ສູດຫຼຸດນ້ຳໜັກຈາກໝາກກ້ວຍ

112

ສູດຄວບຄຸມອາຫານຕ່າງໆ ເພື່ອໃຫ້ນ້ຳໜັກຫຼຸດລົງນັ້ນມັກຈະມີທີ່ມາຈາກຜູ້ຊ່ຽວຊານ ເຊັ່ນ: ນັກໂພຊະນາການ, ນັກກຳນົດອາຫານ ຫຼື ແພດ ແຕ່ຈຸດເລີ່ມຕົ້ນຂອງ Banana Breakfast Diet ແມ່ນເກີດຈາກ ຮາມາຈິ ຜູ້ຊາຍຕຸ້ຍໆຊາວຍີ່ປຸ່ນຄົນໜຶ່ງ ທີ່ພະຍາຍາມເຮັດທຸກທາງເພື່ອໃຫ້ຕົນເອງຈ່ອຍ ທັງອອກກຳລັງກາຍໜັກໆ ແລະ ແລ່ນມື້ລະຫຼາຍຊົ່ວໂມງ ພ້ອມອົດອາຫານ ໂດຍດື່ມແຕ່ນົມຖົ່ວເຫຼືອງແຕ່ບໍ່ໄດ້ຜົນຢ່າງທີ່ຄາດຫວັງ ແຖມຍັງຮູ້ສຶກອ່ອນເພຍຫຼາຍກວ່າເກົ່າ.

ແຕ່ຫຼັງຈາກກິນກ້ວຍຕາມຄຳແນະນຳຂອງແພດສາທາລະນະສຸກ ທີ່ສຶກສາດ້ານບຳບັດ ແລະ ການປ້ອງກັນພະຍາດ ພາຍໃນ 6 ເດືອນ ນ້ຳໜັກຂອງລາວຫຼຸດລົງຖິງ 13 ກິໂລກຣາມ ທັງ 2 ຄົນ ຈຶ່ງພັດທະນາແນວຄິດເປັນສູດຫຼຸດນໍ້າໜັກ ໂດຍແນະນຳລົງ MIXI ຊຸມຊົນອອນລາຍຂອງ ຍີ່ປຸ່ນ ແລະ ກາຍເປັນກະແສຍອດນິຍົມທີ່ເຮັດໃຫ້ມີສະມາຊິກຫຼຸດນ້ຳໜັກ ໄດ້ກວ່າ 300 ຄົນ ຈົນໄດ້ຮັບການຕີພິມເປັນໜັງສືທີ່ມີຍອດຂາຍກາຍ 1 ລ້ານຫົວໃນ ຍີ່ປຸ່ນ.

ໝາກກ້ວຍມີດີບ່ອນໃດ:

ໝາກກ້ວຍເປັນໝາກໄມ້ທີ່ຫາກິນໄດ້ງ່າຍ ແລະ ລາຄາບໍ່ແພງ ແຖມຍັງອຸດົມໄປດ້ວຍສານອາຫານເປັນຈຳນວນຫຼວງຫຼາຍທີ່ກ່ຽວຂ້ອງກັບການຫຼຸດຄວາມຕຸ້ຍ ກໍຄື:

ວິຕາມິນບີ 1 ແລະ ບີ 2 ຊ່ວຍເລັ່ງການເຜົາຜານນ້ຳຕານ ແລະ ໄຂມັນ, ຊ່ວຍປ້ອງກັນຕົວບວມ ແລະ ຟື້ນຟູຮ່າງກາຍຈາກຄວາມອ່ອນເພຍໄດ້ພ້ອມ.

ໂພແທສຊຽມ ທີ່ຊ່ວຍໃນການຂັບໂຊດຽມອອກທາງຍ່ຽວ.

ເສັ້ນໃຍອາຫານທີ່ຊ່ວຍໃນການຂັບຖ່າຍສະດວກຂຶ້ນ ແລະ ບັນເທົາອາການຖ່າຍຍາກ.

ເຊໂລໂທນິນທີ່ຊ່ວຍຫຼຸດອາການຫງຸດຫງິດ ແລະ ຄວາມຢາກອາຫານ.

ເອັນໄຊທີ່ຊ່ວຍຍ່ອຍອາຫານ ແລະ ຊ່ວຍເຮັດໃຫ້ສານອາຫານດູດຊຶມໄປໃຊ້ໄດ້ທັນທີ.

ນ້ຳຕານທີ່ຫຼາກຫຼາຍເພາະມີທັງກູໂຄສ, ຮັກໂທສ, ຊູໂຄສ ແລະ ແປ້ງເຮັດໃຫ້ອີ່ມທ້ອງໄດ້ດົນ, ຊ່ວຍຫຼຸດຄວາມຖີ່ ແລະ ປະລິມານການບໍລິໂພກນ້ຳຕານໃນລະຫວ່າງມື້ໄດ້.

( ຂໍ້ມູນຈາກ: Mthai.com )

[ ຮຽບຮຽງ: ນຸ້ມນິ້ມ ]