ສາວ ແຮ່ນນ້າ ຄວ້າລາງວັນ Miss Social Media ມາຝາກຄົນລາວ

103

ເປັນຄວາມຍິນດີຂອງປະເທດລາວເຮົາທີ່ ສາວນ້ອຍ ແຮ່ນນ້າ ໄດ້ຮັບລາງວັນພິເສດ Miss Social Media ໃນເວທີ Miss Asia Global 2019 ທີ່ປະເທດອິນເດຍ ໃນຕົ້ນເດືອນພະຈິກຜ່ານມາ ໂດຍສາວນ້ອຍ ແຮ່ນນ້າ ກໍໄດ້ເກັບກ່ຽວເອົາຄວາມຮູ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ມາເປັນບົດຮຽນໃຫ້ນ້ອງໆຮຸ່ນຕໍ່ໄປ.

ນ້ອງ ແຮ່ນນ້າ ໂລເຊັ່ນບູ້ມ ໃຫ້ສໍາພາດກັບທີມຂ່າວບັນເທີງພວກເຮົາວ່າ: ມີຄວາມຮູ້ສຶກດີໃຈຫຼາຍເພາະສາເຫດຫຼັກໆທີ່ໄດ້ ເພາະຄົນລາວທຸກຄົນຊ່ວຍກັນກົດໄລຄ໌ກົດແຊຣ໌ເປັນກຳລັງໃຈໃຫ້ຕະຫຼອດເວລາ, ຕົນເອງບໍ່ຄິດເລີຍວ່າຊີວິດນີ້ຈະມີໂອກາດໄດ້ໄປປະກວດເວທີສາກົນ, ເຖິງບໍ່ໄດ້ຮັບມົງກຸດກັບບ້ານແຕ່ກໍສູ້ບໍ່ມີຖອຍ, ເຖິງຈະເກີດອຸປະສັກຫຼາຍໆດ້ານໃນໄລຍະການເກັບຕົວແຕ່ກໍສູ້ຈົນໄດ້ລາງວັນມາໃຫ້ທຸກຄົນຊື່ນໃຈ.

 

ສໍາລັບປະສົບການທີ່ໄດ້ຮັບໃນການປະກວດທີ່ປະເທດອິນເດຍ ຖືວ່າມີຫຼາຍໆຢ່າງ, ໄດ້ຮຽນຮູ້ວັດທະນະທຳຂອງຫຼາຍປະເທດ ເເລະ ໄດ້ມິດຕະພາບທີ່ດີ. ຄວາມຮູ້ທີ່ເກັບກ່ຽວໄດ້ຈາກການປະກວດເວທີນີ້ ນ້ອງໃນນາມຕົວແທນໄວໜຸ່ມກໍຈະນໍາໄປເຜີຍແຜ່ ແລະ ຜັນຂະຫຍາຍ ໂດຍຊຸກຍູ້ໃຫ້ໄວໜຸ່ມເຮັດຕາມຄວາມຝັນຂອງຕົນເອງ ພ້ອມທັງເອົາຄວາມຮູ້ທີ່ໄດ້ຮັບມາສົ່ງຕໍ່ໃຫ້ນ້ອງໆຮຸ່ນຕໍ່ໄປ ເພື່ອໃຫ້ພວກເຂົານໍາໄປປັບໃຊ້ ແລະ ພັດທະນາຕໍ່ໄປ.

ໃນໄວໆນີ້ ສາວນ້ອຍ ແຮ່ນນ້າ ຈະມີຮູບເງົາຂອງ ລາວ – ໄທ ທີ່ຈະເຂົ້າສາຍໃນປີໜ້າ ແລະ ມີອີກຫຼາຍຜົນງານສາມາດຕິດຕາມຂໍ້ມູນ – ຂ່າວສານຂອງສາວນ້ອຍຄົນນີ້.

( ຂ່າວ: ນຸ້ມນິ້ມ )

( ຮູບ: Miss teen Laos )