ເຕັກນິກການບໍລິຫານພະນັກງານໃນອົງກອນ

142

ພະນັກງານລັດ ຫຼື ເອກະຊົນລ້ວນແຕ່ເປັນຜູ້ມີຄວາມຮູ້ – ຄວາມສາມາດ ແລະ ພັດທະນາຕົນເອງ ເພື່ອຄວາມກ້າວໜ້າທັງສະສົມປະສົບການໃນໜ້າວຽກນັ້ນໆໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອຈະກາຍເປັນຜູ້ສືບທອດໃນອະນາຄົດ, ແຕ່ການເປັນພະນັກງານວິຊາການຈະກ້າວຂຶ້ນສູ່ລະດັບບໍລິຫານຂອງແຕ່ລະຂັ້ນນັ້ນ ຈຳເປັນຕ້ອງມີຄວາມຮູ້, ມີປະສົບການ ແລະ ມີຜົນງານຫຼາຍດ້ານ.

ທ່ານ ກໍລະກັນ ວົງສະຫວັດ ຜູ້ຈັດການຝ່າຍບຸກຄະລາກອນບໍລິສັດແຫ່ງໜຶ່ງ ໄດ້ໃຫ້ຂໍ້ຄິດກ່ຽວກັບວິທີບໍລິຫານອົງກອນ ວ່າ: ຄົນທີ່ຈະຂຶ້ນມາເປັນຜູ້ນຳຄົນອື່ນໄດ້ຕ້ອງເຂົ້າໃຈບົດບາດຂອງຕົນເອງຢ່າງຊັດເຈນ, ແຕ່ສ່ວນຫຼາຍຜູ້ບໍລິຫານບາງຄົນເວລາມອບວຽກໃຫ້ພະນັກງານໄປແລ້ວ ມັກເອົາວຽກກັບມາເຮັດເອງເພາະຮູ້ສຶກວ່າຕົນເອງເຮັດໄດ້ດີກວ່າ, ທັງທີ່ບົດບາດທີ່ແທ້ຈິງເປັນຜູ້ຄຸ້ມຄອງ ຫຼື ສັ່ງການຫຼາຍກວ່າ ຈຶ່ງເຮັດໃຫ້ລູກນ້ອງບໍ່ມີໂອກາດພັດທະນາຕົນເອງ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວຄວນມີວິທີດັ່ງນີ້:

ເປີດໂອກາດໃຫ້ພະນັກງານມີສ່ວນຮ່ວມ

ຜູ້ບໍລິຫານ ຫຼື ຫົວໜ້າທີ່ໄດ້ຮັບຕຳແໜ່ງໃໝ່ ມັກຈະມີ ຄວາມເຊື່ອໝັ້ນຕົນເອງສູງເກີນໄປ ແລ້ວຮັບວຽກທັງໝົດໄວ້ຄົນດຽວ ເຊິ່ງບໍ່ຍອມປ່ອຍໃຫ້ພະນັກງານໄດ້ສ້າງຜົນງານໃດໆ ອັນນີ້ຖືວ່າຜິດພາດທີ່ສຸດ, ແຕ່ກົງກັນຂ້າມກັບຫົວໜ້າທີ່ແບ່ງວຽກໃຫ້ເປັນລະບົບໃຫ້ພະນັກງານແຕ່ລະຄົນຢ່າງທົ່ວເຖິງ. ສຸດທ້າຍເມື່ອວຽກປະສົບຜົນສຳເລັດມັນຈະສ້າງຄວາມພາກພູມໃຈໃຫ້ກັບທີມງານ ເພາະແຕ່ລະຄົນລ້ວນແຕ່ມີສ່ວນຮ່ວມເທົ່າທຽມກັນ. ນອກນັ້ນ, ຍັງເຮັດໃຫ້ພະນັກງານແຕ່ລະຄົນມີຄວາມຮັບຜິດຊອບໜ້າທີ່ຂອງຕົນຢ່າງເຕັມທີ່.

