ສສຊ ສະເໜີໃຫ້ເລັ່ງຟື້ນຟູ ທັງຫາມາດຕະການທີ່ຊັດເຈນຮັບມືໄພພິບັດ

73

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 12 ພະຈິກ 2019 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ບັນດາ ສສຊ ໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານການພັດທະນາເສດຖະກິດມະຫາພາກ ປີ 2019 ຂອງລັດຖະບານ. ໃນນັ້ນ, ສສຊ ໄດ້ສະເໜີໃຫ້ລັດຖະບານເລັ່ງຟື້ນຟູໄພພິບັດ ແລະ ຫາມາດຕະການຮັບມືທີ່ຊັດເຈນ. ເພື່ອເຮັດໃຫ້ປະຊາຊົນສາມາດເຮັດການຜະລິດໄດ້ລະຫຼອດລະດູການທັງເປັນການຍູ້ເສດຖະກິດໃຫ້ຂະຫຍາຍຕົວຕື່ມອີກ.

ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ສະມາຊິກສະພາແຫ່ງຊາດ ( ສສຊ ) ເຂດ 17 ແຂວງອັດຕະປື ໄດ້ກ່າວວ່າ: ຜ່ານການອ່ານ ແລະ ຄົ້ນຄວ້າບົດລາຍງານຂອງທ່ານນາຍົກ ບໍ່ສາມາດເຫັນໄດ້ວ່າ ການແກ້ໄຂ ແລະ ຟື້ນຟູໄພພິບັດລະດັບຊາດ ໂດຍສະເພາະໃນແຂວງອັດຕະປື ເຖິງວ່າໃນໄລຍະຜ່ານມາແມ່ນພັກ – ລັດຖະບານ ພ້ອມດ້ວຍບັນດາຂະແໜງການນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ບໍ່ຢຸດຢັ້ງໃນການແກ້ໄຂ ແລະ ຟື້ນຟູສະພາບຫຼັງໄພພິບັດ ແຕ່ໂດຍລວມແລ້ວເຫັນວ່າບັນດາແຜນຕ່າງໆທີ່ລັດຖະບານລາຍງານມານັ້ນ ຍັງບໍ່ທັນມີແຜນໃດທີ່ສາມາດບັນລຸຢ່າງຊັດເຈນ. ປັດຈຸບັນປະຊາຊົນໃນເຂດດັ່ງກ່າວຍັງອາໄສໃນເຂດພັກຊົ່ວຄາວ ແລະ ກໍບໍ່ຮູ້ວ່າມື້ໃດຈຶ່ງຈະໄດ້ອອກຈາກທີ່ພັກຊົ່ວຄາວໄປຢູ່ໃນສະຖານທີ່ຖາວອນ. ພ້ອມນັ້ນ, ການຈັດສັນແຫຼ່ງທີ່ຢູ່ອາໄສ 4 ຈຸດນັ້ນ ເຫັນວ່າຍັງບໍ່ມີການລາຍງານເຖິງສະພາບວ່າ ສຳເລັດໄປແລ້ວໜ້ອຍຫຼາຍປານໃດ. ນອກນັ້ນ, ຍັງມີທີ່ພັກຊົ່ວຄາວບາງຈຸດປະຊາຊົນບໍ່ຢາກຢູ່ ແລະ ໄດ້ອອກໄປຕັ້ງເຮືອນເອງແລ້ວ.

ສະນັ້ນ, ບັນດາພາກສ່ວນກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ຕື່ມໃນການຈັດຕັ້ງປະຕິບັດແຜນການແກ້ໄຂ ແລະ ຟື້ນຟູໄພພິບັດໃຫ້ໄດ້ຢ່າງທັນການ ແລະ ສ້າງເສັ້ນທາງລະຫວ່າງແຂວງອັດຕະປື ຫາ ເມືອງສະໜາມໄຊ ໂດຍສະເພາະແມ່ນບັນດາຂົວຂ້າມນໍ້າຕ່າງໆ ເພື່ອໃຫ້ປະຊາຊົນໄດ້ໄປ – ມາຫາສູ່ຢ່າງສະດວກ.

ທ່ານ ດົງເພັດ ພະຍົນ ສສຊ ເຂດ 16 ແຂວງເຊກອງ ໄດ້ສະເໜີວ່າ: ລັດຖະບານ ແລະ ບັນດາຂະແໜງການກ່ຽວຂ້ອງໃຫ້ເອົາໃຈໃສ່ຕື່ມໃນການປັບປຸງ ແລະ ສ້າງມາດຕະການປ້ອງກັນໄພພິບັດໃຫ້ຊັດເຈນ ແລະ ມີປະສິດທິພາບດີຂຶ້ນກວ່າເກົ່າ ເພາະເຫັນວ່າໄພພິບັດສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຊີວິດ ແລະ ຊັບສິນ ເປັນສິ່ງກີດຂວາງຕໍ່ການພັດທະນາເສດຖະກິດ – ສັງຄົມ ໂດຍສະເພາະແຂວງເຊກອງ ໃນປີ 2018 ເສຍຫາຍ 79 ຕື້ກີບ ແລະ ປີ 2019 ເສຍຫາຍຈໍານວນ 100 ກວ່າຕື້. ສະນັ້ນ, ລັດຖະບານຕ້ອງມີມາດຕະການ ແລະ ນະໂຍບາຍທີ່ຖືກຕ້ອງຊັດເຈນ ແລະ ຮັບປະກັນເພື່ອຮັບມື ແລະ ປ້ອງກັນ ເພື່ອຫຼຸດຜ່ອນບັນຫາໄພພິບັດ ລວມທັງສຶກສາຄົ້ນຄວ້າ ແລະ ວາງມາດຕະການໃນການບໍລິຫານນໍ້າແນວໃດໃຫ້ເກີດຜົນປະໂຫຍດສູງສຸດ, ຫຼີກລຽງບັນຫາໄພພິບັດ ແລະ ເພື່ອການພັດທະນາທີ່ຍືນຍົງ.

ທ່ານ ນາງ ສົມຈັນ ຈິດວົງເດືອນ ສສຊ ເຂດ 4 ແຂວງ ອຸດົມໄຊ ກໍໄດ້ສະເໜີໃຫ້ລັດຖະບານ ມີມາດຕະການຟື້ນຟູໄພພິບັດ ໂດຍສະເພາະນະໂຍບາຍດອກເບ້ຍເງິນກູ້ເຂດທີ່ຖືກປະສົບໄພ ລວມທັງວາງແຜນໃນການຟື້ນຟູເພື່ອແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນ ແລະ ເຮັດໃຫ້ເຂົາເຈົ້າສາມາດກັບມາຜະລິດສິນຄ້າໃຫ້ເປັນປົກກະຕິ.

( ຂ່າວ: ກາວຊົ່ງ;ຮູບ: ສຸກສະຫວັນ )