ສາວງາມຈາກສະຫວັນນະເຂດ ມ໋ອດນີ້ ຈິນຕະນາ ຂັດຕິຍະວົງ ໝາຍເລກ ML5

188

ຂໍແນະນໍາໜຶ່ງສາວງາມຈາກແດນນາງຟ້າ ໃນເວທີປະກວດນາງສາວລາວ 2019 ໝາຍເລກ ML5 ມ໋ອດນີ້ ຈິນຕະນາ ຂັດຕິຍະວົງ ໜຶ່ງໃນຜູ້ເຂົ້າປະກວດນາງສາວລາວ ປີ 2019

ປັດຈຸບັນ ສາວ ມ໋ອດນີ້ ອາຍຸ 23ປີ ຢູ່ ບ້ານນາແກ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຈົບການສຶກສາ ລະດັບປະລິນຍາຕີ ສາຂາວິຊາການຄ້າ

ເຫດຜົນທີ່ມ໋ອດນີ້ເລືອກເຂົ້າມາປະກວດເວທີນີ້ແມ່ນ ຢາກເຮັດຕາມຄວາມຝັນຂອງຕົນເອງໃຫ້ສໍາເລັດ, ຢາກສະແດງສັກກະຍະພາບຂອງຕົນເອງໃຫ້ທຸກຄົນໄດ້ເຫັນວ່ານ້ອງກໍ່ເປັນຜູ້ຍິງຄົນຫນື່ງທີ່ມີຄວາມສາມາດ ແລະ ຄວາມຕັ້ງໃຈ,ຢາກສຶກສາຮຽນຮູ້ສິ່ງໃຫມ່ໆໂດຍສະເພາະ ວັດທະນະທໍາຂອງແຕ່ລະແຂວງໃນທົ່ວປະເທດ ໂດຍການແລກປ່ຽນກັບໝູ່ຜູ້ເຂົ້າປະກວດຄົນອື່ນໆ

ແລະ ສ້າງມິດຕະພາບທີ່ດີຂອງນາງສາວທົ່ວປະເທດ,ການທີ່ມາປະກວດນີ້ ມ໋ອດນີ້ ບໍ່ໄດ້ມຸ້ງຫວັງແຕ່ຕໍາແໜ່ງນາງສາວລາວ ແຕ່ມຸ້ງຫວັງຢາກເປັນສ່ວນໜຶ່ງທີ່ຮັບໃຊ້ສັງຄົມ ແລະຊ່ວຍເຫລືອສັງຄົມໃນການໂຄສະນາເຜີຍແຜ່ໃນວຽກງານດ້ານຕ່າງໆ ແລະ ຢາກພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນໄປ…,

ຜ່ານມານ້ອງເຄີຍປະກວດ2ເວທີ. ເວທີທີ1ແມ່ນປະກວດຂັ້ນໂຮງຮຽນ ນາງສາວ ມ ສ ສະຫວັນ ປະຈໍາປີ 2012 ເຊິ່ງມ໋ອດນີ້ກໍ່ໄດ້ຮັບຕໍາແໜ່ງຮອງອັນດັບ 3, ເວທີທີ 2 ແມ່ນປະກວດນາງສັງຂານ ປະຈໍາປີ 2014 ເຊິ່ງນ້ອງກໍ່ໄດ້ລາງວັນຊະນະເລີດ.

ຜົນງານດ້ານບັນເທີງທີ່ຜ່ານມາມ໋ອດນີ້ ເຄີຍໄດ້ຮ່ວມເດີນແບບ ເຄີຍໄດ້ປະກອບສ່ວນໃນງານບຸນປະເພນີຕ່າງໆ ຂອງແຂວງສະຫວັນນະເຂດ

ສໍາລັບເວທີປະກວດນາງສາວລາວນີ້ ແນ່ນອນວ່າທຸກຄົນຕ້ອງມີຄວາມຄາດຫວັງຢູ່ແລ້ວ ມ໋ອດນີ້ ຈະສູ້ ແລະ ເຮັດທຸກຢ່າງຢ່າງເຕັມທີ່ໃຫ້ດີທີ່ສຸດ ແລະ ສຸດຄວາມສາມາດ
ມ໋ອດນີ້ ຄິດວ່າ ສັກກະຍະພາບ, ຄວາມຫ້າວຫັນ, ຄວາມຄິດ ,ຄວາມຕັ້ງໃຈ ແລະ ຄວາມພະຍາຍາມຂອງຕົວນ້ອງເອງ ທີ່ຈະສະແດງ ອອກມາໃຫ້ທຸກຄົນໄດ້ເຫັນ ວ່ານ້ອງກໍ່ເປັນຄົນຫນື່ງທີ່ມີຄວາມສາມາດ, ມີຄຸນສົມບັດ ທີ່ເໝາະສົມກັບເວທີນາງສາວລາວ 2019

ການຮັກສາສຸຂະພາບ ແລະ ຮ່າງກາຍ ຂອງ ມ໋ອດນີ້ ກໍ່ຄື ດື່ມນໍ້າໃຫ້ຫຼາຍໆ ກິນອາຫານຄົບ5ໝູ່ ອອກກຳລັງກາຍ ນອນພັກຜ່ອນໃຫ້ພຽງພໍ
ເວລາຫວ່າງ: ມ໋ອດນີ້ຊ່ວຍວຽກຄອບຄົວ,ເບີ່ງສາລະຄະດີ ເພື່ອສຶກສາຫາຄວາມຮູ້ເພີ່ມເຕີມ,ເບີ່ງຂ່າວສານ ແລະ ຊອກຫາສິ່ງໃຫມ່ໆ ຈາກທາງ ສື່ອອນລາຍ,ໄປອອກກໍາລັງກາຍເຮັດກິດຈະກໍາຮ່ວມກັບຄອບຄົວ.

ຜູ້ຊາຍໃນສະເປັກຂອງມ໋ອດນີ້ນັ້ນ ຕ້ອງມີຄວາມເປັນຜູ້ນໍາ ມີຄວາມຮັບຜິດຊອບ ຕ້ອງດູແລເຮົາຄອຍໃຫ້ຄໍາແນະນໍາເຮົາ ແລະ ເປັນທີ່ປຶກສາ ຂອງເຮົາໄດ້
ມ໋ອດນີ້ ມີ ອ້າຍຄົນໜຶ່ງ ແລະ ມີນ້ອງຊາຍຄົນໜຶ່ງ ແລະ ນ້ອງເປັນລູກຜູ້ທີ 2

ເປົ້າໝາຍໃນອະນາຄົດມ໋ອດນີ້ຢາກມີສ່ວນຮ່ວມໃນຄອບຄົວນາງສາວລາວ ມີວຽກເຮັດໜ້າທີ່ການງານທີ່ໝັ້ນຄົງ ແລະ ເຮັດທຸລະກິດສ່ວນຕົວເລັກນ້ອຍ ສາມາດເບິ່ງແຍງພໍ່ແມ່ໄດ້

ຝາກໂຫວດ ແລະ ເຊຍ ມ໋ອດນີ້ ໝາຍເລກ ML5 ແນ່ເດີ້