ການຄ້າເສລີຈະຊ່ວຍໃຫ້ສິນຄ້າລາວແຂ່ງຂັນກັບຕ່າງປະເທດໄດ້

125

ການກ້າວເຂົ້າສູ່ການຄ້າເສລີຈະຊ່ວຍໃຫ້ສິນຄ້າລາວສາມາດແຂ່ງຂັນກັບສິນຄ້າຕ່າງປະເທດໄດ້ ເນື່ອງຈາກບໍ່ຕ້ອງເສຍຄ່າໃຊ້ຈ່າຍຫຼາຍຂັ້ນຕອນ ໂດຍສະເພາະແມ່ນພາສີ.

ກອງປະຊຸມສໍາມະນາ ສັນຍາເຂດການຄ້າເສລີ ແລະ ຜົນປະໂຫຍດຂອງທຸລະກິດການຄ້າຜ່ານທາງເອເລັກໂຕຣນິກ ຈັດຂຶ້ນໃນວັນທີ 14 ພະຈິກ 2019 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ພູຂົງ ສອນວົງໄຊ ຮອງຫົວໜ້າສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ( SMEs )  ກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ Damien Lam ບໍລິສັດ Barterfli, ມີບັນດາວິທະຍາກອນ, ຜູ້ປະກອບການຫົວໜ່ວຍທຸລະກິດ SMEs ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ໂຄງການພັດທະນາເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2 ເພື່ອຊຸກຍູ້ສົ່ງເສີມເຮັດໃຫ້ຜູ້ປະກອບການໃນ ສປປ ລາວ ມີ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເຂດການຄ້າເສລີອາຊຽນ ( FTA ), ໃຫ້ຮູ້ເຖິງປະໂຫຍດທີ່ຈະໄດ້ຮັບຈາກການຄ້າເສລີອາຊຽນ, ການຊື້ – ຂາຍຜ່ານທາງເອເລັກໂຕຣນິກ, ການຊອກຫາຂໍ້ມູນກ່ຽວກັບເຂດການຄ້າເສລີອາຊຽນ, ລະບຽບແຫຼ່ງກໍາເນີດສິນຄ້າສໍາລັບການຄ້າເສລີຕ່າງໆ, ການເຮັດການຄ້າຜ່ານ www.plaosme.com ພ້ອມທັງເຜີຍແຜ່ຮ່າງດໍາລັດການຄ້າຜ່ານທາງເອເລັກໂຕຣນິກໃຫ້ແກ່ຜູ້ປະກອບການໄດ້ຮັບຮູ້ຫຼາຍຂຶ້ນ.

ທ່ານ ໄຊສົມເພັດ ນໍລະສິງ ໃຫ້ຮູ້ວ່າ: ກອງປະຊຸມທີ່ຈັດຂຶ້ນໃນຄັ້ງນີ້ຖືເປັນການສ້າງໂອກາດໃຫ້ບັນດາຜູ້ປະກອບການໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການຄ້າເສລີ ໂດຍຈະລົງເລິກໃຫ້ເຫັນເຖິງຄວາມສໍາຄັນວ່າມັນມີຫຍັງແດ່, ໃຫ້ຮູ້ເຖິງຂັ້ນຕອນການດໍາເນີນການສົ່ງອອກສິນຄ້າແຕ່ລະຂັ້ນຕອນຢ່າງລະອຽດ ລວມເຖິງຮັບຮູ້ຜົນປະໂຫຍດຈາກການຄ້າເສລີທີ່ຈະໄດ້ຮັບຈາກແຕ່ລະປະເທດ ກ້າວໄປສູ່ການດໍາເນີນທຸລະກິດທີ່ເປັນມືອາຊີບ ກໍຄືການກ້າວໄປສູ່ສາກົນໄດ້. ນອກຈາກນີ້, ຍັງເປັນການເຜີຍແຜ່ເວັບໄຊທີ່ຈະສາມາດເຮັດໃຫ້ສິນຄ້າຂອງລາວຂາຍຜ່ານອອນລາຍໄດ້ ເພື່ອໃຫ້ມີການຊື້ – ຂາຍລະ ຫວ່າງນັກທຸລະກິດກັບລູກຄ້າ, ລູກຄ້າກັບລູກຄ້າ ຫຼື ຜູ້ຊົມໃຊ້ຕໍ່ຜູ້ຊົມໃຊ້ໄດ້ ທັງໝົດນີ້ກໍເພື່ອຊຸກຍູ້ໃຫ້ທຸລະກິດຂອງລາວເຮົາກ້າວສູ່ສາກົນໄດ້.

