ຮູບເງົາ “ ກະບີ່ເທບສັງຫານ ” ຫຼື JADE DYNASTY ກໍາກັບໂດຍ ຊິງຊິວທັງ ແລະ ສະແດງນໍາໂດຍ ຊ້ຽວຈານເປັນຮູບເງົາທີ່ດັດແປງຈາກນິຍາຍຂາຍດີຂອງປະເທດຈີນ “ ຈູຊຽນ ກະບີ່ເທບສັງຫານ ” ຫຼື “Jade Dynasty ” ເຊິ່ງມີອີກຊື່ໜຶ່ງວ່າ “ The Attack of Heaven ” ນະວະນິຍາຍທີ່ມີຊື່ສຽງຂຽນໂດຍ Xiao Ding.
ນະວະນິຍາຍເລື່ອງນີ້ມີຍອດຂາຍທາງອິນເຕີເນັດເປັນອັນດັບ 1 ໃນປີ 2005 ແລະ ມີຍອດຂາຍຕິດ 5 ອັນດັບ ໃນປີ 2006 ກ່ອນຈະຖືກນໍາມາສ້າງເປັນຊີຣີ, ເກມອອນລາຍ ແລະ ຫຼ້າສຸດແມ່ນນໍາມາສ້າງເປັນຮູບເງົາ.
ຮູບເງົາ “ ກະບີ່ເທບສັງຫານ ” ຫຼື JADE DYNASTY ມີເລື່ອງລາວເວົ້າເຖິງເດັກຊາຍກໍາພ້າທີ່ລອດຕາຍຈາກເຫດການໂຫດຮ້າຍຈາກໝູ່ບ້ານຂອງເຂົາ ເຖິງພໍ່ແມ່ຈະຖືກຂ້າຕາຍໝົດແຕ່ເຂົາກໍໄດ້ຮັບການຊ່ວຍເຫຼືອ ໂດຍໄດ້ພົບກັບອາຈານສອນ ແລະ ຝຶກຝົນວິຊາຈາກສໍານັກ “ ຊິງຢຸນ ” ເມື່ອຄວາມລັບການຕາຍຂອງພໍ່ແມ່ປາກົດຂຶ້ນເຂົາຈຶ່ງອອກຕາມຫາສັດຕູເພື່ອແກ້ແຄ້ນໃຫ້ກັບພໍ່ແມ່ທີ່ຈາກໄປ. ຮູບເງົາ “ ກະບີ່ເທບສັງຫານ ” ຫຼື JADE DYNASTY ເປີດໂຕດ້ວຍລາຍໄດ້ໃນປະເທດຈີນ ກວ່າ 300 ລ້ານຢວນ ພາຍໃນອາທິດທໍາອິດ.
ນໍາສະແດງໂດຍພະເອກສຸດຮິດຕິດອັນດັບຍອດນິຍົມອັນດັບ 1 ໂດຍ “ ຊ້ຽວຈານ ” ມາເບິ່ງໄປນໍາກັນວ່າເຂົາຈະແກ້ແຄ້ນສັດຕູໄດ້ສໍາເລັດ ຫຼື ບໍ່, ສາມາດຕິດຕາມໄດ້ທຸກໂຮງຮູບເງົາທົ່ວປະເທດ ແລະ ເຂົ້າສາຍແລ້ວມື້ນີ້.
( ຂໍ້ມູນຈາກ: www.majorcineplex.com )
( ຮຽບຮຽງ: ນຸ້ມນິ້ມ )