ເມືອງໜອງບົກ ເກັບກ່ຽວເຂົ້ານາປີໃກ້ສຳເລັດແລ້ວ

187

ຊາວກະສິກອນ ເມືອງໜອງບົກ ແຂວງຄຳມ່ວນ ພວມຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ ໃນເນື້ອທີ່ 11 ພັນກວ່າເຮັກຕາ ຮອດປັດຈຸບັນໃກ້ຈະສຳເລັດແລ້ວ, ດ້ານຫ້ອງກະສິກຳ ແລະ ປ່າໄມ້ເມືອງ ກຳລັງສຸມໃສ່ສ້ອມແປງຊົນລະປະທານ ເພື່ອກຽມຜະລິດພືດລະດູແລ້ງ.

ທ່ານ ຄຳມອນ ພົມພິພັກ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໜອງບົກ ແຂວງຄຳມ່ວນ ໃຫ້ສຳພາດໃນອາທິດຜ່ານມາ ວ່າ: ແຜນການຜະລິດເຂົ້ານາປີໃນທົ່ວເມືອງແມ່ນ 15.670 ເຮັກຕາ, ຕົວຈິງປະຕິບັດໄດ້ 15.880 ເຮັກຕາ ເທົ່າກັບ 101,34% ຂອງແຜນການປີ, ແຕ່ມາຮອດຕົ້ນເດືອນສິງຫາໄດ້ຖືກໄພພິບັດນໍ້າຖ້ວມເສຍຫາຍ ຈຳນວນ 4.750 ເຮັກຕາ ຍັງເຫຼືອພື້ນທີ່ເກັບກ່ຽວຕົວຈິງແມ່ນ 11.130 ເຮັກຕາ, ປັດຈຸບັນແມ່ນເກັບກ່ຽວສຳເລັດແລ້ວ ປະມານ 90% ຂອງເນື້ອທີ່ທັງໝົດ ຄາດຄະເນສະມັດຖະພາບ 3,8 ໂຕນຕໍ່ເຮັກຕາ, ຜົນຜະລິດ 42 ພັນກວ່າໂຕນ ແລະ ຄາດວ່າຈະໃຫ້ສຳເລັດການເກັບກ່ຽວ 100% ໃນທ້າຍເດືອນພະຈິກ.

ນອກນີ້, ຍັງໄດ້ກະກຽມຄວາມພ້ອມເຂົ້າສູ່ການຜະລິດເຂົ້ານາແຊງ ເຊິ່ງຊາວກະສິກອນກໍໄດ້ຂຸ້ນຂ້ຽວສ້ອມແປງຟື້ນຟູລະບົບຊົນລະປະທານ ໂດຍສະເພາະແມ່ນການສັບໄຟລົງໃສ່ຈັກສູບນ້ຳ, ສ້ອມແປງຈັກສູບນ້ຳ, ຄອງເໝືອງທີ່ມີການເປ່ເພ ເຊິ່ງໃນປີນີ້ຍັງໄດ້ຮັບທຶນຈາກໂຄງການແມ່ນ້ຳຂອງ ເພື່ອກໍ່ສ້າງຄອງດິນຈີ່ ຈຳນວນ 3 ໂຄງການ ຄື: ໂຄງການບ້ານສອກເບາະ, ໂຄງການບ້ານດົງຜັກເຜື້ອ ແລະ ໂຄງການບ້ານນາວາງທົ່ງ. ໃນນີ້, ບາງໂຄງການແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດແລ້ວ ແລະ ໂຄງການທີ່ເຫຼືອກໍໄດ້ຕອບສະໜອງທາງດ້ານແຮ່, ຊາຍ, ເຫຼັກ, ຊີມັງ ແລະ ອື່ນໆ ຄາດວ່າໃນທ້າຍເດືອນພະຈິກນີ້ ຈະໄດ້ຈັດຕັ້ງປະຕິບັດໃຫ້ສຳເລັດ 100%.

ສຳລັບທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍໄດ້ຈັດຕັ້ງພະນັກງານ – ວິຊາການລົງປະຈຳໃນແຕ່ລະກຸ່ມບ້ານ ໂດຍສະເພະຈຳນວນ 25 ໂຄງການ ທີ່ມີແຜນຈັດຕັ້ງປະຕິບັດໃນປີນີ້ ໃນເນື້ອທີ່ທັງໝົດ 2.800 ເຮັກຕາ ພ້ອມທັງສະໜອງແນວພັນຈຳນວນໜຶ່ງໃຫ້ແກ່ຊາວກະສິກອນ ຄາດວ່າໃນທ້າຍເດືອນພະຈິກນີ້ແມ່ນຈະໄດ້ເລີ່ມລົງມືຕົກກ້າ. ນອກນີ້, ກໍຍັງໄດ້ກະກຽມໃຫ້ແກ່ການປູກພືດລະດູແລ້ງໃນເນື້ອທີ່ຕາມແຜນການ 1.770 ເຮັກຕາ ປັດຈຸບັນແມ່ນໄດ້ຈັດຕັ້ງປະຕິບັດແລ້ວຈຳນວນໜຶ່ງ.