ຊຸດປະຈໍາຊາດລາວ ໃນເວທີປະກວດ Miss Supranational 2019 ຊຸດລູກສາວ ພະຍາກະບິລະພົມ

211

ເຜີຍອອກມາແລ້ວຊຸດປະຈໍາຊາດລາວ ທີ່ ສາວ ປຸ ປຸລັດດາ ສາຍດອນໂຂງ Miss Supranational Laos 2019 ຈະສວມໃສ່ໃນການປະກວດ Miss Supranational 2019 ຮອບຕັດສິນວັນທີ 6 ທັນວາ 2019 ນີ້ ທີ່ ປະເທດ ໂປແລນ

.

.

ຄື ຊຸດ ລູກສາວ ພະຍາກະບິລະພົມ ໂດຍ ໄດ້ເເຮງບັນດານໃຈມາຈາກ ລູກສາວຂອງພະຍາກະບິລະພົມ ທີ່ມີລູກສາວ7 ຄົນ ທີ່ ຊາວລາວ ເອີ້ນວ່າ ນາງ ສັງຂານ ທີ່ ໃດ້ໝູນວຽນໃນເເຕ່ລະປີ ເຊີ່ງ ໃດ້ມາຫົດສົງ ຫົວພະຍາກະບິລະພົມ (ຜູ້ເປັນພໍ່ )ເປັນເລື່ອງລາວທີ່ເລົ້າຂານກັນມາ ໃນສະໄໝກ່ອນ ເເລະ ກໍໃດ້ສືບສານ ປະຕິບັດກັນມາ ເເຕ່ ອະດີດ ຮອດ ປະຈຸບັນ

ມັນ ກໍເປັນອີກຢ່າງໜຶ່ງ ຂອງວັດທະນະທຳ ຮີດຄອງປະເພນີອັນດີງາມ ເຊີ່ງໃດ້ ອອກເເບບ ຈອມທີ່ຢູ່ຫົວ ຈະເປັນພະທາດ ພູສີ ເເລະ ເປັນຄວາມພາກພູມໃຈຂອງຄົນລາວເຮົາ ຢາກເອກອ້າງໃຫ້ຊາວໂລກໄດ້ຮັບຮູ້ເຖິງຄວາມເປັນລາວ.

ອອກເເບບຊຸດໂດຍ:Parnthep khanthavong & ບຸນມີ ບົວເເກ້ວ
#ຕັດຫຍິບໂດຍ:ຫ້ອງເສື້ອປານເທບ

.

.

.