ເສດຖະກິດຍີ່ປຸ່ນອັດຕາການຂະຫຍາຍຕົວຕົກຕໍ່າລົງ

110

ລັດຖະບານຍີ່ປຸ່ນເຜີຍແຜ່ຕົວເລກເສດຖະກິດໄຕມາດ3ຂອງປີນີ້ວ່າຂະຫຍາຍຕົວ0,1%ຫຼຸດລົງຈາກ0,4%ໃນໄຕມາດກ່ອນເນື່ອງຈາກການສົ່ງອອກຫຼຸດລົງແຊງໜ້າການບໍລິໂພກໃນປະເທດທີ່ເພີ່ມຂຶ້ນ.

ຕົວເລກດັ່ງກ່າວສວນທາງກັບທີ່ນັກວິເຄາະຄາດຄະເນວ່າເສດຖະກິດຍີ່ປຸ່ນຈະຂະຫຍາຍຕົວຢາງແຂງແກ່ນໃນໄຕມາດ3ເນື່ອງຈາກຜູ້ບໍລິໂພກຈະເລັ່ງຊື້ເຄື່ອງກ່ອນທີ່ອາກອນຈະປັບເພີ່ມຂຶ້ນຈາກ8%ເປັນ10%.

ນອກຈາກນີ້ຍັງສວນທາງກັບຕົວເລກທາງການທີ່ເຜີຍແຜ່ເມື່ອອາທິດກ່ອນວ່າເດືອນ ກັນຍາປີນີ້ຄົວເຮືອນຍີ່ປຸ່ນໃຊ້ຈ່າຍເພີ່ມຂຶ້ນ9,5%ຈາກເດືອນດຽວກັນຂອງປີກ່ອນເພາະຜູ້ບໍລິໂພກເລັ່ງຊື້ສິນຄ້າຈໍານວນຫຼາຍກ່ອນອາກອນປັບຂຶ້ນ.

ການທີ່ຍອດສັ່ງຊື້ສິນຄ້າກ່ອນອາກອນປັບຂຶ້ນບໍ່ໄດ້ຫຼາຍຢ່າງທີ່ຄິດສະແດງໃຫ້ເຫັນວ່າເສດຖະກິດຍີ່ປຸ່ນບໍ່ໄດ້ແຂງແກ່ນພໍທີ່ຈະປະຄອງການຟື້ນຕົວໄດ້ຢ່າງຍືນຍົງ.