4 ສາເຫດຫຼັກ ເຮັດໃຫ້ການສະໜອງສິນຄ້າພາຍໃນບໍ່ພຽງພໍ

138

ເຖິງແມ່ນວ່າ ປະຊາກອນສ່ວນໃຫຍ່ໃນສປປ ລາວ ຈະຢຶດຖືອາຊີບກະສິກຳເປັນຕົ້ນຕໍກໍ່ຕາມ ແຕ່ປັດໄຈພື້ນຖານໂດຍລວມແລ້ວ ການຜະລິດເພື່ອສະໜອງຢູ່ພາຍໃນ ຊໍ້າພັດບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍກັບຄວາມຕ້ອງການ. ເພາະສະນັ້ນ, ຈຶ່ງຈຳເປັນຕ້ອງນຳເຂົ້າສິນຄ້າປະເພດຕ່າງໆທີ່ຜະລິດໄດ້ບໍ່ພຽງພໍ.

ຕໍ່ກັບບັນຫາດັ່ງກ່າວ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້ ໄດ້ລາຍງານຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 13 ພະຈິກ 2019 ໃຫ້ຮູ້ວ່າ: ສະພາບຕົວຈີງຂອງການຜະລິດ ກະສິກໍາຂອງປະທດເຮົາ ຍັງແມ່ນກະສິກໍາທໍາມະຊາດ, ເອກະເທດ; ກຸ້ມໃຜກຸ້ມມັນຢູ່, ບໍ່ທັນຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງ ຢ່າງເຕັມສ່ວນດ້ານນີ້ໄດ້ເທື່ອ. ຍ້ອນຊາວກະສິກອນ ຍັງຂາດຄວາມຮູ້, ທັກສະກະສິກໍາ ສະໄໝໃໝ່; ຂາດການຈັດຕັ້ງທີ່ດີ, ແບບຢ່າງການຜະລິດສິນຄ້າທີ່ດີບໍ່ທັນຫຼາຍ.


ກະສິກໍາມີຄວາມສ່ຽງໃນຫຼາຍດ້ານເຊັ່ນ: ຈາກໄພທໍາມະຊາດ; ພະຍາດລະບາດ; ຂາດຄວາມແນ່ນອນຂອງລາຄາ ແລະ ຕະຫຼາດປີໃດລາຄາດີ ກໍ່ຍາດກັນປູກ, ລ້ຽງ, ຍາດຊື້, ຍາດຂາຍເຮັດໃຫ້ລາຄາຕົກຕ່ຳ.


ພື້ນຖານໂຄງລ່າງດ້ານວັດຖຸ, ເຕັກນິກ ຂອງຂົງເຂດກະສິກໍາ, ປ່າໄມ້ ເວົ້າລວມແລ້ວ ຍັງຂາດເຂີນແລະ ອ່ອນແອຫຼາຍ ເວົ້າສະເພາະແລ້ວ ພື້ນຖານດ້ານວັດຖຸ, ເຕັກນິກ ໃຫ້ແກ່ການຄົ້ນຄວ້າ ວິທະຍາສາດ, ທັງບໍ່ມີ, ອັນມີຊໍ້າພັດຍັງຫຼ້າຫຼັງ ທຽບໃສ່ຄວາມຮຽກຮ້ອງຕ້ອງການ ຂອງການຜະລິດ ແລະ ການຕະຫຼາດ, ການພັດທະນາຊັບພະຍາກອນມະນຸດ ໃນຂົງເຂດກະສິກໍາ ຍັງບໍ່ທັນແຂງແຮງ, ບໍ່ພຽງພໍ, ຂາດນັກຄົ້ນຄວ້າ, ນັກວິທະຍາສາດ, ຂາດຄົນທີ່ເຮັດວຽກຢູ່ສູນ ແລະສະຖານີ, ຜູ້ພາເຮັດພາສ້າງ, ປູກ, ລ້ຽງ, ຈໍານວນຢູ່ສູນ, ສະຖານີ ກໍ່ຍັງແມ່ນພະນັກງານດິບໆ, ແດງໆ, ມີແຕ່ທິດສະດີຂາດພຶດຕິກໍາ ທີ່ຈະຊ່ວຍປະຊາຊົນ ໄດ້ເທື່ອ.


ຂາດກົນໄກ, ນະໂຍບາຍ ທີ່ຈູງໃຈແທ້ ໃຫ້ແກ່ຊາວກະສິກອນ, ນັກທຸລະກິດ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ, ການແບ່ງຂັ້ນຄຸ້ມຄອງ ຍັງເຄິ່ງໆກາງໆ; ຂາດງົບປະມານ ຄົ້ນຄວ້າ ວິທະຍາສາດ. ເຊິ່ງສິ່ງດັ່ງກ່າວມານັ້ນ ເປັນສາຍເຫດຕົ້ນຕໍຂອງການຕອບສະໜອງສິນຄ້າບໍ່ພຽງພໍ ໃຫ້ແກ່ພາຍໃນປະເທດ.