ໂຫວດໃຫ້ສາວງາມຈາກແຂວງ ອຸດົມໄຊ ຈຽບ ມະນີພອນ ສິງຫາໄຊຍະແສງ ໝາຍເລກ 26

201

ອີກໜຶ່ງສາວງາມໃນເວທີປະກວດນາງສາວ 2019 ໝາຍເລກ 26 ຈ໊ຽບ ມະນີພອນ ສິງຫາໄຊຍະແສງ ສາວງາມຈາກ ແຂວງ ອຸດົມໄຊ

.

ອາຍຸ 24 ປີ ປັດຈຸບັນຢູ່ບ້ານ ໜອງທາເໜືອ ເມືອງ ຈັນທະບູລີ ນະຄອນຫຼວງ

ຈ໊ຽບບອກວ່າ: ສໍາລັບເຫດຜົນທີ່ເຂົ້າມາປະກວດໃນເວທີນາງສາວລາວ 2019 ນີ້ກໍເພາະຢາກທົດສອບຕົນເອງ, ພັດທະນາຕົວເອງກ້າວຂ້າມຄວາມບໍ່ກ້າ

ເວທີນາງສາວລາວຈະສາມາດປ່ຽນເຮົາໄປໄດ້ອີກບາດກ້າວໜຶ່ງ ແລະ ເຮັດເຮົາໄດ້ໃຊ້ສະແດງສັກຂະຍະພາບໃນຮູບແບບໃໜ່ໆ

ທຸກຄົນທີ່ມາປະກວດນີ້ແມ່ນງາມໆກັນທຸກຄົນ ແຕ່ການຈະເປັນ1ໃນນັ້ນແມ່ນການໂຊຄວາມຮູ້ຄວາມສາມາດ ແລະ ໄຫວພິບ, ຄວາມເປັນເອກະລັກຂອງແຕ່ລະຄົນ ບໍວ່າຈະເປັນການເວົ້າຈາການສະແດງອອກຕ່າງໆ

ແລະຈ໊ຽບເອງ ຈະສະແດງຄວາມຮູ້ຄວາມສາມາດຂອງຕົນໃຫ້ທຸກຄົນເຫັນວ່ານ້ອງມີຄວາມເໜາະສົມກັບເວທີນີ້ ໃນການອານຸລັກຮັກສາຄວາມເປັນແມ່ຍິງລາວທີ່ແທ້ຈິງ.

ປັດຈຸບັນເຮັດວຽກຢູ່ສະຕ້າໂທລະຄົມ ພ້ອມກັບກຳລັງສຶກສາຕໍ່ທີ່ສະຖາບັນລັດຕະນາ ປີ4 ສາຂາ ບໍລິຫານທຸລະກິດ.

ຜົນງານເຄີຍປະກວດທິດາປັ້ງໄຟໄດ້ຮ້ອງອັນດັບ3 ທີ່ ແຂວງອຸດົມໄຊ, ເຄີຍປະກວດຮ້ອງແພງທີ່ແຂວງອຸດົມໄຊ ໃນປີ 2010.

ການຮັກສາສຸຂະພາບເປັນຄົນມັກກລິນກິລາ ມັກກິນນຳ້ຫນາກເລ່ນ ກິນນ້ຳມື້ລະ2ລິດ ມັກຮົມຢາ ເວລາຫວ່າງກໍມັກອ່ານປື້ມ ກັບເຮັດເຂົ້າຫນົມ

ສ່ວນຜູ້ຊາຍໃນສະເປັກແມ່ນ ມັກຄົນທີ່ມີຄວາມເປັນໂຕຂອງໂຕເອງ ເບິ່ງແລ້ວມີສະເນ່

ຈ໊ຽບ ມີອ້າຍສອງຄົນ ເປັນລູກສາວຫຼ້າ.

ທ່ານສາມາດໂຫວດໃຫ້ສາວ ຈ໊ຽບ ມະນີພອນ ແລະ ໝາຍເລກອື່ນໆໄດ້ຕາມລິ້ງນີ້
https://www.misslaos.la/contestants/top40

1 ທ່ານ ສາມາດໂຫວດໄດ້ 20 ຄັ້ງຕໍ່ມື້ (ສາມາດໂຫວດໄດ້ຫຼາຍກວ່າ 1 ນາງສາວໃນ 20 ຄັ້ງ)
ຄະແນນຈະສະສົມຕັ້ງແຕ່ມື້ເປີດໂຫວດ ຈົນຮອດມື້ປະກວດຮອບຕັດສິນ ວັນທີ 7 ທັນວາ 2019