ທະນາຄານອິນໂດຈີນ ໜ່ວຍບໍລິການໂອໂຕຊິຕີ T2 ຍ້າຍເຂົ້າຢູ່ອາຄານຫຼັງໃໝ່

217

ອາທິດຜ່ານມາ ທະນາຄານອິນໂດຈີນ ໜ່ວຍບໍລິການໂອໂຕຊິຕີ T2 ໄດ້ຍ້າຍໄປຢູ່ອາຄານຫຼັງໃໝ່ທີ່ກວ້າງໃຫຍ່ ແລະ ສະດວກສະບາຍກວ່າ ຕັ້ງຢູ່ຊ້າຍສວຍກັບສະຖານທີ່ເກົ່າ ຖະໜົນອາຊຽນ T2 ບ້ານນາຄຳ ເມືອງສີໂຄດຕະບອງ.

ຈຸດປະສົງທີ່ຍ້າຍກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ໄດ້ຮັບບໍລິການທີ່ດີເປັນມືອາຊີບຂອງທະນາຄານອິນໂດຈີນ.

ດັ່ງນັ້ນ, ທະນາຄານອິນໂດຈີນ ຈຶ່ງມີການພັດທະນາ ແລະ ກ້າວໄປຂ້າງໜ້າຄຽງຄູ່ກັບ ຄວາມຕ້ອງການຂອງລູກຄ້າ ແລະ ສັງຄົມ ໂດຍໃຫ້ເປັນສ່ວນໜຶ່ງໃນການສ້າງຄວາມສະດວກສະບາຍ, ໃນການໃຊ້ຊີວິດປະຈຳວັນຂອງທຸກຄົນ.

ທ່ານ ເຕ ຮົງ ເຮັງ ຜູ້ອຳນວຍການໃຫຍ່ທະນາຄານອິນໂດຈີນ ໄດ້ກ່າວວ່າ: “ ທະນາຄານອິນໂດຈີນ ເປັນທະນາຄານທີ່ມຸ່ງໝັ້ນທີ່ຈະມອບສິ່ງທີ່ດີທີ່ສຸດແກ່ລູກຄ້າ, ພໍ່ແມ່ປະຊາຊົນ, ສັງຄົມ ແລະ ຂໍສະແດງຄວາມຂອບໃຈໃນຄວາມໄວ້ວາງໃຈຂອງລູກຄ້າ ແລະ ພໍ່ແມ່ປະຊາຊົນທີ່ໃຫ້ການສະໜັບສະໜູນທະນາຄານອິນໂດຈີນ ດ້ວຍດີສະເໝີມາ ແລະ ຂໍສັນຍາວ່າຍັງຈະສືບຕໍ່ພັດທະນາທຸກດ້ານ ເພື່ອໃຫ້ເຂົ້າເຖິງທຸກ ຄວາມຕ້ອງການຂອງລູກຄ້າທຸກເພດ – ທຸກໄວ ແລະ ທຸກສາຂາອາຊີບ ”.

ດ້ວຍທີມງານທີ່ມີປະສົບການຂອງທະນາຄານ, ໜ່ວຍບໍລິການໂອໂຕຊິຕີ T2 ແຫ່ງນີ້ ແມ່ນໃຫ້ບໍລິການທັງຕູ້ຖອນເງິນສົດເອທີເອັມ ( ATM ) ແລະ ຫ້ອງຮັບແຂກລູກຄ້າຊັ້ນໜຶ່ງ VIP; ທະນາຄານອິນໂດຈີນ ມີຫຼາກຫຼາຍຜະລິດຕະພັນ ແລະ ການບໍລິການ ເຊິ່ງລວມໄປເຖິງບັນຊີເງິນຝາກປະຢັດ, ບັນຊີເງິນຝາກ ເພື່ອການສຶກສາ, ບັນຊີເງິນຝາກດອກເບ້ຍທະວີຄູນ, ບັນຊີເງິນຝາກກະແສລາຍວັນ ແລະ ບັນຊີເງິນຝາກປະຈຳ.

ກັບແນວຄິດສຸດຍອດແຫ່ງການທະນາຄານ “ Extreme Banking ” ລູກຄ້າຈະເພິ່ງພໍໃຈໄປກັບອັດຕາດອກເບ້ຍເງິນຝາກທີ່ສູງ, ຄ່າບໍລິການທີ່ຕ່ຳທີ່ສຸດແມ່ນ 0% ຫຼື FREE ແລະ ຍັງໄດ້ຮັບ FREE ປະກັນໄພອຸບັດເຫດສ່ວນບຸກຄົນ ທີ່ມາພ້ອມກັບປະເພດເງິນຝາກຕ່າງໆ. ສຳລັບໄລຍະໂປຣໂມຊັນນີ້ລູກຄ້າທ່ານໃດທີ່ມາເປີດບັນຊີນຳທະນາຄານອິນໂດຈີນ ຈະໄດ້ຮັບກະຕິກນ້ຳຟຣີທັນທີ, ເວລາໃຫ້ບໍລິການແມ່ນວັນຈັນ ເຖິງ ວັນສຸກ ເລີ່ມຕັ້ງແຕ່ 8:30 ເຖິງ 15:30 ໂມງ.