ສປປ ລາວ ຈະຫຼຸດຜ່ອນຄວາມທຸກຈົນແບບຫຼາຍມິຕິໃນກຸ່ມເດັກ ແລະ ຈະສຸມການລົງທຶນໃສ່ຄົນ

150

ສປປ ລາວ ໃຫ້ຄຳໝັ້ນສັນຍາວ່າ ຈະສະໜັບສະໜູນການພັດທະນາການລົງທຶນໃສ່ຄົນ ໂດຍການບັນລຸເປົ້າໝາຍທີ 1 ຂອງການພັດທະນາແບບຍືນຍົງ ແລະ ເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນອັດຕາຂອງເດັກທີ່ຖືກປະລະໃນຫຼາຍມິຕິໃຫ້ຫຼຸດລົງເຄິ່ງໜຶ່ງພາຍໃນປີ 2030.

ໃນວັນທີ 11 ພະຈິກ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມລະດັບສູງ ເນື່ອງໃນໂອກາດຄົບຮອບ 30 ປີ ຂອງສົນທິສັນຍາວ່າດ້ວຍສິດທິເດັກ ໂດຍການເຂົ້າຮ່ວມຂອງ ທ່ານ   ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ – ເດັກ, ທ່ານ ນາງ ກາລິນ ຮູນຊອບ ຜູ້ອໍານວຍການໃຫຍ່ອົງການຢູນີເຊັບ ປະຈໍພາກພື້ນອາຊີປາຊີຟິກ.

ພ້ອມນີ້, ຍັງມີບັນດາທ່ານຮອງເຈົ້າແຂວງ, ຕາງໜ້າພາກສ່ວນທຸລະກິດ, ອົງການຈັດຕັ້ງບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງສັງຄົມ ແລະ ເດັກເຂົ້າຮ່ວມ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວວ່າ: “ ເດັກວັນນີ້ ຈະເປັນຜູ້ນໍາໃນວັນໜ້າ ແລະ ເປັນຜູ້ທີ່ຈະນຳພາ ສປປ ລາວ ໄປສູ່ອະນາຄົດທີ່ສີວິໄລ ໂດຍການສົ່ງເສີມສິດທິຂອງເດັກທຸກຄົນໃນວັນນີ້, ເຮົາຈະຮັບປະກັນອະນາຄົດອັນສົດໃສ ບໍ່ພຽງແຕ່ສຳລັບເດັກເທົ່ານັ້ນ ແຕ່ຍັງເພື່ອປະເທດຊາດໂດຍລວມ. ຜູ້ເຂົ້າຮ່ວມໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສະໜັບສະໜູນການພັດທະນາການລົງທຶນໃສ່ຄົນ ໂດຍການບັນລຸເປົ້າໝາຍທີ 1 ຂອງເປົ້າໝາຍ ຂອງການພັດທະນາແບບຍືນຍົງ ແລະ ເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນອັດຕາຂອງເດັກທີ່ຖືກປະລະໃນຫຼາຍມິຕິໃຫ້ຫຼຸດລົງເຄິ່ງໜຶ່ງພາຍໃນປີ 2030 ແລະ ລົງທຶນໃສ່ເດັກ ແລະ ໄວໜຸ່ມ ເຊິ່ງເປັນບຸລິມະສິດຕົ້ນຕໍໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ທີ 10.

ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈໍາສຳນັກງານນາຍົກລັດຖະມົນຕີ ກ່າວວ່າ: “ ການລົງທຶນໃສ່ການຮັກສາສຸຂະພາບຂອງເດັກ, ວຽກງານໂພຊະນາການ, ການສຶກສາ, ສັງຄົມ, ການພັດທະນາດ້ານອາລົມ ແລະ ຄວາມຮູ້ – ຄວາມເຂົ້າໃຈ, ການບັນລຸຄວາມສະເໝີພາບຍິງ – ຊາຍ, ບໍ່ພຽງແຕ່ເປັນການລົງທຶນໃນສັງຄົມທີ່ທ່ຽງທຳ ແຕ່ເປັນການລົງທຶນເຮັດໃຫ້ປະຊາກອນມີສຸຂະພາບດີກວ່າ, ມີຄວາມຮູ້ສູງ ແລະ ຜົນໄດ້ຮັບ ກໍຄືປະຊາຊົນສາມາດສ້າງເສດຖະກິດຢ່າງມີປະສິດທິຜົນ. ການລົງທຶນໃສ່ເດັກຄ້າຍກັບວ່າເປັນການລົງທຶນດ້ານເສດຖະກິດ ແຕ່ໃນດ້ານສິລະທຳແລ້ວມັນແມ່ນສິ່ງທີ່ຄວນປະຕິບັດເໝືອນກັນ. ການມີຊີວິດຢູ່ລອດ ແລະ ການພັດທະນາຄວາມສາມາດຢ່າງເຕັມສ່ວນ ແມ່ນສິດທິພື້ນຖານຂອງເດັກທຸກຄົນ ”.

