ກຽມສົ່ງກໍາລັງໃຈໃຫ້ສາວງາມລຸ້ນໃຫຍ່ ໃນເວທີ Mrs World 2019

160

ນັບວ່າເປີດກວ້າງໃຫ້ຍິງ, ຊາຍຫຼາຍລຸ້ນໄດ້ໂຊຄວາມຮູ້, ຄວາມສາມາດ ແລະ ເຜີຍແຜ່ວັດທະນະທໍາອັນດີງາມຂອງບັນດາປະເທດຂອງຕົນອີຫຼີ ກັບອີກໜຶ່ງເວທີການປະກວດທີ່ໜ້າຕິດຕາມ.

Mrs World 2019 ເປັນເວທີຂອງນາງງາມລຸ້ນໃຫຍ່ທີ່ລາວເຮົາຫາກໍເຂົ້າປະກວດເປັນປີທໍາອິດ ການປະກວດຕົວຈີງຈະຈັດຂຶ້ນທີ່ ລັດເວກາສ ສະຫະລັດອາເມລິກ ຮອບຕັດສິນວັນທີ 6 ທັນວາ 2019 ທີ່ຈະມາເຖິງນີ້.

ໂດຍຕົວແທນຈາກປະເທດລາວໄປປະກວດກໍບໍ່ແມ່ນຄົນອື່ນຄົນໄກ ຄື ຄຸດທະວອນ ອັກຄະລາຊ ຫຼື ມິ້ນ Mrs Laos World  ທີ່ມີປະຫວັດ, ການເຄື່ອນໄຫວໃນວົງການບັນເທີງມາຍາວນານ, ເຄີຍຜ່ານເວທີນາງສາວອາພອນລາວ 2007, ເປັນນາງສັງຂານນະຄອນຫລວງ 2012.

ຕັ້ງແຕ່ນັ້ນມາເຖິງປັດຈຸບັນກໍ່ໄດ້ເຮັດວຽກໃນວົງການບັນເທີງ ທັງເບື້ອງໜ້າ ເບື້ອງຫຼັງ ຖ່າຍແບບ, ເດີນແບບ, ເປັນຄູເຟິກ, ພີ່ລ້ຽງ ສອນທຸກຢ່າງໃຫ້ກັບສາວໆນາງງາມໃນຫຼາຍໆເວທີ ບອກເລີຍວ່າປະສົບການ, ຄວາມສາມາດບໍ່ນ້ອຍໜ້າຍິງໃດແນ່ນອນ

ແລະ ນີ້ຄືຊຸດປະຈຳຊາດທີ່ Mrs Laos World  ຈະສວມໃສ່ໃນເວທີປະກວດທີ່ເລສເວກັດ ສະຫະລັດ ຊຸດຟ້ອນລາຍງ້າວ.

ຊຸດດັ່ງກ່າວເປັນການອອກແບບຮ່ວມກັນໂດຍ Khounphithack Latesavat ແລະ Designer Boy Nanthaveth Bubpha ສົມທົບກັບ Jasmine Ackharath. ຜ້າ ແລະ ເຄື່ອງປະດັບຈາກ: ໝື່ນນາຜ້າໄໝ ແລະ ນວນແອນຕິກ; Make up by Armee Make, Photo by RIVER Studios.

ຊຸດຟ້ອນລາຍງ້າວ ໄດ້ແຮງບັນດານໃຈມາຈາກ: ຊຸດຟ້ອນລາຍງ້າວ ທີ່ເປັນເອກະລັກ ວັດທະນະທໍາຊາວລ້ອງງື່ມ ແຂວງວຽງຈັນ.

ເປັນວິຊາ ສີລະປະຟ້ອນລາຍງ້າວທີ່ສືບທອດກັນມາຈາກລຸ້ນສູ່ລຸ້ນ ປະສົມປະສານກັບລາຍຜ້າແພພື້ນເມືອງ ທີ່ມີອາຍຸເກົ່າແກ່ ມາພ້ອມກັບຄວາມງົດງາມໃນການອອກແບບ ປະຍຸກ ເພື່ອຄວາມໂດດເດັ່ນ ທີ່ຍັງຄົງເອກະລັກຂອງຄວາມເປັນລາວ, ສະແດງໃຫ້ເຫັນເຖິງ ຄວາມງົດງາມ ແລະ ຄວາມເຂັ້ມແຂງຂອງແມ່ຍິງລາວໃນຍຸກສະໄໝໃໝ່.

ຕາມຄໍາຂັວນຂອງແຂວງວຽງຈັນ:  ເມືອງເກົ່າໄຜ່ໜາມ ລືນາມອ່າງນໍ້າງື່ມ ຕໍານານເດີມລາຍງ້າວ ອູ່ເຂົ້າຊາວເມືອງ ຄົນເຮືອງຂັບງື່ມ ດື່ມດໍາທໍາມະຊາດ ປະຊາລາດສາມັກຄີ!

ຮ່ວມສົ່ງກໍາລັງໃຈ ເຊຍນາງງາມລຸ້ນເອື້ອຍຄົນນີ້ໄດ້ ເຊິ່ງເພິ່ນຈະອອກເດີນທາງໄປທີ່ສະຫາລັດອາເມລິກາເພື່ອເກັບໂຕ ວັນທີ 29 ພະຈິກ 2019 ນີ້

ວັນທີ 03 ທັນວາ ຮອບສຳພາດ ເລີ່ມ 9 ໂມງເຊົ້າ (ເວລາໃນ ລັສເວກັສ)

ວັນທີ 04 ທັນວາ ປະກວດຮອບ Prelims ເລີ່ມ 6 ໂມງແລງ (ເວລາໃນລັສເວກັສ)

ວັນທີ 6 ທັນວາ ປະກວດຮອບຕັດສິນ ເລີ່ມ 6 ໂມງແລງ (ເວລາໃນລັສເວກັສ)