ພະຍາກອນອາກາດມື້ນີ້ ໜາວສຸດຢູ່ເຂດໃດ

316

ສະພາບອາກາດໂດຍທົ່ວໄປລວມເວລາ 7:00 ໂມງຂອງວັນທີ 18 ພະຈິກ 2019 ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນຍັງສືບແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມ,ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຍັງສືບຕໍ່ເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ສ່ວນໃນໄລຍະຕອນບ່າຍອາກາດຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລະບຸວ່າເຂດທີ່ອຸນຫະພູມຕໍ່າກວ່າໝູ່ແມ່ນ ພູພຽງປາກຊ່ອງ ບໍລິເວນ, ອຸນຫະພູມວັດແທກໄດ້ທີ່ 9 ອົງສາ; ຮອງລົງມາແມ່ນເມືອງສິງ ວັດແທກໄດ້ 10 ອົງສາ; ຖັດລົງມາ ອຸດົມໄຊ, ຫຼວງນໍ້າທາ ວັດແທກໄດ້ 11 ອົງສາ; ຊຳເໜືອ, ຊຽງຂວາງ ແລະ ໄຊສົມບູນ ອຸນຫະພູມຢູ່ທີ່ 13 ອົງສາ. ສ່ວນ ນິຄົມ34, ວຽງພູຄາ ອຖນຫະພູມຢູ່ທີ 14 ອົງສາ ແລະ 15 ອົງສາ ວັດແທກໄດ້ທີ່ ຜົ້ງສາລີ ແລະ ເມືອງ ວຽງໄຊ.


ສຳລັບນະຄນຫຼວງວຽງຈັນ ອຸນຫະພູມມື້ນີ້ ວັດແທກໄດ້ຢູ່ທີ 23 ອົງສາ