ລັດຖະບານວາງ 4 ນະໂຍບາຍ ຮັບປະກັນຄວາມໝັ້ນຄົງສະບຽງອາຫານຂອງຊາດ

672

ດັ່ງທີ່ຫຼາຍຄົນຮູ້ປີ 2019 ນີ້ສປປ ລາວ ປະສົບກັບໄພພິບັດທາງທໍາມະຊາດຄຸກຄາມເປັນວົງກວ້າງເຊັ່ນ: ເກີດມີໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ອື່ນໆ ເຮັດໃຫ້ຫຼາຍພື້ນທີ່ບໍ່ສະມາດສະໜອງສະບຽງໄດ້ຢ່າງພຽງພໍ ໂດຍສະເພາະແມ່ນເຂົ້າກິນ ເນື່ອງຈາກວ່າ ບັນດາແຂວງທີ່ເປັນອູ່ເຂົ້າອູ່ປາຂອງສັງຄົມ ພັດຖືມນໍ້າຖ້ວມ ເຮັດໃຫ້ເນື້ອທີ່ນາຫຼາຍແສນເຮັກຕາເສຍຫາຍຢ່າງໜັກໜ່ວງເປັນຕົ້ນແມ່ນ: ຢູ່ແຂວງ ສະຫວັນນະເຂດ, ຄຳມ່ວນ, ສາລະວັນ ແລະ ຈຳປາສັກ.

ພາບປະກອບຂ່າວ

ສະນັ້ນ, ເພື່ອແກ້ໄຂບັນກາດັ່ງກ່າວ ກໍ່ຄືເປັນການສືບຕໍ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ. ລັດຖະບານ ກໍ່ຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີການວາງນະໂຍບາຍ ແລະ ບັນດາມາດຕະການຟື້ນຟູ ແລະ ສົ່ງເສີມການຜະລິດປະຈຳປີ 2019-2020 ດັ່ງນີ້:

ພາບປະກອບຂ່າວ

ເພື່ອເປັນກະຕຸກຊຸກຍູ້ໃຫ້ຊາວກະສິກອນ, ຜູ້ປະກອບການ, ບັນດາວິສາຫະກິດ ມີຄວາມອຸ່ນອຽນກ້າວຫັນເຂົ້າສູ່ການຟື້ນຟູຮັກສາການຜະລິດ ທັງຮັກສາຄວາມໝັ້ນທ່ຽງດ້ານລາຄາສິນຄ້າກະສິກຳນັ້ນ ຈຶ່ງໄດ້ມີການຄົ້ນຄວ້າອອກນະໂຍບາຍຄໍ້າປະກັນລາຄາເກັບຊື້ເຂົ້າເປືອກ ໃຫ້ສອດຄ່ອງກັບແຕ່ລະເຂດແຄວ້ນ,ດັດສົມການສະໜອງ ແລະ ຄວາມຕ້ອງການເຂົ້າເປັນຕົ້ນແມ່ນຢູ່ ໃນເຂດທີ່ຖືກຜົນກະທົບ, ຕົວເມືອງໃຫຍ່.

ພາບປະກອບຂ່າວ

ຄົ້ນຄວ້າຊ່ວຍໜູນຄ່າກະແສໄຟຟ້າ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບທີ່ເໝາະສົມ ໃຫ້ທັນກັບແຜນການ ການຜະລິດລະດູແລ້ງທີ່ຈະມາເຖິງ.
ຄົ້ນຄວ້າອອກນະໂຍບາຍຫຼຸດຜ່ອນ ຍົກເວັ້ນພາສີທີ່ດິນ ໃນເຂດພື້ນທີ່ທໍາການຜະລິດ ທີ່ໄດ້ຮັບຜົນກະທົບໃນລະດັບຕ່າງໆ, ຄົ້ນຄວ້າອອກນະໂຍບາຍ ຊ່ວຍໜູນດອກເບ້ຍທະນາຄານ ຫຼື ໃຫ້ທະນາຄານປະຕິບັດດອກເບ້ຍບູລິມະສິດ ແລະ ສົ່ງເສີມໃນເຂດເປົ້າໝາຍ.

ພາບປະກອບຂ່າວ

ສືບຕໍ່ຄົ້ນຄວ້າຊ່ວຍເຫຼືອບັນດາວິສາຫະກິດ, ຜູ້ປະກອບການ, ຟາມປະເພດຕ່າງໆ ແກ້ໄຂຄວາມຫຍຸ້ງຍາກດ້ານຕ່າງໆເປັນຕົ້ນແມ່ນ: ບັນຫາໜີ້ສິນ, ແກ້ໄຂຂອດຈຳກັດການເຂົ້າຫາແຫຼ່ງທຶນ ແລະ ຕະຫຼາດຈຳໜ່າຍ.