ໃນວັນທີ 10 ພະຈິກ 2019 ທາງເວັບໄຊຢູທູບ ( YouTube ) ໄດ້ປະກາດການປັບປຸງຂໍ້ກຳນົດຂອງການບໍລິການໃນໜ້າເວັບໄຊ ເຊິ່ງມີກົດຖືກເພີ່ມເຂົ້າມາ ວ່າ: ການສິ້ນສຸດການໃຊ້ງານ ເນື່ອງຈາກມີການປ່ຽນແປງບໍລິການ ຢູທູບ ອາດບອກເລີກການເຂົ້າເຖິງຂອງທ່ານ ຫຼື ການເຂົ້າເຖິງບາງສ່ວນຂອງບໍລິການ ໂດຍບັນຊີ ກູເກິລ ຂອງທ່ານ ໂດຍໃຊ້ດຸນຍະພິນິດຂອງ ຢູທູບ ພຽງຝ່າຍດຽວວ່າການໃຫ້ບໍລິການແກ່ທ່ານນັ້ນບໍ່ສາມາດໃຊ້ງານໄດ້ໃນທາງການຄ້າອີກຕໍ່ໄປ.
ການລະງັບ ແລະ ການສິ້ນສຸດການໃຊ້ງານໃນບັນຊີ ສາມາດຢຸດໃຊ້ບໍລິການໄດ້ຕະຫຼອດເວລາ ໂດຍເຮັດຕາມວິທີ ເພື່ອລົບບໍລິການອອກຈາກບັນຊີກູເກິລ ເຊິ່ງຈະເປັນການປິດຊ່ອງຢູທູບ ຂອງທ່ານ ແລະ ນຳຂໍ້ມູນອອກ. ທັງນີ້, ທ່ານຈະມີຕົວເລືອກໃນການດາວໂຫຼດສຳເນົາຂໍ້ມູນກ່ອນຢຸດຕິການໃຊ້ງານ.
ການລະງັບ ແລະ ການສິ້ນສຸດການໃຊ້ງານໂດຍ ຢູທູບ ເນື່ອງຈາກເຫດການທີ່ມີຜົນທາງກົດໝາຍ ຢູທູບ ອາດຈະລະງັບ ຫຼື ຢຸດການເຂົ້າເຖິງຂອງທ່ານ ລວມເຖິງການເຂົ້າເຖິງບັນຊີ ກູເກິລ ຫຼື ການເຂົ້າເຖິງບາງສ່ວນ ຫຼື ທຸກສ່ວນຂອງການບໍລິການ ໂດຍບັນຊີ ກູເກິລ ຂອງທ່ານໃນກໍລະນີທີ່ (1) ຝ່າຝືນ ຫຼື ລະເມີດຂໍ້ຕົກລົງນີ້ຊ້ຳໆ; (2) ຕ້ອງປະຕິບັດຕາມຂໍ້ກຳນົດທາງກົດໝາຍ ຫຼື ຄຳສັ່ງສານ ແລະ (3) ເຊື່ອວ່າມີການກະທຳທີ່ກໍ່ໃຫ້ເກີດ ( ອາດກໍ່ໃຫ້ເກີດ ) ຄວາມຮັບຜິດ ຫຼື ເປັນອັນຕະລາຍຕໍ່ຜູ້ໃຊ້ບຸກຄົນທີ່ສາມ ລວມທັງ YouTube ຫຼື ບໍລິສັດໃນເຄືອ.
ໝາຍຄວາມວ່າ: ຖ້າຢູທູບ ເບິ່ງບັນຊີແລ້ວບໍ່ສາມາດສ້າງລາຍໄດ້ຈາກບັນຊີຂອງທ່ານໄດ້ ກໍມີສິດພິຈາລະນາບັນຊີດັ່ງກ່າວໄດ້ທັນທີ ນອກຈາກບັນຊີຂອງຢູທູບແລ້ວ ຍັງລວມໄປເຖິງທຸກການບໍລິການຂອງ ກູເກິລ ຕື່ມອີກ.
ສຳລັບແນວທາງໃນການໃຊ້ນະໂຍບາຍດັ່ງກ່າວ ຍັງບໍ່ມີຄຳຕອບທີ່ຊັດເຈນ ສ່ວນຄຳວ່າໃນບໍລິການໃນການຄ້າຈະເປັນແນວໃດຕ້ອງລໍຖ້າຄຳຕອບຈາກ ຢູທູບ.
[ ໂດຍ: ສົມລົດ ]
( ທີ່ມາ: https://news.thaiware.com/17451.html )