ອາທິດນີ້ ອຸນຫະພູມຈະຫຼຸດລົງ 1 ຫາ 3 ອົງສາ

139

ໄລຍະກາງ ຫາ ທ້າຍອາທິດນີ້ ອຸນຫະພູມອາກາດຈະຫຼຸດລົງ 1 ຫາ 3 ອົງສາ ເນື່ອງຈາກຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະເພີ່ມກໍາລັງແຮງຂຶ້ນປົກຄຸມຢູ່ທຸກພາກຂອງປະເທດລາວ, ນະຫຼວງວຽງຈັນ ອຸນຫະພູມຕ່ຳສຸດ  17 – 19 ອົງສາ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 11 ຫາ 17 ພະຈິກ 2019 ວ່າ: ໃນໄລຍະວັນທີ 11 ຫາ 13 ພະຈິກ ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະມີກໍາລັງປານກາງສືບຕໍ່ປົກຄຸມຢູ່   ແຂວງພາກເໜືອ ຫາ ພາກກາງຂອງປະເທດລາວ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ສ່ວນພາຍຸດີເປຼຊັນ ຍັງສືບຕໍ່ເຄື່ອນທີ່ຜ່ານພາກໃຕ້ ແລະ ຢູ່ບາງທ້ອງຖິ່ນແຂວງພາກກາງຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ. ຈາກນັ້ນ, ໃນໄລຍະວັນທີ 14 ຫາ 17 ພະຈິກ ຄວາມກົດດັນສູງຂອງອາກາດເຢັນຈະເພີ່ມກໍາລັງແຮງຂຶ້ນປົກຄຸມຢູ່ທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 1 ຫາ 3 ອົງສາ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ, ເຂດພູພຽງບໍລະເວນປາກຊ່ອງ ແລະ ນິຄົມ 34 ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນກາງຄືນ ຫາ ຕອນເຊົ້າ, ສ່ວນພາກກາງ ແລະ ພາກໃຕ້ອາກາດເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ.

ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 11 ຫາ 13 ພະຈິກ ອາກາດຍັງຈະເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 14 ຫາ 17 ພະຈິກ ອຸນຫະພູມອາກາດຈະໜາວເຢັນລົງ 1 ຫາ 3 ອົງສາ ພ້ອມມີໝອກໜາ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງຫົວພັນ ແລະ ຊຽງ ຂວາງ ອຸນຫະພູມຕໍ່າສຸດ 9 – 11 ອົງສາ ແລະ ສູງສຸດ 21 – 23 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 11 ຫາ 13 ພະຈິກ ອາກາດເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ. ຈາກນັ້ນ, ວັນທີ 14 ຫາ 17 ພະຈິກ ອຸນຫະພູມອາກາດຈະໜາວເຢັນລົງ 1 ຫາ 2 ອົງສາ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນຂອງແຂວງອຸດົມໄຊ, ຫຼວງນ້ຳທາ, ເມືອງສິງ ແລະ ເມືອງວຽງພູຄາ​ ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ພາກກາງ: ໃນໄລຍະວັນທີ 11 ຫາ 13 ພະຈິກ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງສະຫວັນນະເຂດ. ຈາກນັ້ນ, ວັນທີ 14 ຫາ 17 ພະຈິກ ອາກາດຈະເຢັນລົງ ໂດຍສະເພາະຢູ່ທາງດ້ານຕາເວັນອອກຂອງພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ​ ອຸນຫະພູມຕ່ຳສຸດ 20 – 22 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໄລຍະວັນທີ 11 ຫາ 13 ພະຈິກ ອາກາດຈະເຢັນຫາໜາວເຢັນ ແລະ ຈະມີໝອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ. ຈາກນັ້ນ, ວັນທີ 14 ຫາ 17 ພະຈິກ ອາກາດຈະເຢັນຫາໜາວເຢັນລົງ 1 ຫາ 3 ອົງສາ ໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 6 – 8 ອົງສາ ແລະ ສູງສຸດ 24 – 26 ອົງສາ.

ພາກໃຕ້: ໃນໄລຍະວັນທີ 11 ຫາ 13 ພະຈິກ ມີເຝື້ອປົກຄຸມເປັນບາງສ່ວນ, ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ຈາກນັ້ນ, ວັນທີ 14 ຫາ 17 ພະຈິກ ອາກາດຈະເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຄຸມຢູ່ທົ່ວໄປ ອຸນຫະພູມຕ່ຳສຸດ 19 – 21 ອົງສາ ແລະ ສູງສຸດ 30 – 31 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 11 ຫາ 13 ພະຈິກ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ຈາກນັ້ນ, ວັນທີ 14 ຫາ 17 ພະຈິກ ອາກາດຈະເຢັນລົງ 1 ຫາ 3 ອົງສາ ໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ  6 – 8 ອົງສາ ແລະ ສູງສຸດ 21 – 23 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 14 ຫາ 17 ພະຈິກ ອາກາດຈະເຢັນລົງ 1 ຫາ 2 ອົງສາ ໃນຕອນກາງຄືນຫາຕອນເຊົ້າ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 31 – 32 ອົງສາ.