ລັດຖະບານຕັ້ງເປົ້າ ເກັບລາຍຮັບໃຫ້ເພີ່ມຂຶ້ນ 2% ຂອງຈີດີພີ

75

ລັດຖະບານຕັ້ງເປົ້າເກັບລາຍຮັບໃຫ້ເພີ່ມຂຶ້ນຢ່າງໜ້ອຍ 2% ຂອງ ຈີດີພີ ໃນໄລຍະ 3 – 4 ປີຕໍ່ໜ້າ ສ່ວນການຂາດດຸນງົບປະມານຕ້ອງບໍ່ໃຫ້ກາຍ  3%. ຄຽງຄູ່ກັບການເລັ່ງປະຕິຮູບການຄຸ້ມຄອງເກັບລາຍຮັບ – ລາຍຈ່າຍງົບປະມານ ໂດຍຫັນໄປສູ່ການຄຸ້ມຄອງແບບທັນສະໄໝ ແລະ ເຂົ້າລະບົບທະນາຄານໃຫ້ໄດ້ 100%.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 7 ພະຈິກ 2019 ກ່ຽວກັບມາດຕະການແກ້ໄຂສະພາບຄວາມຫຍຸ້ງຍາກເສດຖະກິດ – ການເງິນ ໃຫ້ຮູ້ວ່າ: ເປົ້າໝາຍສູ້ຊົນເພື່ອໃຫ້ຖານະການເງິນ – ງົບປະມານມີຄວາມໝັ້ນທ່ຽງໂດຍພື້ນຖານໃນ 3 – 4 ປີຕໍ່ໜ້າ ຄື: ຕ້ອງຮັບປະກັນເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 6,5 – 7% ໂດຍຈັດຕັ້ງປະຕິບັດຕາມແຜນປັບໂຄງສ້າງເສດຖະກິດ ແລະ 8 ມາດຕະການຊຸກຍູ້ເສດຖະກິດຂອງລັດຖະບານ ແລະ ມາດຕະການອື່ນໆທີ່ສໍາຄັນ; ຕ້ອງຊຸກຍູ້ວຽກງານການຈັດເກັບລາຍຮັບພາຍໃນໃຫ້ເພີ່ມຂຶ້ນຢ່າງໜ້ອຍ 2% ຂອງ GDP ຈາກປະມານ 15% ຂອງ GDP ໃນປັດຈຸບັນເປັນ 17% ຂອງ GDP ພາຍໃນ   3 – 4 ປີຕໍ່ໜ້າ​ ເພື່ອໃຫ້ລາຍ ຮັບພາຍໃນດຸນດ່ຽງກັບລາຍຈ່າຍພາຍໃນ ( ລວມລາຍຈ່າຍດອກເບ້ຍ ) ໃນປີ 2021 ແລະ ມີສ່ວນເຫຼືອໄປຊໍາລະໜີ້ຕ່າງປະເທດຈໍານວນໜຶ່ງໃນປີ 2022 ຫຼື ປີ 2023.

ສະນັ້ນ, ເພື່ອຮັບປະກັນໃຫ້ສາມາດປະຕິບັດໄດ້ລາຍຮັບພາຍໃນ ຕ້ອງເພີ່ມຂຶ້ນປີລະປະມານ 14 – 15%, ເນື່ອງຈາກປັດຈຸບັນລາຍຮັບພາຍໃນມີຈັງຫວະເພີ່ມຂຶ້ນປະມານ 8 – 10% ຕໍ່ປີ ແມ່ນຈະບໍ່ສາມາດແກ້ໄຂບັນຫາງົບປະມານທີ່ກໍາລັງພົບຄວາມຫຍຸ້ງຍາກໃນປັດຈຸບັນໄດ້.

