ນາຍົກເນັ້ນ ທຸກຂະແໜງການຕ້ອງເພີ່ມທະວີ ກຳຈັດສີ່ງກີດຂວາງໃຫ້ພາກທຸລະກິດ

158

ໂອກາດທີ່ເຂົ້າຮ່ວມກອງປະຊຸມ ທຸລະກິດລາວ ຄັ້ງທີ 12 ໃນເຊົ້າຂອງວັນທີ 12 ພະຈິກ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ພາກທຸລະກິດເຂົ້າໃຈວ່າ ຖ້າຢາກແຂ່ງຂັນກັບບັນດາປະເທດເພື່ອນບ້ານ ແລະ ສາກົນ ໃນຍຸກໂລກາພິວັດ ຫຼື ຍຸກ 4.0 ໄດ້, ພາກທຸລະກິດ ຕ້ອງຖືເອົາຄຸນນະພາບ ແລະ ຄວາມໂປ່ງໃສ ເປັນປັດໄຈສຳຄັນ, ຂະນະທີ່ ພາກລັດເອງກໍຕ້ອງເພີ່ມທະວີການເອື້ອອຳນວຍ ແລະ ປົດລ໋ອກບັນຫາຄົງຄ້າງ ເພື່ອໃຫ້ພາກທຸລະກິດສາມາດແຂ່ງຂັນໄດ້.

ໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ບາງຕອນວ່າ: ຂໍຊົມເຊີຍກອງປະຊຸມຄັ້ງນີ້ ທີ່ໄດ້ຍົກເອົາ 3 ບັນຫາທີ່ຍັງຄົງຄ້າງຂຶ້ນມາຫາລື ແລະ ຫາທາງແກ້ໄຂຮ່ວມກັນເປັນຕົ້ນແມ່ນ ບັນຫາສ່ວຍສາອາກອນ; ການເອື້ອອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການບໍລິການຂົນສົ່ງ; ການຊຸກຍູ້ສົ່ງເສີມການທ່ອງທ່ຽວ; ເຊິ່ງເປັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ໃນການແກ້ໄຂ ເພື່ອຊ່ວຍເຮັດໃຫ້ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດມີການຂະຫຍາຍຕົວ, ເປັນການເພີ່ມມາດຕະການ ໃນການປັບປຸງສະພາບແວດລ້ອມ, ການດຳເນີນທຸລະກິດ ເພື່ອໃຫ້ສອດຄ່ອງການລົງທຶນຂອງລັດໃສ່ໂຄງລ່າງພື້ນຖານ, ເພື່ອສ້າງໃຫ້ມີສິນຄ້າສົ່ງອອກທີ່ຫຼາກຫຼາຍ, ເພີ່ມຜະລິດຕະພາບຂອງພາກທຸລະກິດ ແລະຫຼຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດ.

ໃນໄລຍະຜ່ານມາ, ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມແລ້ວ, ແຕ່ທັງນີ້ທັງນັ້ນ ລັດຍັງຕ້ອງຮຽກຮ້ອງໃຫ້ພາກເອກະຊົນຮ່ວມມືນຳ, ເຊິ່ງພາກລັດຈະຊ່ວຍປົດລ໋ອກໃຫ້ແກ່ພາກທຸລະກິດ, ພ້ອມທັງ ອໍານວຍຄວາມສະດວກດ້ວຍການປັບປຸງກົນໄກການຄຸ້ມຄອງຂອງພາກລັດ ແລະ ປັບປຸງຂັ້ນຕອນການອະນຸມັດຕ່າງໆໃຫ້ສະດວກ, ວ່ອງໄວ ແລະ ໂປ່ງໃສ, ສະເພາະການລົງທຶນຂອງພາກທຸລະກິດ ແມ່ນຢາກໃຫ້ຫັນລົງຖືກເປົ້າໝາຍ ໂດຍສະເພາະ ສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນຕື່ມ ເພື່ອຫຼຸດຜ່ອນການນຳເຂົ້າ ແລະ ຜະລິດເພື່ອສົ່ງອອກໃຫ້ຫຼາຍຂຶ້ນ.