ພູຄູນຮີບຮ້ອນເກັບກຳຂໍ້ມູນ ຜົນກະທົບໂຄງການສ້າງເທດສະບານໃໝ່

230

ເມື່ອບໍ່ດົນມານີ້ ທ່ານ ທອງຈັນ ແພງຈັນທີ ຮອງເຈົ້າເມືອງພູຄູນ ພ້ອມດ້ວຍຄະນະກໍາມະການຈາກຫ້ອງການທີ່ກ່ຽວຂ້ອງ ຂອງເມືອງສົບທົບກັບອົງການປົກຄອງບ້ານສາມແຍກ ໄດ້ລົງສໍາຫຼວດເກັບກໍາຂໍ້ມູນຜົນກະທົບເບື້ອງຕົນຢູ່ບັນດາຈຸດຕ່າງພາຍໃນຂອບເຂດເທດສະບານເມືອງ ເພື່ອເປັນຂໍ້ມູນໃນການ ສືບຕໍ່ສະເໜີໂຄງການປັບປຸງ ແລະ ຂະຫຍາຍເທດສະບານເມືອງພູຄູນໃໝ່.

ເຊິ່ງໂຄງການດັ່ງກ່າວຈະມີເນື້ອທີ່ທັງໝົດຫຼາຍກວ່າ 80 ເຮັກຕາ ກວມເອົາເນື້ອທີ່ໃນຂອບເຂດຈໍານວນ 5 ບ້ານ ພາຍໃນເທດສະບານເມືອງຄື: ບ້ານສາມແຍກ, ແສນສີ, ບັງກາໂລ, ຫຼັກຫ້າ ແລະ ວຽງຄຳ ໃນນີ້, ໄດ້ສຳຫຼວດໃນຈຸດກໍ່ສ້າງເສັ້ນທາງເຂົ້າ ແລະ ໂຄງການຫຼັກຂອງໂຄງການເຊັ່ນ: ອາຄານສຳນັກງານ, ອົງການ ແລະ ສະຖານທີ່ສະທາລະນະປະໂຫຍດລວມຂອງລັດ ລວມທັງໝົດ 9 ຈຸດ.

ຜ່ານການລົງເກັບກໍາຂໍ້ມູນຜົນກະທົບເບື້ອງຕົ້ນມີເຮືອນ ຈຳນວນ 60 ຫຼັງຄາ, ໂຮງຮຽນ 1 ຫຼັງ, ເສັ້ນທາງຫຼວງບາງຈຸດ ແລະ ເນື້ອທີ່ປູກໄມ້ຂອງປະຊາຊົນຈຳນວນໜຶ່ງ ທັງນີ້, ກໍ່ເພື່ອເປັນການບັນທຶກຂໍ້ມູນຜົນກະທົບໃຫ້ລະອຽດຊັດເຈນ ທັງເປັນບ່ອນອີງໃຫ້ແກ່ການຊົດເຊີຍໂຄງການກໍ່ສ້າງ ໃຫ້ຖືກຕ້ອງ, ສອດຄອງຕາມແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືການແຜນຂະຫຍາຍເທດສະບານເມືອງພູຄູນໃໝ່ໃຫ້ຮອງຮັບກັບການພັດທະນາໃນອະນາຄົດ.

ທີ່ມາ: ຂ່າວສານເມືອງພູຄູນ