ອາຫານວ່າງກັບຈືນສາລີປະສົມໝູບົດ

222

ສາລີນອກຈາກຈະມີລົດຊາດຫວານແລ້ວ ຍັງປະກອບດ້ວຍຄຸນຄ່າທາງອາຫານຈຳນວນຫຼາຍທີ່ຊ່ວຍເບິ່ງແຍງສຸຂະພາບ ແລະ ປ້ອງກັນພະຍາດຕ່າງໆ  ໄດ້ອີກ ເຊິ່ງມີຄາໂບໄຮເດຣດ, ໂປຣຕິນ ແລະ ວິຕາມິນຫຼາຍຊະນິດ.

ສ່ວນປະສົມ: ໝູບົດ 500 ກຣາມ, ສາລີຕົ້ມສຸກ 1 ຖ້ວຍນ້ອຍ, ໄຂ່ໄກ່ 2 ໜ່ວຍ, ນ້ຳສະອິວ 1 ບ່ວງແກງ, ນ້ຳຕານ 1 ບ່ວງກາເຟ, ຮາກຜັກຫອມປ້ອມ 5 ຮາກ, ພິກໄທ 1/2 ບ່ວງກາເຟ, ຫົວກະທຽມ 1 ຫົວໃຫຍ່, ເສັ້ນລ້ອນ 1 ຖ້ວຍນ້ອຍ, ແປ້ງທອດກອບ 2 ບ່ວງແກງ.

ວິທີປຸງແຕ່ງ:

ເອົາໝູບົດໃສ່ຊາມພ້ອມກັບສາລີປຸງລົດຊາດດ້ວຍນ້ຳສະອິວ ແລະ ນ້ຳຕານຄົນໃຫ້ເຂົ້າກັນດີ. ຈາກນັ້ນ, ຕຳຮາກຜັກຫອມປ້ອມ, ພິກໄທ ແລະ ຫົວກະທຽມໃຫ້ລະອຽດແລ້ວເອົາລົງພ້ອມກັບເສັ້ນລ້ອນ, ເອົາໄຂ່ຄົນໃສ່ສ່ວນປະສົມທຸກຢ່າງໃຫ້ເຂົ້າກັນ ຫຼື ເປັນໜຽວໆໜ້ອຍໜຶ່ງ.

ສຸດທ້າຍແມ່ນໃສ່ແປ້ງທອດກອບລົງໄປຄົນໃຫ້ເຂົ້າກັນອີກເທື່ອໜຶ່ງ ປັ້ນເປັນກ້ອນພໍປະມານ ແລະ ເຮັດໃຫ້ມັນແປລົງເພື່ອໃຫ້ສຸກໄດ້ງ່າຍ, ເອົານ້ຳມັນໃສ່ໝໍ້ຄ້າງໄຟພໍໝໍ້ຮ້ອນເອົາລົງຈືນຈົນໃຫ້ເປັນສີເຫຼືອງງາມ ຫຼື ຈົນສຸກດີຕັກຂຶ້ນໃຫ້ສະເດັດນ້ຳມັນ ແລະ ຈັດໃສ່ຈານພ້ອມເສີບກັບນ້ຳແຈ່ວສົ້ມຫວານ ຫຼື ຊ໋ອດໝາກເຫຼ່ນກໍໄດ້ແລ້ວແຕ່ມັກ.

( ຂໍ້ມູນຈາກ: Cooking.com )

( ຮຽບຮຽງ: ນຸ້ມນິ້ມ )