ທ່ານ ສົມດີ ດວງດີ ກ່າວໃຫ້ຮູ້ຕື່ມວ່າ: ການຂາດດຸນງົບປະມານທັງໝົດຕ້ອງມີທ່າອ່ຽງຫຼຸດລົງ ເຊິ່ງໃນໄລຍະ 3 – 4 ປີຕໍ່ໜ້າ ຕ້ອງບໍ່ເກີນ 3% ຂອງ GDP; ການຊໍາລະໜີ້ສິນ ( ຕົ້ນທຶນ ແລະ ດອກເບ້ຍ ) ທຽບໃສ່ລາຍຮັບພາຍໃນຕ້ອງຄ່ອຍໆຫຼຸດລົງ. ຕາມມາດຖານສາກົນແມ່ນປະມານ 25% ຂອງລາຍຮັບພາຍໃນ, ປັດຈຸບັນແມ່ນເກີນ  30 – 40% ( ລວມໜີ້ພາຍໃນ ) ຂອງລາຍຮັບພາຍໃນ; ລາຍຈ່າຍເງິນເດືອນຄວນຕໍ່າກວ່າ 40% ຂອງລາຍຮັບພາຍໃນ ( ປັດຈຸບັນ ປະມານ 46% ); ໜີ້ສິນສາທາລະນະຄວນຢູ່ໃນຈັງຫວະຊົງຕົວ ແລະ ມີທ່າອ່ຽງຫຼຸດລົງເປັນກ້າວໆ. ຕາມມາດຖານສາກົນໃຫ້ຕໍ່າກວ່າ 45% ຂອງ GDP; ສ້າງຄັງສະສົມແຫ່ງຊາດໃຫ້ເຂັ້ມແຂງ ເພື່ອໃຫ້ສາມາດກຸ້ມລາຍຈ່າຍງົບປະມານແຫ່ງລັດໄດ້ຢ່າງໜ້ອຍໜຶ່ງງວດ; ຕ້ອງໄດ້ຄຸ້ມຄອງ ແລະ ຊຸກຍູ້ໃຫ້ລັດວິສາຫະກິດ ແລະ ວິສາຫະກິດລັດລົງທຶນ ປະກອບພັນທະໃຫ້ງົບປະມານເພີ່ມຂຶ້ນໃຫ້ໄດ້ຢ່າງໜ້ອຍ 2% ຫາ 3% ຂອງ GDP ( ປັດຈຸບັນ ປະມານ 1,1% ຂອງ GDP ); ທະນາຄານ ແຫ່ງ ສປປ ລາວ ຕ້ອງມີຄັງສໍາຮອງເງິນຕາຕ່າງປະເທດພຽງພໍ ເພື່ອໃຫ້ດຸນຊໍາລະກັບຕ່າງປະເທດບໍ່ຕິດລົບ ຫຼື ເກີນດຸນ.

ສ່ວນມາດຕະການຈັດຕັ້ງປະຕິບັດ ຂະແໜງການເງິນ ຕ້ອງເລັ່ງປະຕິຮູບການຄຸ້ມຄອງເກັບລາຍຮັບ – ລາຍຈ່າຍງົບປະມານໃຫ້ສໍາເລັດຕາມແຜນ ໂດຍຫັນໄປສູ່ການຄຸ້ມຄອງແບບທັນສະໄໝ ແລະ ເຂົ້າລະບົບທະນາຄານໃຫ້ໄດ້ 100% ໃນເຂດທີ່ມີເງື່ອນໄຂ ແລະ ຂະຫຍາຍໃຫ້ໄດ້ທົ່ວປະເທດພາຍໃນປີ 2020 ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ ( ຢ່າງໜ້ອຍ 17% ຂອງ GDP ) ແລະ ເພີ່ມປະສິດທິພາບ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງ ເພື່ອຫຼຸດການຂາດດຸນງົບປະມານຕ່ຳ ກວ່າ 3% ຂອງ GDP ໃນ 3 – 4 ປີ ຂ້າງໜ້າ.

( ຂ່າວ: ສົມລົດ; ຮູບ: ສອນໄຊ )