ລັດຖະບານ ທຸ່ມງົບກວ່າ 352 ຕື້ກີບ ໃສ່ການຜະລິດກະສິກໍາ

168

ໄພພິບັດນໍ້າຖ້ວມ ແລະ ແຫ້ງແລ້ງປີ 2019 ໄດ້ເຮັດໃຫ້ເນື້ອທີ່ການຜະລິດຂອງປະຊາຊົນເສຍຫາຍຈໍານວນຫຼາຍ. ໃນນັ້ນ, ເນື້ອທີ່ປັກດໍານາປີໄດ້ຮັບຜົນກະທົບ 770.279 ເຮັກຕາ ຄາດຄະເນຜົນເສຍຫາຍ ປະມານ 456.500 ໂຕນ, ຊົນລະປະທານຖືກຜົນກະທົບ 557 ໂຄງການ, ສັດລ້ຽງໄດ້ຮັບຜົນກະທົບ 91.989 ໂຕ ເພື່ອຮັບປະກັນການຜະລິດລະດູແລ້ງປີ 2019 – 2020 ລັດຕ້ອງທຸ່ມງົບ 352,6 ຕື້ກີບ ສຸມໃສ່ການຜະລິດ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ພະຈິກ 2019 ໃຫ້ຮູ້ວ່າ: ໄພພິບັດໃນປີ 2019 ສ້າງຄວາມເສຍຫາຍ 9 ແຂວງ ມີ 59 ເມືອງ, 1.869 ບ້ານ, 168.997 ຄອບຄົວ, ເນື້ອທີ່ປັກດໍານາປີ 770.279 ເຮັກຕາ, ໄດ້ຮັບຜົນກະທົບນໍ້າຖ້ວມ 174.574 ເຮັກຕາ, ເນື້ອທີ່ເສຍຫາຍ 105.206 ເຮັກຕາ ( 13,65% ຂອງເນື້ອທີ່ປັກດໍາທົ່ວປະເທດ )  ຄາດຄະເນຜົນຜະລິດເສຍຫາຍ ປະມານ 456.500 ໂຕນ. ເນື້ອທີ່ປູກເຂົ້າໄຮ່ໄດ້ຮັບຜົນກະທົບຈາກຝົນຕົກໜັກ, ບາງເຂດແຫ້ງແລ້ງ ແລະ ສັດຕູພືດທໍາລາຍ ຈໍານວນ 1.787 ເຮັກຕາ, ເນື້ອທີ່ເສຍຫາຍ 1.200 ກວ່າເຮັກຕາ. ໃນນັ້ນ, ເສຍຫາຍຈາກໄພແຫ້ງແລ້ງ 270 ເຮັກຕາ ດິນເຊາະເຈື່ອນ 112 ເຮັກຕາ, ສັດຕູພືດທໍາລາຍ 791 ເຮັກຕາ. ເນື້ອທີ່ປູກພືດໄດ້ຮັບຜົນກະທົບ 49.136 ເຮັກຕາ ແລະ ເສຍຫາຍ 29.061 ເຮັກຕາ. ໃນນັ້ນ, ເສຍຫາຍຈາກໄພນໍ້າຖ້ວມ 12.163 ເຮັກຕາ, ໄພແຫ້ງແລ້ງ 776 ເຮັກຕາ ແລະ ສັດຕູພືດທໍາລາຍ 16.122 ເຮັກຕາ.

ສັດລ້ຽງໄດ້ຮັບຜົນກະທົບທັງໝົດມີງົວ 91.989 ໂຕ, ຕາຍ 4.377 ໂຕ; ຄວາຍໄດ້ຮັບຜົນກະທົບ 57.685 ໂຕ, ຕາຍ 1.128 ໂຕ; ແບ້ໄດ້ຮັບຜົນກະທົບ 26.316 ໂຕ, ຕາຍ 2.096 ໂຕ; ໝູໄດ້ຮັບຜົນກະທົບ 86.556 ໂຕ, ຕາຍ 4.791ໂຕ ແລະ ສັດປີກໄດ້ຮັບຜົນກະທົບ 797.330 ໂຕ, ຕາຍ 256.931 ໂຕ. ນອກນັ້ນ, ຍັງມີໜອງປາໄດ້ຮັບຜົນກະທົບ 8.178 ໜອງ ເສຍຫາຍປະມານ 32 ລ້ານກວ່າໂຕ.

ລະບົບຊົນລະປະທານຖືກກະທົບ 557 ໂຄງການ ເສຍຫາຍ 497 ໂຄງການ. ນອກຈາກນັ້ນ, ຍັງມີການລະບາດຂອງພະຍາດສັດ ເປັນຕົ້ນແມ່ນພະຍາດອະຫິວາໝູອາຟຣິກາ ໄດ້ລະບາດຢູ່ 103 ບ້ານ 42 ເມືອງໃນ 15 ແຂວງ ໝູຖືກກະທົບ 25.568 ໂຕ, ມີໝູຕາຍ 10.903 ໂຕ, ຖືກຂ້າທໍາລາຍ 3.306 ໂຕ ລວມທັງໝູທີ່ຕາຍດ້ວຍພະຍາດ ແລະ ຂ້າທໍາລາຍ 14.209 ໂຕ, ບົ້ງຝູງສາລີລະບາດໃນ 12 ແຂວງ 59 ເມືອງ 691 ບ້ານ; ມີເນື້ອທີ່ປູກສາລີ 104.209 ເຮັກຕາ. ໃນນີ້, ມີ 40.755 ເຮັກຕາ ໄດ້ຮັບຜົນກະທົບ ( ກວມເອົາ 40% ຂອງເນື້ອທີ່ລະບາດ ).

ເພື່ອແກ້ໄຂບັນຫາຮີບດ່ວນ ກະຊວງ ກປ ສະເໜີລັດຖະບານພິຈາລະນາງົບປະມານສຸກເສີນເພື່ອສ້ອມແປງລະບົບຊົນລະປະທານໃຫ້ເຖິງໄລຍະເກັບກ່ຽວ ປະມານ 84,9 ຕື້ກີບ ຟື້ນຟູຊົນລະປະທານ 238 ໂຄງການ ໂດຍສະເພາະຕອບສະໜອງໃຫ້ແກ່ການຜະລິດລະດູແລ້ງ 2019 ແລະ ລະດູຝົນ 2020 ກະຊວງ ກປ ສະເໜີງົບປະມານ 220,9 ຕື້ກີບ ໃນຈໍານວນ 288 ໂຄງການ ແລະ ຄວາມຕ້ອງການຈໍາເປັນຈໍານວນໜຶ່ງ ເປັນຕົ້ນແມ່ນແນວພັນພືດ, ສັດ, ອຸປະກອນ, ຢາວັກຊິນ, ຢາປາບສັດຕູພືດ ແລະ ປັດໄຈອື່ນໆ ຈໍານວນ 46,7 ຕື້ກີບ ລວມທັງໝົດ 352,6 ຕື້ກີບ ເພື່ອໃຫ້ລັດຖະບານພິຈາລະນາ.

( ຂ່າວ: ພຸດຕີ້; ຮູບ: ສຸກສະຫວັນ )