ນະຄອນຫຼວງ! ຢຶດ ແລະ ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຫຼາຍກວ່າ 1 ໂຕນ

94

ຍັງປະກົດມີມາໃຫ້ເຫັນເລື້ອຍໆ ກໍລະນີການນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອນຳມາຈຳໜ່າຍ ແຕ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ. ຫຼ້າສຸດ, ເຈົ້າໜ້າທີ່ພາສີປະຈໍາຢູ່ດ່ານສາກົນມິດຕະພາບ ລາວ-ໄທ 1 ກໍ່ກວດພົບສິນຄ້າປະເພດພືດຜັກນໍາເຂົ້າ ແຕ່ບໍ່ມີໃບອະນຸຍາດ, ບໍ່ມີໃບຢັ້ງຢືນດ້ານສຸຂະນາໄມ ແລະ ບໍ່ໄດ້ເສຍຄ່າພາສີ ຈຳນວນກວ່າ 1 ໂຕນມາທຳລາຍຖິ້ມ.

ໃນວັນທີ 7 ພະຈິກ 2019 ເຈົ້າໜ້າທີ່ພາສີປະຈໍາຢູ່ດ່ານສາກົນມິດຕະພາບ ລາວ-ໄທ 1 ໄດ້ກວດພົບພືດຜັກທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງເປັນຂອງທ້າວ ໂຕເລັກ ອາຍຸ 30 ປີ ຢູ່ບ້ານ ໜອງສະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງນຳເຂົ້າມາໂດຍລົດເມປະຈຳທາງ ອຸດອນ-ວຽງຈັນ ຈຳນວນ 12 ລາຍການ.

ໃນນັ້ນ: ມີໝາກເຜັດ 350 ກິໂລ, ໝາກລິ້ນໄມ້ 20 ກິໂລ, ຫອມບົ່ວ 170 ກິໂລ, ດອກຜັກ100 ກິໂລ, ໝາກແຕງ 50 ກິໂລ, ໝາກງູງ້ຽວ120 ກິໂລ, ໝາກຖົ່ວ 80 ກິໂລ, ໝາກຖົ່ວພູ 20 ກິໂລ, ຜັກກາດ 90 ກິໂລ, ໝາກຮະ 30 ກິໂລ, ຫົວຜັກກາດຂາວ 20 ກິໂລ ແລະ ເຜືອກ 20 ກິໂລ ລວມທັງໝົດ 1.070 ກິໂລກຣາມ ໂດຍບໍ່ມີໃບອະນຸຍາດນໍາເຂົ້າ, ບໍ່ມີໃບຢັ້ງຢືນດ້ານສຸຂະອະນາໄມ ແລະ ບໍ່ເສຍພາສີ.

ພາຍຫຼັງກວດພົບເຫັນ ແລະ ຢຶດໄວ້ເຈົ້າໜ້າທີ່ກໍ່ໄດ້ແນະນຳໃຫ້ປະຕິບັດຕາມລະບຽບໃຫ້ຖືກຕ້ອງ ແຕ່ຜູ້ກ່ຽວບໍ່ມາຕິດຕໍ່ພົວພັນຈົນຮອດປັດຈຸບັນ. ດັ່ງນັ້ນ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ນໍາເອົາພືດຜັກທີ່ຢຶດໄດ້ມາທຳລາຍຖິ້ມ ຢູ່ທີ່ສະຖານີກັກກັນພືດ ດົງໂພສີ ໃນຕອນບ່າຍຂອງວັນທີ 12 ພະຈິກຜ່ານມາ ໂດຍມີ ທ່ານ ວັນນາ ຄຳໂພໂຊ ຫົວໜ້າດ່ານປ້ອງກັນພືດສາກົນ ດົງໂພສີ, ທ່ານ ຄຳພັດ ສີລາວົງ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 1 ພ້ອມດ້ວຍຜູ້ຕາງໝ້າອົງການອາຫານ ແລະ ຢາ, ຂະແໜງປູກຝັງ, ແພດປະຈຳດ່ານ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ: ໂທລະພາບນະຄອນຫຼວງ