ຖະແຫຼງການຮ່ວມທີ່ລົງນາມໂດຍບັນດາຜູ້ໃຫ້ການຊ່ວຍເຫຼືອ ແມ່ນສຸມໃສ່ການຊີ້ນໍາຢ່າງໃກ້ຊິດ, ການປະຕິບັດໂຄງການ ແລະ ການໃຫ້ຄວາມສຳຄັນຕໍ່ການປັບປຸງລະບົບການໃຫ້ບໍລິການສຸຂະພາບທີ່ມີຄຸນນະພາບ ການບໍລິການດ້ານການສຶກສາ ສຳລັບແມ່ຍິງ ແລະ ເດັກ ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ລະບົບການປົກປ້ອງເດັກ ເພື່ອຊ່ວຍຊຸມຊົນ, ລວມທັງເດັກ, ຄອບຄົວ ແລະ ຜູ້ດູແລເດັກ. ຜູ້ເຂົ້າຮ່ວມເຫັນດີທີ່ຈະມາປະຊຸມກັນໃນແຕ່ລະປີ ໃນວັນສະເຫຼີມສະຫຼອງວັນເດັກໂລກ ວັນທີ 20 ພະຈິກ ເພື່ອເປັນການປະເມີນຄວາມຄືບໜ້າໃນການປະຕິບັດຄໍາໝັ້ນສັນຍາດັ່ງກ່າວ, “ ທ່ານ ອາລຸນແກ້ວ ກິດຕິຄຸນ ກ່າວ ”.

ຜູ້ອໍານວຍການໃຫຍ່ອົງການຢູນີເຊັບ ປະຈຳພາກພື້ນ ອາຊີປາຊີຟິກ ໄດ້ກ່າວວ່າ: “ ອັດຕາການຂະຫຍາຍຕົວດ້ານເສດຖະກິດທີ່ສູງໃນ ສປປ ລາວ ຈະປາກົດເປັນຈິງຫາກຜົນຜະລິດເພີ່ມຂຶ້ນຢ່າງໄວວາ. ຢາກບັນລຸສິ່ງນີ້ແມ່ນຮຽກຮ້ອງໃຫ້ມີການກຳນົດບຸລິມະສິດ ແລະ ການລົງທຶນທີ່ຍືນຍົງ ເພື່ອເປີດໂອກາດໃຫ້ເດັກ ແລະ ໄວໜຸ່ມລາວ ຜູ້ທີ່ຈະເຕີບໃຫຍ່ໃນໄລຍະນີ້ ແລະ ປີ 2030 ເຊິ່ງເປັນໄລຍະທີ່ຕ້ອງບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໄດ້ມີໂອກາດພັດທະນາຄວາມສາມາດບົ່ມຊ້ອນຂອງຕົນເອງຢ່າງເຕັມສ່ວນ.

ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ໄດ້ຕາງໜ້າໃຫ້ບັນດາຮອງເຈົ້າແຂວງຈາກ 18 ແຂວງຂອງ ສປປ ລາວ ຂຶ້ນມາສະເໜີຄໍາໝັ້ນສັນຍາໃນການປັບປຸງຊີວິດການເປັນຢູ່ຂອງເດັກ ເຊິ່ງເປັນການປະກອບສ່ວນໃນການບັນລຸເປົ້າໝາຍແຫ່ງຊາດ ໃນການຫຼຸດຜ່ອນຄວາມທຸກຈົນຂອງເດັກ ແລະ ຮັບປະກັນວ່າ ແຕ່ລະແຂວງຈະສາມາດຫຼຸດຜ່ອນອັດຕາການຖືກປະລະແບບຫຼາຍມິຕິໃຫ້ໄດ້ຢ່າງໜ້ອຍໜຶ່ງສ່ວນສາມ ກ່ອນປີ 2030, ດຳເນີນການສ້າງຂໍ້ມູນທີ່ເປັນຫຼັກຖານ, ແລກປ່ຽນຄວາມຮູ້ ແລະ ປັບປຸງຄວາມສາມາດ ແລະ ກົນໄກການເຮັດວຽກ ເພື່ອການວາງແຜນທີ່ດີກວ່າ, ການປະຕິບັດໂຄງການ ແລະ ການຕິດຕາມຊຸກຍູ້ຂໍ້ລິເລິ່ມໃນການແກ້ໄຂຄວາມທຸກຈົນແບບຫຼາຍມິຕິໃນກຸ່ມເດັກ​ ແລະ ໃນຫຼາຍໆບັນຫາທີ່ສຳຄັນ.

( ຂ່າວ: ສົມລົດ; ຮູບ: ສອນໄຊ )