ແຂວງສາລະວັນ ປະກາດແຕ່ງຕັ້ງ ສະຫາຍພັທ ບັນດິດ ບຸນມາກມູນ ເປັນຮອງຫົວໜ້າຫ້ອງການ ປກຊ-ປກສ ແຂວງ

210

ໃນວັນທີ 14 ພະຈິກ 2019 ນີ້, ຢູ່ຫ້ອງການ ປກຊ-ປກສ ແຂວງສາລະວັນ ໄດ້ມີພິທີປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງການ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົວ ພູວຽງ ຫຼ່ຽມມະວົງສາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງສາລະວັນ, ມີບັນດາພະແນກການ, ອົງການຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ໃນພິທີໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 414/ຄຈພຂ.ສວ ລົງວັນທີ 28 ຕຸລາ 2019 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງສາລະວັນ ໂດຍເຫັນດີແຕ່ງຕັ້ງ ສະຫາຍ ພັທ ບັນດິດ ບຸນມາກມູນ ເປັນຮອງຫົວໜ້າຫ້ອງການ ປກຊ-ປກສ ແຂວງ.

ຫ້ອງການ ປກຊ-ປກສ ແມ່ນມີພາລະບົດບາດເປັນເສນາທິການໃນການຄົ້ນຄວ້າສະພາບການ, ສະຫຼຸບລາຍງານ, ປະສານງານຕິດຕາມ, ຊຸກຍູ້ ບັນດາຂະແໜງການ ແລະ ທ້ອງຖິ່ນ, ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສະພາບການທີ່ພົວພັນເຖີງຄວາມບໍ່ສະຫງົບສຸກ ແລະ ຄວາມໝັ້ນຄົງຂອງຊາດ ໃຫ້ເລຂາພັກແຂວງ, ຄະນະປະຈຳພັກແຂວງ ແລະ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນແຂວງ. ທົ່ວຫ້ອງການມີພະນັກງານທັງໝົດ 10 ສະຫາຍ, ຍິງ 2 ສະຫາຍ ເຊີ່ງແມ່ນສະມາຊິກທັງໝົດ ແລະ ໃນນັ້ນມີຄະນະພັກ 4 ສະຫາຍ.


ໂອກາດດຽວກັນນັ້ນ, ສະຫາຍ ພູວຽງ ຫຼ່ຽມມະວົງສາ ກໍ່ໄດ້ໂອ້ລົມ ເຊິ່ງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນຳ ເອົາໃຈໃສ່ໃນການປະຕິບັດໜ້າທີ່ໃຫ້ມີຄວາມເຂັ້ມແຂງ, ຍົກສູງຄວາມຮັບຜິດຊອບ, ກຳແໜ້ນສະພາບການພາຍໃນແຂວງ, ອົງການຕ່າງໆອ້ອມຂ້າງແຂວງ, ສອງກຳລັງ ປກຊ-ປກສ ທີ່ໄດ້ມີການສ່ອງແສງລາຍງານເປັນປະຈຳ, ພ້ອມທັງເອົາໃຈໃສ່ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ໂດຍມີການປຶກສາຫາລື, ຄົ້ນຄວ້າ ແລະ ຕັດສິນຊີ້ຂາດວຽກງານ ບົນພື້ນຖານຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ.

ນອກຈາກການປັບປຸງກົງຈັກການຈັດຕັ້ງ ກໍ່ຕ້ອງເອົາໃຈໃສ່ປັບປຸງແບບແຜນການນຳພາ, ແບບແຜນວິທີເຮັດວຽກ ໃຫ້ຮັດກຸມ ແລະ ສອດຄ່ອງກັບໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ມີປະສິດທິຜົນ, ພ້ອມທັງຕິດຕາມ, ກວດກາ ແລະ ຕີລາຄາບັນດາວຽກງານຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໃນແຕ່ລະດ້ານ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