ເຊື່ອໝັ້ນສີມືການເຮັດວຽກ

ພະນັກງານຖືເປັນບຸກຄົນທີ່ສໍາຄັນໃນທີມ ທີ່ຈະເຮັດໃຫ້ ວຽກປະສົບຜົນສໍາເລັດເປັນແຕ່ລະຂັ້ນຕອນ ເຊິ່ງການເປີດໂອກາດໃຫ້ເຂົາເຈົ້າໄດ້ທົດສອບສີມື ຫຼື ສະແດງຄວາມສາມາດຢ່າງເຕັມທີ່ກັບໜ້າວຽກມອບໝາຍໃຫ້ນັ້ນ ນັບວ່າເປັນການສ້າງຜູ້ສືບທອດໄດ້ໃນລະດັບໜຶ່ງ ເຖິງວ່າໜ້າວຽກຈະບໍ່ໄດ້ຕາມແຜນກໍຕາມ, ແຕ່ຢ່າງໜ້ອຍເຮົາໄດ້ປ່ອຍໃຫ້ເຂົາພິສູດຕົນເອງ ຫາກມີອັນໃດບໍ່ເຂົ້າໃຈ ຫຼື ເຮັດບໍ່ໄດ້ ເຂົາເຈົ້າຈະມາປຶກສາຫາລືກັບເຮົາອີກຢູ່ເລື້ອຍໆ.

ເຮັດວຽກເປັນທີມງ່າຍ ກວ່າເຮັດວຽກຄົນດຽວ

ຕອນຮຽນໜັງສືໃນຊັ້ນມັດທະຍົມ ຫຼື ວິທະຍາໄລຕ່າງໆ ເມື່ອຮອດຕອນສອບເສັງເຮົາຕ້ອງການຄະແນນສູງເປັນອັນດັບທຳອິດ, ຮອງລົງມາຈຶ່ງເວົ້າເລື່ອງການຊ່ວຍເຫຼືອໝູ່ເພື່ອນໃນຫ້ອງດຽວກັນ; ແຕ່ການເຮັດວຽກໃນອົງກອນດຽວກັນມັນຕ້ອງການເຮັດວຽກເປັນທີມຫຼາຍກວ່າການເຮັດວຽກຄົນດຽວ ເພາະຖ້າທ່ານເປັນຄົນເກັ່ງແຕ່ບໍ່ສາມາດຊ່ວຍທີມໄດ້ ກໍຖືວ່າທ່ານບໍ່ປະສົບຜົນສໍາເລັດໃນໜ້າວຽກນັ້ນໆ. ສະນັ້ນ, ຜູ້ບໍລິຫານທີ່ດີຕ້ອງສ້າງຄວາມສາມັກຄີ ແລະ ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ເພື່ອໃຫ້ເຂົາເຂົ້າໃຈວ່າເລື່ອງທີ່ກຳລັງເຮັດຢູ່ຈະສົ່ງຜົນປະໂຫຍດຕໍ່ອົງກອນຫຼາຍປານໃດ?.

ຕ້ອງເຮັດຫຼາຍກວ່າເວົ້າ

ບົດບາດຂອງຜູ້ບໍລິຫານຕ້ອງເປີດໂອກາດໃຫ້ພະນັກງານສະແດງຄວາມສາມາດ, ສະແດງຄວາມຄິດເຫັນຫຼາຍຂຶ້ນ ເພື່ອເປັນການກະຕຸ້ນໃຫ້ເຂົາເຈົ້າໄດ້ກ້າຄິດ ແລະ ກ້ານຳສະເໜີບັນຫາ ຫຼື ເລື່ອງລາວຕ່າງໆ, ຖ້າວ່າຜູ້ບໍລິຫານຍັງຖືບົດບາດການເວົ້າຫຼາຍ ຫຼື ອອກຄຳຄິດເຫັນຂອງຕົນຜູ້ດຽວ ສຸດທ້າຍແລ້ວຈະບໍ່ມີເວທີໃຫ້ກັບພະນັກງານສະແດງຄວາມສາມາດ, ການຕໍາໜິສົ່ງຂ່າວ ແລະ ບໍ່ເກີດຄວາມຄິດໃໝ່ໆຂຶ້ນມາ. ທີ່ສໍາຄັນມັນຈະສົ່ງຜົນເຖິງໜ້າວຽກທີ່ມອບໝາຍໃຫ້ອອກມາບໍ່ດີ ເພາະຂາດຄວາມໝັ້ນໃຈ ຫຼື ບໍ່ສາມາດຄາດເດົາອອກວ່າຫົວໜ້າຕ້ອງການວຽກໃນຮູບແບບໃດ? ສະນັ້ນ, ເຮົາຕ້ອງມີ ຄວາມເຊື່ອໝັ້ນ ແລະ ແນະນໍາໃຫ້ເຂົາເຮັດໃນສິ່ງທີ່ຖືກຕ້ອງ, ເໝາະສົມ ເພື່ອເປັນການສ້າງພະນັກງານສືບທອດໃນໄລຍະຍາວ.

[ ໂດຍ: ສົມສະຫວິນ ]