ແກ້ບັນຫາຮີມສົບດຳກໍ່າດ້ວຍວິທີງ່າຍໆ

224

ສຳລັບຜູ້ທີ່ກຳລັງປະສົບບັນຫາຮີມສົບກ່ຳ ບໍ່ວ່າຈະມາຈາກສາເຫດຖືກແສງແດດຫຼາຍ ຫຼື ໃຊ້ຜະລິດຕະພັນທີ່ບໍ່ຖືກກັບຮີມສົບກໍຕາມ ທາງອອກນັ້ນເຮັດໄດ້ບໍ່ຍາກພຽງແຕ່ໃຫ້ເອົາໃສ່ໃຈຫຼາຍຂຶ້ນ ແລະ ປະຕິບັດຕາມຂັ້ນຕອນຕໍ່ໄປນີ້:

ສູດຄວາມງາມແບບງ່າຍໆ ໂດຍໃຊ້ໝາກນາວ ແລະ ນໍ້າເຜິ້ງແນວລະເຄິ່ງບ່ວງກາເຟ ປະສົມໃຫ້ເຂົ້າກັນແລ້ວທາບໍລິເວນຮີມສົບ ຈະຊ່ວຍເຮັດໃຫ້ຄ່ອຍໆປ່ຽນກັບມາເປັນສີເກົ່າໄດ້ແຕ່ຕ້ອງເຮັດທຸກມື້ ແລະ ໃຊ້ເວລາຄ່ອຍເປັນຄ່ອຍໄປບໍ່ແມ່ນວ່າຈະເຫັນຜົນໄດ້ທັນຕາ.

ທາລິບກ໋ອດຕະຫຼອດເພື່ອເພີ່ມຄວາມຊຸ່ມຊື່ນ ອາດຈະໃຊ້ລິບກ໋ອດທີ່ມີການປະສົມສີໜ້ອຍໜຶ່ງກໍໄດ້ເພື່ອເພີ່ມສີສັນຂອງລິບ ທີ່ສຳຄັນຢ່າລືມທາລິບກ໋ອດກ່ອນນອນ ແລະ ຢ່າປ່ອຍໃຫ້ຮີມສົບຂາດການເບິ່ງແຍງ. ສຳລັບການເລືອກໃຊ້ລິບກ໋ອດ ກໍຕ້ອງເລືອກຊະນິດທີ່ມີຄຸນນະພາບ ແລະ ໝັ້ນໃຈໄດ້ວ່າປອດໄພ.

ຢຸດໃຊ້ຜະລິດຕະພັນທີ່ເປັນສາເຫດເຮັດໃຫ້ຮີມສົບດຳໂດຍເດັດຂາດ ບໍ່ວ່າຈະແມ່ນລິບທີ່ເປັນແທ່ງ ຫຼື ລິບເປັນກັບ ເພາະມັນບໍ່ກຸ້ມຄ່າຖ້າຈະໃຊ້ມັນຕໍ່ໄປເພື່ອຄວາມງາມລະຫວ່າງມື້ ແຕ່ກັບມາເຮືອນລ້າງອອກກໍເປັນຮີມສົບກ່ຳຄືເກົ່າ ແລະ ບາງກໍລະນີກໍອາດຈະມີອາການພູມແພ້ຕາມມານຳ.

ນວດຮີມສົບດ້ວຍແປງຖູແຂ້ວຂົນນຸ້ມໆເພື່ອເປັນການຜັດປ່ຽນເຊລຜິວທີ່ຕາຍອອກໄປຈາກຮີມສົບ ແລະ ເຜີຍຜິວໃໝ່ທີ່ສົດໃສນຸ້ມນວນກວ່າເກົ່າ.

ຢຸດທຳລາຍຮີມສົບ ເຊັ່ນ: ການສູບຢາ, ດື່ມຊາ ຫຼື ກາເຟຫຼາຍເກີນໄປ ເພາະພຶດຕິກຳເຫຼົ່ານີ້ຖືວ່າເປັນຕົວການທີ່ເຮັດໃຫ້ຮີມສົບດຳໄດ້ແບບບໍ່ຮູ້ຕົວ.

ເຖິງຢ່າງໃດກໍຕາມ, ບໍ່ວ່າຈະມີການບຳລຸງຮີມສົບດ້ວຍວິທີໃດເມື່ອອອກແດດແລ້ວຢ່າລືມທາລິບທີ່ມີສ່ວນປະສົມຂອງສານປ້ອງກັນແສງແດດພ້ອມ ເພາະແສງແດດກໍເປັນອີກສາເຫດໜຶ່ງທີ່ເຮັດໃຫ້ຮີມສົບຂອງທ່ານດຳຄ້ຳໄດ້ເຊັ່ນກັນ.

 

( ຮຽບຮຽງ: ນຸ້ມນິ້ມ )