ສສຊ ຊີ້ບຸກຄະລາກອນເປັນຕົວຕັດສິນໃນການພັດທະນາເສດຖະກິດ – ສັງຄົມ

213

ສະມາຊິກສະພາແຫ່ງຊາດ ( ສສຊ ) ສະເໜີໃຫ້ລັດຖະບານຍົກສູງຄວາມຮັບຜິດຊອບຂອງພະນັກງານ – ລັດຖະກອນ ໃນການປະຕິບັດໜ້າທີ່ວຽກງານ ເຊິ່ງໄລຍະຜ່ານມາເຫັນວ່າບາງຂະແໜງການເຮັດວຽກຊ້ຳຊ້ອນກັນ ( ຍາດກັນເຮັດ ) ໃນຂະນະທີ່ບາງໜ້າວຽກບໍ່ມີຂະແໜງການໃດຮັບຜິດຊອບ.

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 12 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ໄດ້ປະກອບຄຳເຫັນໃສ່ບົດລາຍງານແຜນພັດທະນາເສດຖະກິດມະຫາພາກຂອງລັດຖະບານ, ແຜນງົບປະມານ ແລະ ແຜນເງິນຕາ ປີ 2019 ເຊິ່ງບັນດາ ສສຊ ປະກອບຄໍາເຫັນຢ່າງກົງໄປກົງມາ ພ້ອມທັງນໍາສະເໜີແນະບັນດາວິທີແກ້ໄຂ, ມາດຕະການ, ນະໂຍບາຍ ເພື່ອສ້າງຄວາມເຂັ້ມແຂງ, ເຂັ້ມງວດຕື່ມໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂບຸກຄະລາກອນຂອງແຕ່ລະຂະແໜງການໃຫ້ດີຂຶ້ນ ແລະ ມີປະສິດທິຜົນສູງຂຶ້ນ.

ທ່ານ ຄຳແດງ ສີລາວົງ ສສຊ ເຂດເລືອກຕັ້ງ 18 ແຂວງໄຊສົມບູນ ໄດ້ຍົກບາງສາເຫດທີ່ເຮັດໃຫ້ແຂວງບໍ່ສາມາດເກັບລາຍຮັບໄດ້ຕາມແຜນ ວ່າ: ການລົງທຶນຂອງລັດຍັງບໍ່ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ໂດຍສະເພາະການຄັດຈ້ອນບຸລິມະສິດຂອງໂຄງການ, ການຄຸ້ມຄອງຫົວໜ່ວຍລາຄາ, ການກຳນົດມູນຄ່າການລົງທຶນ, ໂຄງການລົງທຶນຂອງລັດ ສ່ວນຫຼາຍມີມູນຄ່າສູງ ແຕ່ບໍ່ມີຄຸນນະພາບການຈັດຕັ້ງປະຕິບັດບັນດາໂຄງການຍັງຊັກຊ້າ ບໍ່ໄປຕາມສັນຍາທີ່ໄດ້ເຊັນກັນຍ້ອນພະນັກງານບໍ່ມີຄວາມຮັບຜິດຊອບ, ສສຊ ເຂດ 18 ຍັງໄດ້ສະເໜີໃຫ້ລັດຖະບານ ວ່າໂຄງການລົງທຶນຂອງລັດ ຄວນໃຫ້ສະມາຊິກສະພາເຂົ້າຮ່ວມກວດສອບແຕ່ຫົວທີ ໂດຍໃຫ້ ສສຊ ປະກອບຄຳເຫັນໃສ່ກ່ອນຈະສະເໜີໃຫ້ກະຊວງກ່ຽວຂ້ອງນຳເຂົ້າຜ່ານກອງປະຊຸມສະພາ ເພື່ອຮັບຮອງ. ຫຼັງຈາກນັ້ນ, ຂະແໜງການກ່ຽວຂ້ອງຕ້ອງຈັດຕັ້ງປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

