ເປີດ ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ – ຈີນ

142

ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີເປີດປ້າຍ ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ – ຈີນ ຂຶ້ນຢ່າງເປັນທາງການ ພາຍຫຼັງທີ່ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຢູນນານ ສາກົນ ແລະ ລັດວິສາຫະກິດໄຟຟ້າລາວ ລົງທຶນຮ່ວມກັນ ແລະ ຮັບຜິດຊອບໃນການກໍ່ສ້າງ, ດໍາເນີນງານ ແລະ ບໍາລຸງຮັກສາໂຄງການສະໜອງໄຟໃຫ້ທາງລົດໄຟ ລາວ – ຈີນ ເຊິ່ງຈະເປັນໂຄງການສາຍສົ່ງໄຟຟ້າທຳອິດທີ່ລົງທຶນໃນຮູບແບບ BoT ຢູ່ ສປປ ລາວ.

ເວັບໄຊລັດວິສາຫະກິດໄຟຟ້າລາວ ເປີດເຜີຍວ່າ: ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ – ຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ພາຍຫຼັງທີ່ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຢູນນານ ສາກົນ ແລະ ລັດວິສາຫະກິດໄຟຟ້າລາວ ລົງທຶນຮ່ວມກັນ ແລະ ຮັບຜິດຊອບໃນການກໍ່ສ້າງ, ດໍາເນີນງານ ແລະ ບໍາລຸງຮັກສາ ໂຄງການສະໜອງໄຟໃຫ້ທາງລົດໄຟ ລາວ – ຈີນ ແລະ ຈະເປັນໂຄງການສາຍສົ່ງໄຟຟ້າທຳອິດທີ່ລົງທຶນໃນຮູບແບບ BoT ຢູ່ ສປປ ລາວ ເພື່ອຮັບປະກັນການສະໜອງໄຟໃຫ້ລົດໄຟ ລາວ – ຈີນ ທີ່ຈະສາມາດແລ່ນລົດໄດ້ຕາມເປົ້າໝາຍ ແລະ ເປັນໂຄງການໜຶ່ງທີ່ຊຸກຍູ້ການພັດທະນາຄູ່ຮ່ວມລະຫວ່າງ ສປປ ລາວ ກັບ ສປ ຈີນ ເປັນໂຄງການສະໜັບສະໜຸນ “ ໜຶ່ງແລວໜຶ່ງເສັ້ນທາງ ” ໃນການເຊື່ອມໂຍງພື້ນຖານໂຄງລ່າງກັບບັນດາປະເທດໃນພາກພື້ນ.

ການເປີດປ້າຍ ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ – ຈີນ ຈະເຮັດໃຫ້ໂຄງການສະໜອງໄຟໃຫ້ລົດໄຟ ລາວ – ຈີນ ກ້າວໄປອີກຂັ້ນ ຄາດວ່າໂຄງການຈະໄດ້ເລີ່ມກໍ່ສ້າງພາຍໃນເດືອນທັນວາ 2019 ແລະ ຈະໃຫ້ສໍາເລັດໃນເດືອນມີນາ 2021 ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍແຂກທັງສອງຝ່າຍເຂົ້າຮ່ວມ ໂດຍຈັດຂຶ້ນໃນວັນທີ 8 ພະຈິກ ປີ 2019 ຜ່ານມາ ຢູ່ສໍານັກງານ  ໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ.

( ເນື້ອໃນ – ຮູບພາບ: ຟຟລ )

[ ຂ່າວ: ສົມສະຫວິນ ]