ແຜນທີ່ກູເກິລ ເພີ່ມລາຍການໃຫ້ຜູ້ໃຊ້ໃສ່ຂໍ້ມູນສ່ວນຕົວ

134

ກູເກິລ ( Google ) ໄດ້ພັດທະນາແອັບແຜນທີ່ ( Maps ) ຢ່າງຕໍ່ເນື່ອງ ໃຫ້ເປັນຫຼາຍກວ່າແອັບນຳທາງ ເຊັ່ນ: ການໃຫ້ຂໍ້ມູນສະຖານທີ່ຕ່າງໆ, ການຂຽນຣີວິວໂດຍຜູ້ໃຊ້ ຫຼື ລະບົບ Local Guides ທີ່ເຊີນຊວນໃຫ້ຜູ້ໃຊ້ງານໃສ່ຂໍ້ມູນຕ່າງໆໃຫ້ກັບສະຖານທີ່ ເພື່ອແລກຄະແນນອັບ  ເກຣດເລເວວ ( Level ) ແລະ ຫຼ້າສຸດແອັບ Google Maps ໄດ້ເພີ່ມຟີເຈີໃຫ້ເຮົາສາມາດໃສ່ຂໍ້ມູນ Profile ຂອງເຮົາເຂົ້າໄປໄດ້.

 

ໂດຍກ່ອນໜ້ານີ້ຜູ້ໃຊ້ງານ Maps ສາມາດກວດຄະແນນ Local Guides ໄດ້ເທົ່ານັ້ນ ບໍ່ສາມາດປ່ຽນຊື່ ຫຼື ເພີ່ມຂໍ້ມູນປະຫວັດໃດໆຂອງຕົວຜູ້ໃຊ້ໄດ້ ແຕ່ອັບເກຣດຫຼ້າສຸດທາງ Google ໄດ້ເພີ່ມລາຍການ Your Profile ເຂົ້າມາໃຫ້ເຮົາສາມາດເບິ່ງຂໍ້ມູນ ແລະ ຜົນງານທີ່ຜ່ານໆມາໄດ້ ລວມທັງການແກ້ໄຂຊື່, ປ່ຽນຮູບ Profile ແລະ ເພີ່ມປະຫວັດຂອງຕົວເອງໄດ້. ນອກຈາກນີ້, ໃນການຕັ້ງຄ່າເພີ່ມຍັງສາມາດ    ເປີດ/ປິດການສະແດງຜົນງານໃນໜ້າ Profile ຫຼື ແບ່ງປັນຂໍ້ມູນຂອງເຮົາກັບທຸລະກິດຕ່າງໆທີ່ເຮົາຕິດຕາມໄດ້.

[ ໂດຍ: ສົມລົດ ]

( ທີ່ມາ: https://news.thaiware.com/17449.html )