ອາຫານທີ່ຊ່ວຍໃຫ້ແຂ້ວງາມ ແລະ ແຂງແຮງ

242
Close-up of patient’s open mouth before oral checkup with mirror near by

ນອກຈາກການບ້ວນປາກ, ຖູແຂ້ວ ແລະ ທໍາຄວາມສະອາດຊ່ອງປາກແລ້ວ ການກິນອາຫານກໍມີສ່ວນຊ່ວຍໃນການບຳລຸງແຂ້ວຂອງເຮົາໃຫ້ງາມ, ສະອາດ ແລະ ແຂງແຮງໄດ້ເຊັ່ນກັນ ເຊິ່ງອາຫານເຫຼົ່ານີ້ ກໍຄືອີກໜຶ່ງວິທີທີ່ຊ່ວຍໃຫ້ແຂ້ວແຂງແຮງ.

ແອັບເປິລ:

ຈະມີລົດຫວານລີ້ນທີ່ບໍ່ໜຽວ ໂດຍຊ່ວຍເອີ້ນນ້ຳລາຍໄດ້ດີ ເພາະນ້ຳລາຍຄືກົນໄກທຳມະຊາດທີ່ຮ່າງກາຍໃຊ້ລ້າງເສດອາຫານ ແລະ ປັບສະພາບຄວາມເປັນກົດດ່າງໃນປາກ.

ຫົວກະຣົດ:

ໂດຍມີຄວາມກອບທີ່ຈະເປັນຕົວຊ່ວຍໃຫ້ເຫືອກສະອາດ ແລະ ແຂ້ວແຂງແຮງ, ຊ່ວຍກຳຈັດເສດອາຫານເພາະມີເສັ້ນໃຍທີ່ຊ່ວຍໃຫ້ປາກສະອາດ ຫຼື ຊ່ວຍເອີ້ນນ້ຳລາຍນຳ.

ແຄຣນເບີຣີ:

ຈະມີສານປະກອບທີ່ສາມາດປ້ອງກັນບໍ່ໃຫ້ແບັກທີເຣຍເກາະຕິດແຂ້ວ ແລະ ສະກັດກັ້ນການກໍ່ໂຕຂອງ ຄາບຈຸລິນຊີ.

ໝາກກີວີ:

ເປັນໜຶ່ງໃນສິບຂອງສຸດຍອດອາຫານເພື່ອຄວາມງາມ ເພາະມີວິຕາມິນຊີສູງ ແລະ ຊ່ວຍບຳລຸງແຂ້ວ.

ວາຊາບິ:

ຈາກຜົນການວິໄຈເບື້ອງຕົ້ນພົບວ່າ: ວາຊາບິຈະມີສານ isothiocyanate ເຊິ່ງຊ່ວຍຢຸດຢັ້ງການເຕີບໂຕຂອງເຊື້ອພະຍາດໃນຊ່ອງປາກໄດ້.

( ຂໍ້ມູນຈາກ: goodlifeupdate.com)

( ຮຽບຮຽງ: ນຸ້ມນິ້ມ )