ມີຕູ້ຕື່ມເງິນ 50 ກວ່າຕູ້ ໃນນະຄອນຫຼວງວຽງຈັນ

83

ບໍລິສັດ ແອັດວານສ໌ ທ່ອງທ່ຽວ ເຕັກໂນໂລຊີ ຂາເຂົ້າ – ຂາອອກ ຈຳກັດຜູ້ດຽວ ຜູ້ພັດທະນາ ແລະ ໃຫ້ບໍລິການຕູ້ຕື່ມເງິນແບບເອເລັກໂຕຣນິກ ເຊິ່ງໄດ້ເປີດບໍລິການຢູ່ ມິນິບິກຊີ ທຸກສາຂາໃນນະຄອນຫຼວງວຽງຈັນ ຫຼາຍກວ່າ 50 ຕູ້. ດ້ານບໍລິສັດເປີດເຜີຍ ຈະເລີ່ມຂະຫຍາຍໄປຕາມຈຸດສໍາຄັນເພື່ອໃຫ້ລູກຄ້າເຂົ້າເຖິງການບໍລິການຫຼາຍຂຶ້ນ.

ທ່ານ ໄກຣຕິສັກ ໂກມົນສີຣິວັດທະນາ ຮອງປະທານ ບໍລິສັດ ແອັດວານສ໌ ທ່ອງທ່ຽວ ເຕັກໂນໂລຊີ ຂາເຂົ້າ – ຂາອອກ ຈຳກັດຜູ້ດຽວ ໃຫ້ສໍາພາດວ່າ: ບໍລິສັດພວກເຮົາໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືຄົ້ນຄວ້າ, ພັດທະນາໃຫ້ບໍລິການຕູ້ຕື່ມເງິນແບບເອເລັກໂຕຣນິກ ແລະ ພັດທະນາລະບົບການພິມໃບເກັບເງິນດ້ວຍເຄື່ອງເອເລັກໂຕຣນິກ ຮ່ວມກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເມື່ອຕົ້ນເດືອນຕຸລາ 2019 ຜ່ານມາ ເພື່ອເພີ່ມຊ່ອງທາງໃຫ້ກັບຜູ້ໃຊ້ມືຖືມີຄວາມສະດວກສະບາຍຫຼາຍຂຶ້ນຜ່ານການຕື່ມເງິນອອນລາຍ ເຊິ່ງກ່ອນໜ້ານັ້ນ ປີ 2018 ທັງສອງຝ່າຍໄດ້ປະສານງານກັນເປັນແຕ່ລະໄລຍະບົນພື້ນຖານ ຄວາມເປັນເອກະພາບທາງດ້ານເນື້ອໃນຫຼາຍດ້ານ.

ເນື່ອງຈາກບໍລິສັດພວກເຮົາມີປະສົບການເຮັດທຸລະກິດໃຫ້ບໍລິການຕູ້ຕື່ມເງິນແບບເອເລັກໂຕຣນິກມາຫຼາຍປີແລ້ວ. ປັດຈຸບັນນີ້ກໍໄດ້ເລີ່ມເຮັດການບໍລິການຕິດຕັ້ງຕູ້ຕື່ມເງິນໄປແລ້ວ 50 ກວ່າຕູ້ ເຊິ່ງສາມາດນຳໃຊ້ບໍລິການໄດ້ມິນິບິກຊີທຸກສາຂາ ແລະ ຕາມຈຸດໃຫ້ບໍລິການອື່ນໆພາຍໃນນະຄອນຫຼວງວຽງຈັນ ເຊິ່ງຕູ້ຕື່ມເງິນມີຕົ້ນທຶນຕໍ່າກວ່າຕູ້ເອທີເອັມ ທັງສະດວກໃນການຕິດຕັ້ງ ແລະ ເປັນຈຸດຊໍາລະເງິນຍ່ອຍ ໂດຍມີການບໍລິການຕ່າງໆທີ່ຄ້າຍຄືກັບຕູ້ເອທີເອັມ ແຕ່ຈຸດທີ່ແຕກຕ່າງ ກໍຄືສາມາດຊໍາລະເງິນ ແລະ ໂອນເງິນໄດ້ ແຕ່ບໍ່ສາມາດຖອນເງິນຈາກຕູ້ໄດ້. ສ່ວນໂອກາດຕໍ່ໄປຈະທະຍອຍຕິດຕັ້ງຢູ່ຕາມຈຸດສໍາຄັນທີ່ເຫັນວ່າເໝາະສົມຕື່ມອີກ.

ທ່ານກ່າວຕື່ມວ່າ: ສໍາລັບການອອກໃບບິນເກັບເງິນແຕ່ລະຄັ້ງແມ່ນຖືກຄວບຄຸມໂດຍຊ໊ອຟແວຣ໌ທີ່ມີຄວາມແມ້ນຢໍາ ແລະ ມີມາດຕະຖານສູງ ເນັ້ນ ຄວາມປອດໄພຕໍ່ຜູ້ບໍລິໂພກສາມາດເບິ່ງຂໍ້ມູນຢ້ອນຫຼັງໄດ້ ແລະ ເປັນຂໍ້ມູນໃຫ້ແກ່ຂະແໜງການພາສີ – ອາກອນໃນການຕິດຕາມ – ກວດກາ​ ເຊິ່ງການຮ່ວມມືຄັ້ງນີ້ຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງພາກລັດ ກໍຄືເອກະຊົນດ້ວຍການບໍລິການທີ່ສະດວກ, ວ່ອງໄວ, ປະຢັດເວລາ ແລະ ທັນກັບຍຸກດິຈິຕອລທີ່ໄຮ້ພົມແດນ ເຊິ່ງລາຍລະອຽດທາງບໍລິສັດ ແລະ ພາກສ່ວນກ່ຽວຂ້ອງຈະໄດ້ໃຫ້ຄໍາແນະນໍາລະອຽດໃນຂັ້ນຕໍ່ໄປ.

ໃນໂອກາດຕໍ່ໄປ, ຈະພັດທະນາຕູ້ຕື່ມເງິນໃຫ້ສາມາດຈ່າຍຄ່າໄຟຟ້າ, ນໍ້າປະປາ, ຄ່າພາສີ – ອາກອນ, ຄ່າທໍານຽມ ຫຼື ບໍລິການອື່ນໆທີ່ເຫັນວ່າມີຄວາມຈໍາເປັນຕໍ່ກັບຄົນເຮົາໃນຍຸກປັດຈຸບັນ ເຊິ່ງທາງບໍລິສັດໄດ້ພັດທະນາຊ໊ອຟແວຣ໌ເພື່ອໃຫ້ບໍລິການຊໍາລະເງິນໂດຍມີໃບບິນຮັບເງິນແບບເອເລັກໂຕຣນິກ ແລະ ສົ່ງເສີມໃຫ້ມີການນໍາໃຊ້ຊ໊ອຟແວຣ໌ເຂົ້າໃນຍຸກດິຈິຕອລ ທັງຊ່ວຍໃຫ້ຜູ້ໃຊ້ບໍລິການຢູ່ຕາມຮ້ານຄ້າຕ່າງໆໄດ້ຮັບຄວາມສະດວກສະບາຍ ໂດຍຜ່ານທາງຕູ້ຕື່ມເງິນແບບມີໃບບິນທີ່ຖືກຕ້ອງ ແລະ ຊັດເຈນ.

[ ຂ່າວ – ຮູບ: ສົມສະຫວິນ ]