ອາລີບາບາ ທຸບສະຖິຕິຍອດຂາຍກວ່າ 3 ແສນຕື້ກີບ ຈາກງານຂາຍສິນຄ້າອອນລາຍ “11.11”

138

ຍອດຂາຍສິນຄ້າຜ່ານບໍລິການລະບົບອອນລາຍ ຂອງອາລີບາບາ ໃນງານມະຫະກຳຊັອບປິ້ງ “11.11” ເຊິ່ງກົງກັບ ໃນວັນຈັນ ທີ 11 ເດືອນພະຈິກ ຂອງທຸກໆປີ ທຳລາຍສະຖິຕິຂອງປີຜ່ານມາ ດ້ວຍມູນຄ່າ 268,4 ຕື້ຢວນ ຫຼື ກວ່າ 3 ແສນຕື້ກີບ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫາງໂຈ ປະເທດຈີນ ເມື່ອວັນອັງຄານ ທີ 12 ພະຈິກ ວ່າ ກຸ່ມບໍລິສັດອາລີບາບາ ຜູ້ໃຫ້ບໍລິການອີ-ຄອມເມີດ ລາຍໃຫຍ່ທີ່ສຸດໃນໂລກ ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ເມືອງຫາງໂຈ ມົນທົນເຈີຈຽງ ທາງພາກຕາເວັນອອກຂອງຈີນ ໄດ້ປະກາດຍອດຂາຍຈາກໂຄງການງານມະຫະກຳຂາຍສິນຄ້າຫຼຸດລາຄາຜ່ານລະບົບອອນລາຍ ໄລຍະ 24 ຊົ່ວໂມງ (ໝົດມື້ວັນຈັນ) ເຊິ່ງກົງກັບວັນທີ 11 ເດືອນພະຈິກ ຫຼື “11.11” ທີ່ກຸ່ມຊາວໜຸ່ມໃນຈີນ ຍົກໃຫ້ເປັນ “ວັນແຫ່ງຄົນໂສດ” ດ້ວຍມູນຄ່າ 268,4 ຕື້ຢວນ (ປະມານ 3,39 ແສນຕື້ກີບ) ສ້າງສະຖິຕິໃໝ່ ເຊິ່ງເປັນຍອດຂາຍສູງທີ່ສຸດ ເພີ່ມຂື້ນ 26% ຈາກສະຖິຕິເມື່ອປີ 2018 ທີ່ເຮັດໄວ້ 213,5 ຕື້ຢວນ (ປະມານ 2,69 ແສນຕື້ກີບ).

ທັງນີ້ ຍອດຂາຍດັ່ງກ່າວ ສາມາດປຽບທຽບໄດ້ຫຼາຍສັດສ່ວນ ກວ່າ 80% ຂອງຍອດຂາຍອອນລາຍຜ່ານເວບໄຊ ແລະ ແອັບພລິເຄຊັນຂອງອະເມຊອນ ຄູ່ແຂ່ງລາຍສຳຄັນຈາກສະຫະລັດ ອາເມຣິກາ ເມື່ອໄຕມາດທີສາມ ຂະນະທີ່ລາຍງານຂອງອາລີບາບາ ລະບຸວ່າ ຍອດຂາຍພາຍໃນໄລຍະພຽງ 9 ຊົ່ວໂມງ ທຳອິດ ເກັບໄດ້ສູງເຖິງ 158,31 ຕື້ຢວນ (ປະມານ 2 ແສນຕື້ກີບ) ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໂດຍບໍລິສັດໄດ້ນຳສະເໜີຜະລິດຕະພັນຈາກຜູ້ຜະລິດ ຫຼາຍກວ່າ 1.000 ແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ມີບໍລິສັດຈາກສະຫະລັດ ອາເມຣິກາ ເຂົ້າຮ່ວມ 84 ແຫ່ງ ເຊິ່ງລວມເຖິງບໍລິສັດແອັບເປິນ, ສວນຢູນິໂຄ, ບໍລິສັດຜະລິດ ແລະ ຈຳໜ່າຍເຄື່ອງແຕ່ງກາຍແບບມິນິມອລ ຈາກປະເທດຍີ່ປຸ່ນ ສາມາດສ້າງຍອດຂາຍໄດ້ເກີນ 100 ລ້ານຢວນ (ປະມານ 126,3 ຕື້ກີບ) ພາຍໃນຊົ່ວໂມງທຳອິດຂອງງານມະຫະກຳຂາຍສິນຄ້າ 11.11.

ນອກຈາກນີ້, ກໍ່ເປັນສິ່ງທີ່ໜ້າສົນໃຈວ່າ ຍອດຂາຍໃນງານມະຫະກຳຊື້ສິນຄ້າຜ່ານທາງອອນໄລນ໌ 11.11 ໃນປີນີ້ ທຸລະກິດທີ່ນຳຜະລິດຕະພັນມາເຂົ້າຮ່ວມແມ່ນມາຈາກບໍລິສັດໃນເຄືອຂອງອາລີບາບາຫຼາຍຂຶ້ນ ໜຶ່ງໃນນັ້ນກໍ່ຄືເວັບໄຊທ໌ລາຊາດາ (Lazada) ເຊິ່ງຖືວ່າເປັນສາຂາຂອງອາລີບາບາ ໃນອາຊີຕາເວັນອອກສ່ຽງໃຕ້ ສ່ວນສະຖິຕິການສັ່ງຊື້ຈາກນອກແຜ່ນດິນໃຫຍ່ ສູງສຸດ 5 ອັນດັບ ທຳອິດແມ່ນມາຈາກງກົງ, ສະຫະລັດ ອາເມຣິກາ, ໄຕ້ຫວັນ, ອົສຕຣາລີ ແລະ ຍີ່ປຸ່ນ. ອີກປະການໜຶ່ງ ອາລີບາບາຈັດງານມະຫະກຳຂາຍສິນຄ້າຜ່ານທາງອອນໄລນ໌ ຄັ້ງທຳອິດ ເມື່ອປີ 2009 ຈາກແນວຄິດລິເລີ່ມຂອງທ່ານແດນຽວ ຈາງ ປະທານບໍລິຫານ ແລະ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຄົນປັດຈຸບັນຂອງອາລີບາບາ.