ນັກຮຽນລາວ ຄວ້າອັນດັບ 4 ຈາກການແຂ່ງຂັນ “Symbiosis of Man and Nature” ທີ່ຢີ່ປຸ່ນ

222

ຊົມເຊີຍ ແລະ ດີໃຈກັບ ທ້າວ ຄຳໝັ້ນ ວົງປະເສີດ, ນັກສຶກສາຈາກຄະນະສະຖາປັດຕະຍະກໍາສາດ, ມະຫາວິທະຍາໄລແຫ່ງຊາດ ຊັ້ນປີທີ4 ໄດ້ເຂົ້າຮ່ວມແຂ່ງຂັນ The 8th Asian Content of Architectural Rookie’s Award ພາຍໃຕ້ ຫົວຂໍ້: “Symbiosis of Man and Nature” ທີ່ນະຄອນໂຕກຽວ, ປະເທດຢີ່ປຸ່ນ ເມື່ອຕົ້ນເດືອນ ພະຈິກ ທີ່ຜ່ານມາ. ເຊິ່ງມີນັກແຂ່ງຂັນທັງໝົດ 12 ປະເທດ, ຈຳນວນ 20 ຄົນ ນັກຮຽນລາວໄດ້ອັນດັບທີ 4 ຖືວ່າບໍ່ທຳມະດາ.

ທ້າວ ຄຳໝັ້ນ ວົງປະເສີດ ປັດຈຸບັນ ອາຍຸ 21 ປີ ໄດ້ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າວ່າ: ແຮງບັນດານໃຈທີ່ເຮັດໃຫ້ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ແມ່ນຢາກເຜີຍແຜ່ພູມປັນຍາ, ແນວຄິດຂອງບັນພະບຸລຸດເຮົາ ເຂົ້າໃນສະຖາປັດຕະຍະກຳ, ການແຂ່ງຂັນປີນີ້ ເປັນຫົວຂໍ້ທີ່ໜ້າສົນໃຈ ທີ່ເນັ້ນເລື່ອງການຢູ່ຮ່ວມກັນຂອງຄົນກັບທຳມະຊາດ ແລະ ເປັນຄວາມໄຝ່ຝັນທີ່ຢາກເປັນ The Arch (ສາຍາລັກຂອງນັກແຂ່ງຂັນທີ່ໄດ້ເຂົ້າຮອບຊິງລາງວັນກັບບັນດາປະເທດໃນອາຊີ) ຈິ່ງເຮັດໃຫ້ນ້ອງຕັດສິນໃຈ ລົງສະໝັກແຂ່ງຂັນໃນໂຄງການນີ້.

ໂດຍຜົນງານທີ່ຄວ້າລາງວັນ ແມ່ນໄດ້ແຮງບັນດານໃຈມາຈາກການນົບໄຫວ້ ເຊິ່ງອີງຕາມປະເພນີຂໍຝົນຂອງຄົນທ້ອງຖິ່ນ ນ້ອງເອົາຮູບຊົງການນົບມື ມາພັດທະນາໃຫ້ເປັນຮູບຊົງຂອງອາຄານ ເຊິ່ງແນວຄວາມຄິດ ແມ່ນຢາກເຜີຍແຜ່ພູມປັນຍາຂອງບັນພະບູລຸດເຮົາ ມາປະສົມປະສານກັບເຕັກໂລໂລຢີທີ່ທັນສະໄໝໃນປັດຈຸບັນ.

ສຳລັບໂຄງການນີ້ ເປັນໂຄງການທີ່ຮວບຮວມ ແລະ ສົ່ງເສີມຜົນງານການອອກແບບທາງສະຖາປັດຕະຍະກຳ ພາຍໃນເອເຊຍ ແລະ ຊຸກຍູ້ ໃຫ້ມີການແລກປ່ຽນແນວຄິດ ປະສົບການໃໝ່, ພ້ອມນຳເອົາສະຖາປັດຂອງແຕ່ລະທ້ອງຖິ່ນໄປເຜີຍແຜ່ໃຫ້ກັນຊາບ.
ຄຳໝັ້ນ ຍັງໃຫ້ຮູ້ຕື່ມວ່າ: ທັງກ່ອນເຂົ້າຮ່ວມການແຂ່ງຂັນ ແລະ ໃນລະຫວ່າງທີ່ສ້າງຜົນງານຢູ່ນັ້ນ, ນ້ອງຕ້ອງໄດ້ຈັດຕາລາງເວລາ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ກັບໜ້າວຽກອື່ນ ແລະ ເພື່ອບໍ່ໃຫ້ວຽກອື່ນ ມາກະທົບກັບການແຂ່ງຂັນທີ່ກຳລັງເຮັດຢູ່. ຕ້ອງເຝິກຝົນຮຽນຮູ້ທັກສະດ້ານການນໍາໃຊ້ໂປຣແກຣມໄປພ້ອມໆກັບການອອກແບບ ເພື່ອທີ່ຈະເປັນເຄື່ອງມືນຳໃຊ້ສະແດງແນວຄວາມຄິດຂອງເຮົາອອກມາໃຫ້ຄົນເບິ່ງເຂົ້າໃຈ.

ສຳລັບຂໍ້ສະດວກ ກ່ອນການແຂ່ງຂັນ ແມ່ນໄດ້ພົບປະກັບໝູ່ເພື່ອນທີ່ມາຈາກ 12 ປະເທດ ແລະ ໄດ້ເຮັດວຽກຮ່ວມກັນ ໃນການສະແດງແນວຄວາມຄິດ ການອອກແບບພູມີທັດຂອງຕຶກອາຄານແຫ່ງໜຶ່ງ ເພື່ອເຮັດໃຫ້ການສື່ສານ ແລະ ການເຮັດວຽກເຂົ້າໃຈກັນໄດ້ດີຂຶ້ນ. ຂະນະທີ່, ສິ່ງທ້າທາຍແມ່ນການທີ່ຈະນຳສະເໜີອອກມາໃຫ້ຄະນະກຳມະການເຂົ້າໃຈເຖິງຄິດ, ຈິດສໍານຶກ ແລະ ການຕອບຄໍາຖາມໃຫ້ຕົງຈຸດກັບທີ່ຄະນະກຳມະການຕ້ອງການ.

ຫຼັງຈາກໄດ້ອັນດັບທີ 4 ຄຳໝັ້ນບອກວ່າ ຮູ້ສຶກເສຍດາຍເລັກນ້ອຍ ແຕ່ກໍພູມໃຈທີ່ຕົນເອງໄດ້ມາຮອດຈຸດນີ້ ແລະ ສິ່ງທີ່ສໍາຄັນກວ່າການໄດ້ອັນດັບທີ 4 ແມ່ນປະສົບການ ແລະ ຄວາມຮູ້ທີ່ໄດ້ຮັບຈາກການແຂ່ງຂັນໃນຄັ້ງນີ້ ເຊິ່ງເປັນຂອງຂວັນໜຶ່ງທັງໃຫ້ນ້ອງ ແລະ ໝູ່ເພື່ອນ ທີ່ຈະແບ່ງປັນປະສົບການໃຫ້ກັນ ແລະ ກັນ.