ສໍາລັບຜົນປະໂຫຍດທີ່ລາວເຮົາຈະໄດ້ຮັບຈາກການເຂົ້າສູ່ການຄ້າເສລີ ຈະເຮັດໃຫ້ສິນຄ້າລາວກ້າວສູ່ຕະຫຼາດສາກົນໄດ້ໂດຍບໍ່ມີພາສີ ສາມາດແຂ່ງຂັນກັບປະເທດອື່ນໄດ້ ໂດຍສະເພາະແມ່ນດ້ານລາຄາ ເນື່ອງຈາກວ່າໃນປັດຈຸບັນການຜະລິດສິນຄ້າໃນປະເທດເຮົາຍັງມີຕົ້ນທຶນການຜະລິດທີ່ສູງ ບວກກັບຄ່າພາສີ, ຄ່າຂົນສົ່ງ ຫຼື ຄ່າໃຊ້ຈ່າຍຕ່າງໆ ເຮັດໃຫ້ລາຄາສິນຄ້າສູງຂຶ້ນ. ດັ່ງນັ້ນ, ການກ້າວເຂົ້າສູ່ການຄ້າເສລີ ເປັນທາງອອກທີ່ເຮັດໃຫ້ສິນຄ້າລາວບໍ່ມີພາສີກີດກັ້ນ ເຊິ່ງຈະເຮັດໃຫ້ສິນຄ້າຂອງເຮົາແຂ່ງຂັນກັບປະເທດອື່ນໄດ້. ສ່ວນການນໍາໃຊ້ເວັບໄຊ plaosme ຈະຊ່ວຍໃຫ້ການຊື້ – ຂາຍໄດ້ກວ້າງຂຶ້ນ ສະດວກສະບາຍໃນການເລືອກຊື້ສິນຄ້າຕ່າງໆ ໂດຍບໍ່ຕ້ອງເສຍເວລາເຂົ້າໄປເຖິງໜ້າຮ້ານ ຫຼື ຕະຫຼາດຈໍາໜ່າຍຕົວຈິງ ເຮັດໃຫ້ທຸກຢ່າງງ່າຍຂຶ້ນ ເຊິ່ງປັດຈຸບັນເວັບໄຊດັ່ງກ່າວ ມີສິນຄ້າຫຼາຍກວ່າ 1.000 ລາຍການ, ທ່ານ ໄຊສົມເພັດ ນໍລະສິງ ກ່າວ.

ທ່ານ ຫຸມພັນ ໄຊຍະລາດ ເຈົ້າຂອງຜະລິດຕະພັນເສືອໂຄ່ງລຸຍໄຟ ຜູ້ປະກອບການທີ່ເຂົ້າຮ່ວມງານສໍາມະນາໃນຄັ້ງນີ້ ໃຫ້ຮູ້ວ່າ: ການເຂົ້າຮ່ວມສໍາມະນາໃນຄັ້ງນີ້ ຊ່ວຍໃຫ້ຮັບຮູ້ເຖິງຂັ້ນຕອນຕ່າງໆຂອງການສົ່ງອອກສິນຄ້າໄປຕ່າງປະເທດໃນເຂດສັນຍາການຄ້າເສລີ ໂດຍສະເພາະແມ່ນນິຕິກໍາຕ່າງໆ ຂະນະດຽວກັນກໍຍັງຮູ້ເຖິງເວັບໄຊການຄ້າອອນລາຍ, ແນ່ນອນວ່າປັດຈຸບັນນີ້ເປັນຍຸກແຫ່ງເຕັກໂນໂລຊີ ບັນດາຜູ້ປະກອບການກໍຕ້ອງໄດ້ປັບຕົວໃນການດໍາເນີນທຸລະກິດຂອງຕົນເອງໃຫ້ຢູ່ລອດ ແລະ ກ້າວໃຫ້ທັນຕາມຍຸກສະໄໝພາຍໃຕ້ລະບຽບການ ແລະ ນະໂຍບາຍທີ່ພັກ – ລັດວາງອອກ.