນົດບົດສະຫຼຸບຂາດຕົວຂອງງົບປະມານແຫ່ງລັດຢ່າງຈະແຈ້ງ ເພື່ອໃຫ້ການຕິດຕາມສະດວກຂຶ້ນ ແລະ ໄດ້ກຳນົດບັນດາມາດຕະການໃຫ້ລັດຖະບານເອົາໃຈໃສ່ ເປັນຕົ້ນການຄຸ້ມຄອງໜີ້ສິນ ແລະ ການຈັດສັນໜີ້ສິນທີ່ເຫັນວ່າມີຄວາມສ່ຽງ, ໄດ້ກຳນົດຕື່ມງົບປະມານບໍ່ໃຫ້ຂາດດຸນຫຼາຍ, ປີ 2022 ໃຫ້ສາມາດບັນລຸຕາມແຜນ ແລະ ມະຕິກວດສອບ – ກວດກາ ໂດຍສະເພາະແມ່ນການປະຕິບັດ ມາດຕາ 19 ຂອງກົດໝາຍການກວດສອບໃຫ້ຈະແຈ້ງ, ຫຼັງຈາກກວດສອບແລ້ວໃຫ້ບັນດາພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນສືບຕໍ່ຊີ້ນໍາ ແລະ ກຳນົດຢ່າງລະອຽດກ່ຽວກັບຜົນການກວດກາຕາມການກວດສອບ ສະເພາະແມ່ນລາຍຮັບ – ລາຍຈ່າຍຕ່າງໆ.

[ ຂ່າວ: ກາວຊົ່ງ; ຮູບ: ສອນໄຊ ]