ກອງປະຊຸມໂຕະມົນ ປະຈໍາປີ 2019 ຈະຈັດຂຶ້ນທ້າຍເດືອນນີ້ທີ່ຫຼວງພະບາງ

240

ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍອົງການສະຫະປະຊາຊາດ ໄດ້ຈັດພິທີພົບປະນັກຂ່າວຂຶ້ນ ເພື່ອແຈ້ງກ່ຽວກັບການກະກຽມກອງປະຊຸມໂຕະມົນ ປະຈຳປີ 2019 ທີ່ຈະຈັດຂຶ້ນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນລະຫວ່າງວັນທີ 25 – 26 ພະຈິກ 2019.

ພິທີຖະແຫຼງຂ່າວດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2019 ທີ່ກະຊວງແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ Jan Delbaere ຮັກສາການຜູ້ປະສານງານອົງການສະຫະປະຊາຊາດ ທັງເປັນຫົວໜ້າອົງການອາຫານໂລກ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ກິແກ້ວ ຈັນທະບູລີ ກ່າວວ່າ: ກອງປະຊຸມໂຕມົນ ປະຈຳປີ 2019 ຈະໄດ້ເຊື້ອເຊີນບັນດາຄະນະຜູ້ແທນຈາກທັງພາກລັດ ແລະ ຄູ່ຮ່ວມພັດທະນາ ລວມທັງຜູ້ຕາງໜ້າຈາກພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ ທັງໝົດ 300 ກວ່າທ່ານ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນຄວາມຄືບໜ້າ, ກໍານົດແຜນບຸລິມະສິດ ແລະ ເລັ່ງລັດຈັດຕັ້ງປະຕິບັດ ເພື່ອບັນລຸຈຸດປະສົງ ແລະ ລະດັບຄາດໝາຍຂອງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016 – 2020 ). ພ້ອມກັນນີ້, ກໍເພື່ອເປັນການຈັດຕັ້ງປະຕິບັດບັນດາຂໍ້ສະເໜີຕ່າງໆ ຈາກການສະຫຼຸບກາງສະໄໝການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ບົດລາຍງານແຫ່ງຊາດແບບສະໝັກໃຈໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ກອງປະຊຸມດັ່ງກ່າວ ຍັງຈະໄດ້ຮັບຟັງການນໍາສະເໜີ ກ່ຽວກັບທິດທາງແຜນການໃນການກະກຽມແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເຊິ່ງຈະເປັນການປະກອບສ່ວນໃຫ້ແກ່ການສ້າງແຜນດັ່ງກ່າວ ໂດຍຄໍານຶງເຖິງມາດຕະການຕ່າງໆທີ່ຈໍາເປັນສໍາລັບການເລັ່ງລັດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາຢ່າງຍືນຍົງໃນປີ 2024 ,“ ທ່ານ ກິແກ້ວ ຈັນທະບູລີ ກ່າວ ”.

ທ່ານ Jan Delbaere ກ່າວວ່າ: “ ການຂັບເຄື່ອນດ້ວຍການເຕີບໂຕທາງດ້ານເສດຖະກິດທີ່ແຂງແຮງ ແລະ ການປັບປຸງດ້ານການສຶກສາ ແລະ ສາທາລະນະສຸກ ຢ່າງວ່ອງໄວ, ສປປ ລາວ ເປັນປະເທດໜຶ່ງຈາກຫຼາຍໆປະເທດທີ່ປະຕິບັດໄດ້ດີທີ່ສຸດ ສໍາລັບການຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາໃນປີ 2024. ໃນຂະນະທີ່ການຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາ ເປັນວຽກງານບຸລິມະສິດສູງສຸດຂອງ ສປປ ລາວ. ສະນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ກະກຽມເປັນຢ່າງດີສໍາລັບໄລຍະຂ້າມຜ່ານ ”.

ທ່ານ Jan Delbaere ຍັງໄດ້ຍົກໃຫ້ເຫັນຕື່ມວ່າ: ຄວາມພະຍາຍາມໃນການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນແຜນພັດທະນາຂອງລັດຖະບານທີ່ກໍາລັງດໍາເນີນໄປໃນປັດຈຸບັນນີ້ ເຫັນວ່າເປັນສິ່ງທີ່ໜ້າສົນໃຈຫຼາຍ. ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາ ພ້ອມແລ້ວທີ່ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ລັດຖະບານ ເພື່ອຮັບປະກັນວຽກງານການເຊື່ອມສານບັນດາເປົ້າໝາຍການພັດທະນາແບບຍືນຍົງດັ່ງກ່າວເຂົ້າໃນແຜນວຽກຂອງຂະແໜງການຕ່າງໆ.