ກຸ່ງກິ່ງ-ປານີ ພາທີມພິກຊະນະ ແຊັມເກົ່າ ຄວ້າແຊັມບານສົ່ງຫາດຊາຍ ຊີງຂັນ ປະທານ ສບລ

192

ນາງ ກຸ່ງກິ່ງ ແລະ ນາງ ປານີ 2 ສາວ ຈາກກົມວິທະຍາສາດ-ປະຫວັດສາດ ການທະຫານ ຫຶດສູ້ຈາກການຕົກຕາມຫຼັງ 1 ເຊັດ ກ່ອນຈະສາມາດພິກເອົາຊະນະ ນາງ ພິມພອນ ແລະ ນາງ ລຳພັນ ຈາກກອງທັບ ແຊັມເກົ່າ 2-1 ເຊັດ ຄວ້າແຊັມໄປບານສົ່ງຫາດຊາຍ ຊີງຂັນປະທານ ສະຫະພັນບານສົ່ງແຫ່ງຊາດລາວ ( ສບລ ) ປະເພດຍິງໄປຄອງ ເມື່ອວັນທີ 17 ຕຸລາ 2019.

ປະເພດທີມຍິງປະກອບມີ ສາຍ ກ ວິທະຍາໄລ ພະລະສຶກສາ 1, ກົມວິທະຍາສາດ ປະຫວັດສາດ ການທະຫານ, ແພດສາດ ແລະ ກອງທັບ; ສາຍ ຂ ວິທະຍາໄລ ພະລະສຶກສາ 2, Flamingo BVC ແລະ ໄຊຍະວົງ VC, ເຊິ່ງເມື່ອວັນຍທີ 17 ພະຈິກ 2019 ເປັນການແຂ່ງຂັນມື້ສຸດທ້າຍ.

ເຊິ່ງຄູ່ທີ່ກອງເຊຍໃຫ້ຄວາມສົນໃຈຫຼາຍທີ່ສຸດເປັນຄູ່ຊີງຊະນະເລີດລະຫວ່າງ ນາງ ກຸ່ງກິ່ງ ແລະ ນາງ ປານີ 2 ສາວ ຈາກກົມວິທະຍາສາດ-ປະຫວັດສາດ ການທະຫານ ລົງສະໜາມພົບກັບ ກອງທັບ ແຊັມເກົ່າທີ່ນໍາໂດຍ ນາງ ພິມພອນ ແລະ ນາງ ລຳພັນ
ປາກົດວ່າ: ເຊັດທໍາອິດ ແຊັມເກົ່າ ເອົາຊະນະໄປກ່ອນ 21-17, ສ່ວນເຊັດທີ 2 ກົມວິທະຍາສາດ-ປະຫວັດສາດ ສາມາດເອົາຊະນະໄປຫວຸດຫວິດ 21-19 ຕໍ່ດ້ວຍເຊັດຕັດສິນຈະຊະນະແຊັມເກົ່າໄປ 15-12 ເຮັດໃຫ້ ກົມວິທະຍາສາດ-ປະຫວັດສາດ ຄວ້າຂັນແຊັມໄປຄອງ, ສ່ວນອັນດັບ 3 ເປັນຂອງ ວິທະຍາໄລພະລະສຶກສາ ແລະ ອັນດັບ 4 ແຟັງມິງໂກ

ສ່ວນຄູ່ຊີງຊະນະເລີດປະເພດຊາຍ ລາວເດີນອາກາດ 2 ສາມາດເອົາຊະນະ ລາວເດີນອາກາດ 3 ໄປ 2-0 ເຊັດ, ສ່ວນອັນດັບ 3 ອິນທະສອນ ຄແລະ ອັນດັບ 4 ສວນອາຫານ ຕາດຖໍ້າເສືອ