ທ່ານ ທິບພະຈັນ ໂພໄຊ ສສຊ ເຂດເລືອກຕັ້ງ 12 ແຂວງຄໍາມ່ວນ ກ່າວວ່າ: ສາເຫດເຮັດໃຫ້ການພັດທະນາເສດຖະກິດມະຫາພາກບໍ່ບັນລຸຕາມແຜນແມ່ນເນື່ອງມາຈາກການບຸກທະລຸທາງດ້ານຈິນຕະນາການຂອງພະນັກງານຍັງບໍ່ທັນມີຄຸນນະພາບ, ການຈັດຕັ້ງປະຕິບັດຍັງບໍ່ໄດ້ຕາມຄາດໝາຍ, ຄວາມຮັບຜິດຊອບຂອງພະນັກງານຍັງຕໍ່າ ແລະ ການປະຕິບັດລະບຽບກົດໝາຍຍັງບໍ່ທັນເຂັ້ມງວດພໍ.

ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ຄວນມີເລືອກເຟັ້ນພະນັກງານເຂົ້າໃນກົງຈັກລັດ ຕ້ອງເນັ້ນໃສ່ຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ – ຄວາມສາມາດ ແລະ ມີຄວາມຮັບຜິດຊອບ; ແຕ່ລະພາກສ່ວນຕ້ອງລົງຮາກຖານ ເພື່ອຊ່ວຍເຫຼືອຊີ້ນໍາ – ນໍາພາຢ່າງໃກ້ຊິດຕິດແທດກັບປະຊາຊົນ; ຕ້ອງກວດກາຄືນບັນດາແຜນພັດທະນາຂອງບັນດາໂຄງການໃຫ້ສອດຄ່ອງກັບສະພາບຕົວຈິງ.

ທ່ານ ອາລຸນໄຊ ສູນນະລາດ ສສຊ ເຂດ 8 ແຂວງຫົວພັນ ໄດ້ຍົກ 4 ສາເຫດທີ່ເຮັດໃຫ້ບໍ່ບັນລຸແຜນພັດທະນາເສດຖະກິດມະຫາພາກ ວ່າ: ຍ້ອນຈິນຕະນາການ ແລະ ການເຮັດວຽກຂອງພະນັກງານ, ຄວາມຮັບຜິດຊອບຍັງຕໍ່າ ລວມໄປເຖິງຄ່ານິຍົມ; ການວາງແຜນພັດທະນາເສດຖະກິດ – ສັງຄົມຍັງບໍ່ແທດເໝາະກັບສະພາບຄວາມຕ້ອງການຕົວຈິງ, ການອອກແບບ – ຄິດໄລ່ຂອງການຜະລິດຍັງນໍາໃຊ້ຕົ້ນທຶນສູງ; ຄຸນນະພາບຂອງຄົນ ລວມເຖິງການວາງແຜນຄົນ ແລະ ການນໍາໃຊ້ຄົນຍັງບໍ່ສອດຄ່ອງກັບຕົວຈິງ ແລະ ກົນໄກ, ຂັ້ນຕອນຂອງແຕ່ລະຂະແໜງການຍັງບໍ່ທັນລະອຽດ ເຮັດໃຫ້ມີບາງວຽກຍາດກັນເຮັດ ແລະ ບາງວຽກບໍ່ມີຄົນຢາກເຮັດ.

ສະນັ້ນ, ເພື່ອປະຕິບັດໃຫ້ບັນລຸແຜນພັດທະນາເສດຖະກິດມະຫາພາກ ບັນດາຂະແໜງການຕ້ອງມີແຜນສັງລວມປຽບທຽບຂໍ້ມູນໃຫ້ຊັດເຈນ ແລະ ລະອຽດ; ຕ້ອງທົບທວນການປະຕິບັດ ໂດຍສະເພາະແມ່ນການແກ້ໄຂຄວາມທຸກຍາກ; ພ້ອມທັງຕ້ອງສຸມ ແລະ ຈັດສັນທຶນເຂົ້າໃນຂົງເຂດວັດທະນະທຳ – ສັງຄົມເພີ່ມຕື່ມ.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )