ການກໍ່ສ້າງສູນການຄ້າຫ້ວຍຊາຍ ສໍາເລັດໄລຍະທີ 1

57

ກຸ່ມບໍລິສັດ ລົງທຶນພັດທະນາ ຫາຍເຊິງ ລາວ ຈໍາກັດ ໄດ້ຈັດພິທີລາຍງານຜົນສໍາເລັດການກໍ່ສ້າງ ໄລຍະທີ 1 ຂອງໂຄງການພັດທະນາສູນການຄ້າ ແລະ ການທ່ອງທ່ຽວສາກົນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ປະກອບມີອາຄານ 17 ຊັ້ນ 2 ຫຼັງ ພາຍຫຼັງທີ່ໄດ້ລົງມືຈັດຕັ້ງປະຕິບັດມາແຕ່ເດືອນມັງກອນ 2019 ດ້ວຍມູນຄ່າການກໍ່ສ້າງ 40 ລ້ານໂດລາ ແລະ ໃຊ້ເວລາພຽງແຕ່ 10 ເດືອນ ສໍາເລັດຕາມຄາດໝາຍ. ໂຄງການດັ່ງກ່າວຫາກສໍາເລັດຮຽບຮ້ອຍຈະເປີດທົດລອງນໍາໃຊ້ໃນເດືອນກັນຍາ 2020.

ທ່ານ ຫຼານ ຈາ ເຫວີຍ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ ລົງທຶນພັດທະນາ ຫາຍເຊິງ ລາວ ຈໍາກັດ ກ່າວວ່າ: ໂຄງການພັດທະນາສູນການຄ້າ ແລະ ການທ່ອງທ່ຽວ ເມືອງຫ້ວຍຊາຍ ໄດ້ແບ່ງການກໍ່ສ້າງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ໄດ້ດໍາເນີນການກໍ່ສ້າງອາຄານສູງ 17 ຊັ້ນ ຈໍານວນ 2 ຫຼັງ ນັບແຕ່ເດືອນມັງກອນ 2019 ເປັນຕົ້ນມາ ໂດຍທັງສອງອາຄານມີມູນຄ່າການກໍ່ສ້າງ 40 ລ້ານໂດລາ ໃຊ້ເວລາພຽງແຕ່ 10 ເດືອນສໍາເລັດ ແລະ ໂອກາດຕໍ່ໄປຈະດໍາເນີນການກໍ່ສ້າງໂຮງແຮມ 5 ດາວ, ສໍານັກງານຫ້ອງການ, ອາພາດເມັ້ນ, ຮ້ານອາຫານ ແລະ ເຮືອນພັກລຽບຕາມແຄມແມ່ນໍ້າຂອງຕື່ມອີກ.

ສ່ວນໄລຍະທີ 2 ແມ່ນກໍ່ສ້າງສູນການຄ້າປອດພາສີທັງ 5 ຕຶກ, ສະຖານທີ່ບັນເທີງ, ທ່າເຮືອທ່ອງທ່ຽວສາກົນ ແລະ ສະຖານນີຂົນສົ່ງໂດຍສານ ເຊິ່ງໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 13,8 ເຮັກຕາ ໂດຍແມ່ນບໍລິສັດໃນເຄືອຂອງ ຫາຍເຊິງກຣຸບ ເປັນຜູ້ຮັບເໝົາກໍ່ສ້າງ ດ້ວຍມູນຄ່າທັງໝົດ 100 ລ້ານໂດລາສະຫະລັດ. ສໍາລັບການກໍ່ສ້າງທັງ 2 ໄລຍະຫາກສໍາເລັດ ຄາດວ່າຈະເປີດທົດລອງນໍາໃຊ້ອາຄານດັ່ງກ່າວໃນເດືອນກັນຍາ 2020 ຖືວ່າເປັນອີກໂຄງການໜຶ່ງທີ່ສ້າງສີສັນໃໝ່ຂອງເມືອງຫ້ວຍຊາຍ.

ທ່ານ ບົວສະຫວາດ ອິນທະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງບໍ່ແກ້ວ ໄດ້ມີຄໍາເຫັນວ່າ: ໃນນາມເປັນຄູ່ສັນຍາພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນ, ອໍານວຍຄວາມສະດວກທາງດ້ານນະໂຍບາຍຕ່າງໆໃຫ້ແກ່ໂຄງການ ເພື່ອເຮັດໃຫ້ການກໍ່ສ້າງສໍາເລັດໄປດ້ວຍດີຕາມແຜນກຳນົດໄວ້ ແລະ ຮຽກຮ້ອງໃຫ້ຜູ້ພັດທະນາຈົ່ງໄດ້ເຊີດຊູຄວາມຮັບຜິດຊອບສູງເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບຜົນສໍາເລັດ ແລະ ເປັນຕົວແບບໃຫ້ແກ່ໂຄງການອື່ນໆ ພ້ອມທັງສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ແລະ ສ້າງແຂວງບໍ່ແກ້ວ ໃຫ້ເປັນໃຈກາງດ້ານການບໍລິການ, ການຄ້າ ແລະ ການທ່ອງທ່ຽວໃຫ້ຫຼາຍຂຶ້ນ.

ພິທີລາຍງານຜົນສໍາເລັດການກໍ່ສ້າງ ໄລຍະທີ 1 ຈັດຂຶ້ນໃນຕອນແລງວັນທີ 12 ພະຈິກ 2019 ຜ່ານມາ ຢູ່ບໍລິເວນດ່ານສາກົນຂົວມິດຕະພາບ 4 ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ມະລີສານ ແສງຈັນທາ ຮອງເຈົ້າແຂວງບໍ່ແກ້ວ, ມີບັນດາຫົວໜ້າພະແນກ, ຕາງໜ້າບໍລິສັດ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ;  ຮູບ: ບຸນເພັດ ]