ຮັນນີ່ໂທສ໌ ( Honey Toast )ອາຫານເຊົ້າຈານດ່ວນ

0
357

ອາຫານເຊົ້າເປັນຄາບສໍາຄັນສໍາລັບຮ່າງກາຍມື້ນີ້ຈະຂໍເຮັດລາຍການອາຫານງ່າຍໆໃນຕອນເຊົ້າທີ່ຮີບດ່ວນ ແລະ ຍັງມີສ່ວນປະກອບຂອງນ້ຳເຜິ້ງທີ່ປະກອບດ້ວຍນ້ຳຕານໂມເລກຸນດຽວທີ່ຮ່າງກາຍເອົາໄປໃຊ້ໄດ້ເລີຍ ຄື: ກູລໂຄສ ແລະ ຟຣຸດໂຕສ.

ສ່ວນປະສົມ: ເຂົ້າໜົມປັງ 1 ກ້ອນ, ເນີຍເຄັມ 3 ບ່ວງແກງ, ນໍ້າເຜິ້ງ 2 ບ່ວງແກງ, ນໍ້າຕານຊາຍແດງ 1 ບ່ວງແກງ, ນໍ້າເຜິ້ງສໍາລັບລາດໜ້າ 1 ບ່ວງແກງ ຫຼື ໃສ່ຕາມໃຈມັກ, ວິບປິ້ງຄຣີມແລ້ວແຕ່ມັກ.

ວິທີປຸງແຕ່ງ:

1 ເອົາເນີຍສົດ, ນໍ້າເຜິ້ງ ແລະ ນໍ້າຕານຊາຍແດງໃສ່ຖ້ວຍຄົນໃຫ້ເຂົ້າກັນດີ ຫຼື ຈົນນໍ້າຕານລະລາຍກຽມໄວ້. ຊອຍເຂົ້າໜົມປັງຜ່າເຄິ່ງ ແລະ ຊອຍເປັນຕ່ອນແລ້ວໂຮຍໜ້າດ້ວຍນໍ້າຕານຊາຍແດງເລັກໜ້ອຍ ເພື່ອໃຫ້ເຂົ້າໜົມປັງມີສີນໍ້າຕານອ່ອນໆເວລາອົບ. ຈາກນັ້ນ, ນໍາເຂົ້າເຕົາໄມໂຄເວັບໃຊ້ໄຟປານກາງອົບຈົນເຂົ້າໜົມປັງສຸກເຫຼືອງແລ້ວນໍາອອກຈາກເຕົາ.

2 ຕັກສ່ວນປະສົມເນີຍທີ່ກຽມໄວ້ລົງໃສ່ເທິງເຂົ້າໜົມປັງຕອນຮ້ອນໆ ແລະ ຢອດໜ້າດ້ວຍນໍ້າເຜິ້ງບີບວິບປິ້ງຄຣີມໃສ່ທາງຂ້າງ ຖ້າໃຜບໍ່ມັກວິບປິ້ງຄຣີມກໍໃສ່ກະແລັມ ຫຼື ໝາກໄມ້ຊະນິດອື່ນແທນກໍໄດ້ ສາມາດເລືອກລົດຊາດຕາມໃຈມັກ.

LEAVE A REPLY

Please enter your comment!
Please enter your name here