ເຜີຍຄວາມໃນໃຈ ຍິງລາວທີ່ຄວ້າມົງກຸດໃນເວທີນາງງາມໂລກ Miss Crystal Angel International

182

ບອກເລີຍວ່າກຽມຕ້ອນຮັບການກັບບ້ານຢ່າງພາກພູມໃຈ ສໍາລັບສາວ ລັດ ລັດດາພອນ ພົມສຸວັນ ທີ່ຄວ້າມົງກຸດຈາກນາງງາມໂລກ ເປັນມົງກຸດທໍາອິດຂອງໂລກ ແລະ ຂອງລາວເລີຍໃນການປະກວດ Miss Crystal Angel International 2019 ເວທີຕ້ານ ແລະ ສະກັດກັດຄວາມຮຸນແຮງແມ່ຍິງ ແລະ ເດັກນ້ອຍ ທີ່ຈະຈັດຂຶ້ນປະເທດມຽນມາ ຜ່ານມານີ້

ໃນວັນທີ 17 ສາວລັດດາພອນຈະໄດ້ເດີນທາງກັບມາລາວ ຫອບມົງກຸດ, ຄວາມພາກພູມໃຈ ອັນເປັນປະຫວັດສາດໃນວົງການບັນເທີງມາພ້ອມ ສາວລັດດາພອນ ຈະຮອດວຽງຈັນເວລາ 15:00 ໂມງ ພ້ອມມີຂະບວນແຫ່ ສາມາດເຂົ້າຮ່ວມໄດ້ ພ້ອມຊົມຄວາມງາມຂອງສາວ ລັດ ໄດ້ແບບໃກ້ຊິດເລີຍ.

ສາວ ລັດ ລັດດາພອນ ພົມສຸວັນ Miss Crystal Angel International Laos 2019 ອາຍຸ 20 ປີ ກໍາລັງສຶກສາຢູ່ສະຖາບັນທະນາຄານ ສາຂາການເງິນ-ທະນາຄານ ປີ 4 ປັດຈຸບັນຢູ່ ບ້ານໂພນສະຫວ່າງ ເມືອງຈັນທະບູລີ

ສາວລັດ ໄດ້ບອກວ່າ: ເສັ້ນທາງທີ່ກ້າວສູ່ການເປັນນາງງາມໂລກໃນເວທີ ມັນບໍ່ງ່າຍເລີຍ ເພາະປີ 2018 ລັດເອງກໍໄດ້ເຂົ້າໄປປະກວດເວທີຕ່າງໆ ແຕ່ກໍບໍ່ໄດ້ລາງວັນໃດ, ແຕ່ລັດກໍບໍ່ຍອມແພ້ ນໍາເອົາປະສົບການ ຄວາມຮູ້ຕ່າງໆ ມາພັດທະນາຕົນເອງ, ແລະເຂົ້າມາປະກວດອີກຄັ້ງໃນປີ 2019 ເວທີ Miss World Laos 2019 ຕິດ Top 10.

ແລະ ກໍມີຄົນເລັງເຫັນຄວາມສາມາດ ເພິ່ນເລີຍມອບໂອກາດໃຫ້ລັດ ເປັນຕົວແທນຈາກປະເທດລາວໄປຮ່ວມປະກວດໃນເວທີ Miss Crystal Angel International 2019

ຄັ້ງນີ້ລັດຮູ້ວ່າຕົນເອງເປັນຕົວແທນປະເທດ ລັດເຮັດສຸດຄວາມສາມາດດັ່ງທີ່ຕັ້ງໃຈ, ສະແດງສັກຂະຍະພາບໃຫ້ທຽບເທົ່າກັບປະເທດອື່ນ.

ເຊິ່ງໃນທຸກໆມື້ລັດຕ້ອງຕື່ນແຕ່ເຊົ້າໆ ມາແຕ່ງໜ້າ, ເຮັດຜົມເອງ ແລະ ກໍເປັນຄົນທໍາອິດທີ່ໄປນັ່ງຖ້າໝູ່ລວມ ເພາະລັດຄິດສະເໝີວ່າ ເຮົາຕ້ອງຕັ້ງໃຈ ເມື່ອຈະເຮັດຫຍັງແລ້ວກໍຢາກໃຫ້ປະສົບຜົນເປັນຈິງ.

ແລະ ໄລຍະການເກັບໂຕ ລັດເຮັດທຸກໆວິນາທີໃຫ້ມີຄ່າ ໃຫ້ທຸກຄົນເຫັນວ່າ ລັດ ມີຄວາມພ້ອມສະເໝີ ໃນການຮັບຕໍາແໜ່ງນີ້ ແລະ ໃນມື້ຕັດສິນລັດກໍໄດ້ນໍາເອົາປະສົບການຕ່າງໆທີ່ລັດໄດ້ເກັບກ່ຽວມານໍາໃຊ້ຈົນໝົດ

ເພາະໃນມື້ຕັດສິນລັດຄິດສະເໝີວ່າປະເທດເຮົາເຖິງຈະເປັນປະເທດນ້ອຍກໍຕາມ ກໍຕ້ອງສະແດງອອກມາໃຫ້ເຕັມທີ່ ເພື່ອໃຫ້ຄົນທົ່ວໂລກຮູ້ຈັກປະເທດລາວກໍບໍ່ໜ້ອຍໜ້າປະເທດໃດ

ແລະ ລັດກໍເຮັດໄດ້ ປະສົບຜົນສໍາເລັດຕາມເປົ້າໝາຍທີ່ຕັ້ງໄວ້ ກັບການໄດ້ຮັບລາງວັນຊະນະເລີດ Miss Crystal Angel International 2019 ເປັນຄົນທໍາອິດຂອລໂລກ ແລະ ມົງກຸດທໍາອິດຂອງລາວພ້ອມ

ລັດຂໍຂອບໃຈທຸກຄົນທີ່ສະໜັບສະໜູນ, ຄໍາຕິຊົມ, ແນະນໍາ, ບອກສອນ ເພື່ອປັບປຸງຕົນຈົນໄດ້ຮັບໄຊຊະນະໃນເທື່ອນີ້.