ເຂົ້າໜົມຫວານ Chocolate Mousse

285

ຂອງຫວານມື້ນີ້ຈະມາເຮັດ Chocolate Mousse ລາຍການຂອງຫວານຕ່າງປະເທດແຕ່ຮັບຮອງວ່າແຊບແນ່ນອນ ແລະ ຍັງເປັນຂອງຫວານສໍາລັບເດັກນ້ອຍອີກ, ສາມາດນໍາມາເຮັດເປັນເຄັກ ຫຼື ໃສ່ກັບໝາກໄມ້ກໍແຊບແຕກຕ່າງກັນໄປ ເຊິ່ງສ່ວນປະສົມ ແລະ ວິທີເຮັດມີດັ່ງນີ້:

ສ່ວນປະສົມ: ຊັອກໂກແລັດເມັດ 250 ກຣາມ, ນົມສົດ 1 ລິດ, ໄຂ່ໄກ່ 22 ໜ່ວຍ ( ແຍກໄຂ່ ແດງ, ໄຂ່ຂາວອອກຈາກກັນໄວ້ ), ເຈລາຕິນ 22 ແຜ່ນ ( ໃຫ້ແຊ່ໃສ່ນໍ້າເຢັນໆ ຫຼື ນ້ຳກ້ອນໄວ້ໃຫ້ມັນອ່ອນ ), ເຫຼົ້າ ( Captain Morgan Rum ) 3 ຝາ, Whipping cream 1 ກ່ອງ ຫຼື ປະມານ 350 ml, ນົມສົດ 400 ml.

ໝາຍເຫດ: ຖ້າກໍລະນີເຮັດ ສໍາລັບເດັກນ້ອຍແມ່ນໃຫ້ຕັດເຫຼົ້າ ອອກ.

ວິທີປຸງແຕ່ງ:

ເອົາໝໍ້ໃຫຍ່ໃສ່ນ້ຳບໍ່ຫຼາຍປານໃດແລ້ວຄ້າງໄຟແຮງ ເພາະຈະຕົ້ມ Chocolate ດ້ວຍການໃຊ້ໝໍ້ຊ້ອນກັນ, ແລ້ວໃຫ້ເອົາຊັອກໂກແລັດ ແລະ ນົມສົດໃສ່ໝໍ້ອີກໜ່ວຍໜຶ່ງໂດຍໃຫ້ຂະໜາດຂອງໝໍ້ນ້ອຍກວ່າໝໍ້ທີ່ໃສ່ນ້ຳ ໃຫ້ຕົ້ມຕໍ່ໄປເລື້ອຍໆຈົນຊັອກໂກແລັດລະລາຍເປັນເນື້ອດຽວກັນກັບນົມ ( ເວລາທີ່ຕົ້ມໃຫ້ຄົນຢູ່ເລື້ອຍໆຈະຊ່ວຍບໍ່ໃຫ້ຊັອກໂກແລັດກ້າມ ແລະ ເຮັດໃຫ້ມັນລະລາຍໄວຂຶ້ນນຳ ).

ຈາກນັ້ນ, ປົງລົງຄົນຈົນມັນອຸ່ນແລ້ວລະລາຍເຈລາຕິນລົງ ( ການລະລາຍເຈລາຕິນ ກໍເຮັດວິທີດຽວກັນກັບການລະລາຍຊັອກໂກແລັດ ) ຄົນໃຫ້ເຂົ້າກັນຈົນເລີ່ມເຢັນຈຶ່ງຕີໄຂ່ແດງລົງພ້ອມກັບເຫຼົ້າ ຄົນໃຫ້ເຂົ້າກັນດີ ແລະ ນຳໄຂ່ຂາວໄປຕີຈົນຟູຂຶ້ນແລ້ວເອົາລົງໃສ່ນຳກັນແຕ່ບໍ່ໃຫ້ຄົນແຮງຫຼາຍ.

ຫຼັງຈາກນັ້ນເອົາຄຣີມ ແລະ ນົມສົດຕີໃຫ້ເຂົ້າກັນຈົນຟູຂຶ້ນແລ້ວຖອກລົງໃສ່ໝໍ້ຊັອກໂກແລັດທີ່ເຮົາປະສົມທຸກຢ່າງຮຽບຮ້ອຍໄວ້ນັ້ນ ຄົນໃຫ້ເຂົ້າກັນຈົນເປັນເນື້ອດຽວກັນໂດຍໃຫ້ເປັນສີດຽວກັນແບບບໍ່ເປັນກ່ານຂາວໆ.ຖອກໃສ່ແມ່ພິມ ຫຼື ຈອກນ້ອຍກໍໄດ້ຕາມໃຈມັກແລ້ວແຊ່ໄວ້ຕູ້ເຢັນປະມານ 2 – 3 ຊົ່ວໂມງ ເສີບພ້ອມກັບໝາກໄມ້ທຸກຊະນິດ ຫຼື ຈະກິນກັບເຂົ້າໜົມອື່ນໆ.

( ຂໍ້ມູນຈາກ: Easy.com )

( ຮຽບຮຽງ: ນຸ້ມນິ້ມ )